Homeຂ່າວພາຍ​ໃນມາດຖານສີມືແຮງງານ ແລະ ປົກປ້ອງສິດຄືປັດໄຈທີ ຮສສ ເລັ່ງພັດທະນາໃນແຜນ 10 ປີຕໍ່ໜ້າ

ມາດຖານສີມືແຮງງານ ແລະ ປົກປ້ອງສິດຄືປັດໄຈທີ ຮສສ ເລັ່ງພັດທະນາໃນແຜນ 10 ປີຕໍ່ໜ້າ

Published on

   ເພື່ອ​ສືບ­ຕໍ່​ເຮັດ​ໃຫ້­ການ​ສ້າງ​ແຮງ ງານ​ມີ​ຄຸນ​ນະ​ພາບ ແລະ​ສາ­ມາດ​ຕອບສະ­ໜອງ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການຂອງ​ຕະ­ຫຼາດ​ແຮງ​ງານ, ທັງ​ຮັບ­ປະ­ກັນໃນ​ການ​ແຂ່ງ­ຂັນ​ກັບ​ພາກ​ພື້ນ ແລະ​ມີຄວາມ​ໝັ້ນ­ຄົງ​ໃນ​ການ​ເຮັດ​ວຽກ ໂດຍ​ບໍ່ ຖືກ​ເອົາ​ລັດ​ເອົາ​ປຽບ​ໃນ​ແຜນ 10 ປີ​ຕໍ່­ໜ້ານີ້​ກະ­ຊວງ ຮສສ ຈະ​ເລັ່ງ​ໃສ່​ພັດ­ທະ­ນາ ມາດ­ຖານ​ທາງ​ດ້ານ​ສີ­ມື​ໄປ​ຄຽງ​ຄູ່​ກັບ ການ​ປົກ​ປ້ອງ​ສິດ​ເປັນ​ຫຼັກ.

     ທ່ານ ດຣ. ຄຳ​ແພງ ໄຊ​ສົມ​ແພງ ລັດ ຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ​ໃຫ້​ສຳ­ພາດ ເນື່ອງ ໃນ​ໂອ­ກາດ​ຕ້ອນ­ຮັບ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ ທີ X ຂອງ​ພັກ ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້​ວ່າ: ຂະ­ແໜງ​ແຮງ​ງານ ແລະ​ສະ­ຫວັດ­ດີ​ການ ສັງ­ຄົມ​ແມ່ນ​ຂະ­ແໜງ­ການ​ໜຶ່ງ​ທີ່​ປະ­ກອບ ສ່ວນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແນວ ທາງ​ປ່ຽນ­ແປງ​ໃໝ່​ຮອບ­ດ້ານ​ທີ່​ມີ​ຫຼັກ ການ​ຂອງ​ພັກ ແລະ​ແຜນ​ພັດ­ທະ­ນາ​ເສດ ຖະ​ກິດ-ສັງ­ຄົມ​ຂອງ​ລັດ ໂດຍ​ສະ­ເພາະ ແມ່ນ​ເພື່ອ​ເລັ່ງ​ໃສ່​ພັດ­ທະ­ນາ​ພື້ນ­ຖານ​ໂຄງ ລ່າງ​ໃຫ້​ແກ່​ການ​ພັດ­ທະ­ນາ​ສີ­ມື​ແຮງ​ງານ ຢູ່​ສູນ​ກາງ ແລະ​ທ້ອງ­ຖິ່ນ ເປັນ­ຕົ້ນ​ໄດ້​ຕັ້ງ ໜ້າ​ພັດ­ທະ­ນາ​ຫຼັກ­ສູດ​ການ​ຮຽນ-ການ ສອນ​ຈັດ​ຕັ້ງ​ການ​ແຂ່ງ­ຂັນ​ສີ­ມື​ແຮງ​ງານ ແຫ່ງ​ຊາດ ແລະ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ສີ­ມື ແຮງ​ງານ​ອາ​ຊຽນ​ຕັ້ງ­ໜ້າ​ສົ່ງ­ເສີມ​ການ ຝຶກ ແລະ​ພັດ­ທະ­ນາ​ສີ­ມື​ແຮງ​ງານ.

