ບໍ່ເຖິງສາມເດືອນ ມີອັກຄີໄພເກີດຂຶ້ນແລ້ວ 38 ຄັ້ງ

ບໍ່ເຖິງສາມເດືອນ ມີອັກຄີໄພເກີດຂຶ້ນແລ້ວ 38 ຄັ້ງ

ເຖິງ​ແມ່ນ​ວ່າ​ທາງ​ເຈົ້າ​ໜ້າທີ່​ພະ​ແນກ​ຕຳຫຼວດ​ປ້ອງ​ກັນ​ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ນະຄອນຫຼວງ​ວຽງ​ຈັນ ຈະ​ໄດ້​ສຸມ​ໃສ່​ວຽກ​ງານ​ໂຄສະນາ​ສຶກ​ສາ ແລະ ຝຶກ​ອົບຮົມ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ ທັງ​ພາກ​ລັດ ແລະ ເອກະ​ຊົນ ຮັບ​ຮູ້​ຕໍ່​ຜົນ​ຮ້າຍ​ຂອງ​ການ​ເກີດ​ອັກຄີ​ໄພ ແຕ່​ບັນຫາ​ດັ່ງກ່າວ​ນີ້ ກໍ່​ຍັງ​ເກີດ​ຂຶ້ນ​​ຢ່າງ​ຕໍ່​ເນື່ອງ.

ທ່ານ ພັນ​ຕີ ຈັນທະ​ບູນ ມະນີ​ວົງ ວ່າການ​ຫົວໜ້າ​ພະ​ແນກ​ຕຳຫຼວດ​ປ້ອງ​ກັນ​ສະກັດ​ກັ້ນ ແລະ ຕ້ານ​ອັກຄີ​ໄພ​ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ວ່າ: ປັດຈຸບັນ ການ​ເກີດ​ອັກຄີ​ໄພ​ໃນ​ນະຄອນຫຼວງ​ວຽງ​ຈັນ ເຫັນ​ວ່າ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ກວ່າ​ປີ​ທີ່​ຜ່ານ​ມາ ພຽງ​ແຕ່​ສາມ​ເດືອນ​ຂອງ​ປີ 2014 ມີ​ອັກຄີ​ໄພ​ເກີດ​ຂຶ້ນ​ແລ້ວ​ທັງ​ໝົດ  38  ຄັ້ງ ໃນ​ນີ້ ໄໝ້​ເຮືອນ​ລຸ່ມ​ກໍ່​ເທິງ​ໄມ້ 10 ຫຼັງ ເຮືອນ​ໄມ້​ຊັ້ນ​ໜຶ່ງ 1 ຫຼັງ ເຮືອນ​ກໍ່​ສອງ​ຊັ້ນ 1 ຫຼັງ ເຮືອນ​ກໍ່​ຊັ້ນ​ດຽວ 1 ຫຼັງ ຕະຫຼາດ 2 ແຫ່ງ ຫ້ອງການ​ລັດ 2 ແຫ່ງ ຫ້ອງ​ແຖວ 3 ຫ້ອງ​ນອນ ແລະ ອື່ນໆ ສາເຫດ​ຂອງ​ການ​ເກີດ​ອັກຄີ​ໄພ​ຈາກ​ໄຟ້​ຟ້າ​ລັດ​ວົງ​ຈອນ​ມີ 25 ຄັ້ງ ໄຕ້​ທູດ​ທຽນ​ບູຊາ 1 ຄັ້ງ ຄົນ​ຈູດ 7 ຄັ້ງ ຂັດຂ້ອງ​ທາງ​ດ້ານ​ເຕັກນິກ (ລົດ) 4 ຄັ້ງ ຄິດໄລ່​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ປະມານ 9 ຕື້​ກວ່າ​ກີບ 5 ລ້ານ​ກວ່າ​ບາດ (ສະກຸນ​ເງິນ​ໄທ) 3 ແສນ​ກວ່າ​ໂດ​ລາ​ສະຫະລັດ ຖ້າ​ທຽບໃສ່​ໃນ​ປີ 2013 ທົ່ວ​ນະຄອນຫຼວງ​ວຽງ​ຈັນ ມີ​ອັກຄີ​ໄພ​ເກີດ​ຂຶ້ນ​ທັງ​ໝົດ 64 ຄັ້ງ ຜົນ​ເສຍ​ຫາຍ​ທີ່​ປະ​ເມີນ​ໄດ້​ທັງ​ໝົດ 20 ຕື້​ກວ່າ​ກີບ.

ຈາກ​ເຫດການ​ດັ່ງກ່າວ​ນັ້ນ ທ່ານ ພັນ​ຕີ ຈັນທະ​ບູນ ມະນີ​ວົງ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ ຕ້ອງ​ເປັນ​ເຈົ້າ​ການ​ນຳ​ກັນ ໃນ​ການ​ຮັບປະກັນ​ການ​ໃຊ້​ຟືນ​ໄຟ​ທຸກໆ​ຄັ້ງ ກ່ອນ​ຈະ​ອອກ​ຈາກ​ເຮືອນ ຕ້ອງ​ກວດກາ​ເບິ່ງ​ສາຍ​ຟືນ​ສາຍ​ໄຟ ໝໍ້​ຕົ້ມ​ນ້ຳ ສາຍ​ໂທລະພາບ​ຖອດ​ແລ້ວ​ຫຼື​ຍັງ ອຸປະກອນ​ການ​ໄຟຟ້າ​ທຸກ​ຊະນິດ ຕ້ອງ​ມີ​ຄວາມ​ຮັບປະກັນ ຖ້າ​ເກົ່າ​ຫຼາຍ​ແລ້ວ​ກໍ່​ຄວນ​ຈະ​ປ່ຽນ ການ​ໃຕ້​ທູບ​ທຽນ​ບູຊາ​ວັນ​ສິນ​ຕ່າງໆ ກໍ່​ໃຫ້​ມີ​ສະຕິ ຖ້າ​ທຸກ​ຄົນ​ຫາກ​ປະຕິບັດ​ໄດ້​ຄື​ດັ່ງກ່າວ​ນີ້ ການ​ເກີດ​ອັກຄີ​ໄພ​ກໍ່​ຈະ​ຫຼຸດ​ໜ້ອຍ​ຖອຍ​ລົງ.

 

http://www.vientianemai.net/teen/khao/1/11405