ໄປ​ຄຽງ​ຄູ່​ກັບ​ການ​ພັດ­ທະ­ນາ​ສີ­ມື, ບັນ­ດາ​ຜູ້​ໃຊ້​ແຮງ​ງານ ແລະ​ຜູ້​ອອກ­ແຮງ ງານ​ພາຍ​ໃນ​ປະ­ເທດກໍ​ໄດ້​ຮັບ​ການ​ເອົາ­ໃຈ­ໃສ່​ຫຼາຍ​ຂຶ້ນ​ເປັນ­ຕົ້ນ ໃຫ້​ຄຳ​ປຶກ­ສາ​ດ້ານ​ກົດ­ໝາຍ​ໃຫ້​ຜູ້​ອອກແຮງ​ງານ ແລະ​ລະ­ບຽບ​ການ​ກ່ຽວ​ກັບ ການ​ຈ້າງ​ງານ, ສັນ­ຍາ​ແຮງ​ງານ ໂດຍ ການ​ຕັ້ງ­ໜ້າ​ປະ­ສານ​ສົມ­ທົບ​ກັບ​ຂະ­ແໜງ ການ​ຂອງ​ສູນ​ກາງ ແລະ​ທ້ອງ­ຖິ່ນ​ລົງ ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລະ­ບຽບ ການ​ຄຸ້ມ​ຄອງ​ແຮງ​ງານ ແລະ​ແກ້​ໄຂ​ຂໍ້ ຂັດ​ແຍ່ງ​ດ້ານ​ແຮງ​ງານ​ທີ່​ເກີດ​ຂຶ້ນ​ຢ່າງ​ຕໍ່ ເນື່ອງ​ອັນ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ ໃນ​ການ​ຮັກ­ສາ​ສາຍ​ກ້ຽວ​ພັນ​ລະ­ຫວ່າງ ຜູ້​ໃຊ້​ແຮງ​ງານ ແລະ​ຜູ້​ອອກ­ແຮງ​ງານ​ໃຫ້ ມີ​ສະ­ຖຽນ​ລະ​ພາບ, ມີ​ຄວາມ​ເປັນ​ລະ­ບຽບ ຮຽບ​ຮ້ອຍ ແລະ​ມີ​ຄວາມ​ສະ­ຫງົບ​ປົກ­ກະ­ຕິ.

ສ່ວນ​ການ​ຄຸ້ມ​ຄອງ​ຜູ້​ອອກ­ແຮງ​ງານ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ລາວ ກໍ​ໄດ້​ເອົາ­ໃຈ­ໃສ່​ປະ­ສານ​ສົມ­ທົບ​ກັບ​ບັນ ດາ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ດຳ­ເນີນ ການ​ອະ­ນຸ­ຍາດ​ນຳ​ເຂົ້າ​ແຮງ​ງານ​ຕ່າງ­ປະ­ເທດ ເພື່ອ​ສະ­ໜອງ​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ, ການ​ຜະ­ລິດ ແລະ​ໂຄງ­ການ​ຕ່າງໆ​ຕາມ ກົດ­ໝາຍ ແລະ​ລະ­ບຽບ​ການ​ຄຸ້ມ​ຄອງ ແຮງ​ງານ​ຕ່າງ­ປະ­ເທດ.

ສະ­ນັ້ນ ຈິ່ງ​ເຮັດ​ໃຫ້​ໄລ­ຍະ 5 ປີ­ຜ່ານ­ມາ ວຽກ​ງານ​ແຮງ​ງານ ແລະ​ສະ­ຫວັດ­ດີ​ການ ສັງ­ຄົມ ສາ­ມາດ​ພັດ­ທະ­ນາ​ສີ­ມື​ແຮງ​ງານ ໄດ້​ທັງ​ໝົດ 248,7 ພັນ​ຄົນ, ເປັນ​ຍິງ 114,3 ພັນ​ຄົນ​ລື່ນ​ແຜນ 12,26%, ຈັດ ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ລາວ​ໄດ້ 343,7 ພັນ​ຄົນ ເກີນ​ແຜນ 24,18%, ອັດຕາ​ສ່ວນ​ຂອງ​ການ​ມີ​ວຽກ​ເຮັດ​ງານ​ທຳ ໃນ​ຂົງ­ເຂດ​ກະ­ສິ­ກຳ​ຫຼຸດ​ລົງ 8,42%, ອຸດ ສາ​ຫະ​ກຳ​ເພີ່ມ​ຂຶ້ນ 37,3% ແລະ​ຂົງ­ເຂດ ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ 14,2%, ຄ່າ​ແຮງ ງານ​ຂັ້ນ​ຕ່ຳ​ຂອງ​ຜູ້​ອອກ­ແຮງ​ງານ​ໃນ​ຂົງ ເຂດ​ທຸ­ລະ​ກິດ​ໄດ້​ຮັບ​ການ​ປັບ­ປຸງ​ເພີ່ມ​ຂຶ້ນ 158,6%, ສ່ວນ​ສິດ ແລະ​ຜົນ​ປະ­ໂຫຍດ ຂອງ​ຜູ້​ອອກ­ແຮງ​ງານ ແລະ​ຂອງ​ຜູ້​ໃຊ້ ແຮງ​ງານ​ກໍ​ໄດ້​ຮັບ​ການ​ປົກ​ປ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ສະ­ເພາະ​ແຜນ ການ 10 ປີ​ໃນ­ຕໍ່­ໜ້າ (2016-2025) ທາງ​ກະ­ຊວງ​ແຮງ​ງານ ແລະ​ສະ­ຫວັດ­ດີ ການ​ສັງ­ຄົມ​ກໍ​ຍັງ​ຈະ​ສືບ­ຕໍ່​ປັບ­ປຸງ​ບາງ ດ້ານ​ທີ່​ເຫັນ​ວ່າ​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ໂດຍ ສະ­ເພາະ​ການ​ພັດ­ທະ­ນາ​ກຳ­ລັງ​ແຮງ​ງານໃຫ້​ໄດ້​ຄຸນ​ນະ​ພາບ ແລະ​ປະ­ລິ­ມານ ສອດ ຄ່ອງ​ກັບ​ການ​ຫັນ​ເປັນ​ອຸດ​ສາ ຫະ​ກຳ ແລະ ທັນ​ສະ­ໄໝ​ຕາມ​ໂຄງ​ປະ­ກອບ​ເສດ​ຖະ ກິດ, ແຮງ​ງານ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ແລະ​ຜົນ​ປະ­ໂຫຍດ​ຕາມ​ກົດ­ໝາຍ, ຄຽງ ຄູ່​ກັນ​ກັບ​ພົນ­ລະ­ເມືອງ​ທຸກ​ຄົນ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ແລະ​ຜົນ​ປະ­ໂຫຍດ​ຂັ້ນ ພື້ນ­ຖານ​ຈາກ​ລະ­ບົບ​ສະ­ຫວັດ­ດີ​ການ​ສັງ­ຄົມ​ຢ່າງ​ຍຸ­ຕິ​ທຳ ໂດຍ​ພັດ­ທະ­ນາ​ກົນ​ໄກ, ລະ­ບຽບ​ການ, ລະ­ບົບ​ການ​ບໍ­ລິ­ຫານ ແລະ ບໍ­ລິ­ການ​ສະ­ຫວັດ­ດີ​ການ​ສັງ­ຄົມ​ໃຫ້​ມີ​ປະ ສິດ­ທິ​ພາບ, ທ່ານ​ລັດ­ຖະ­ມົນ­ຕີ​ກ່າວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...