spot_img
Homeຂ່າວການພັດທະນາວາງສີລາເລີກໂຄງການກໍ່ສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ

ວາງສີລາເລີກໂຄງການກໍ່ສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ

Published on

ABC_7088 vangsi 1

ຂປລ. ສູນ​ກາງ​ຊາວ​ໜຸ່ມປະຊາຊົນ ປະຕິວັດ​ລາວ ​ໄດ້ຈັດ​ພິທີ​ວາງ​ສີ​ລາ​​ເລີກ​ ​ໂຄງການກໍ່ສ້າງ​ວັງ​ເຍົາວະ​ຊົນ ​ແລະ ຫໍ​ມູນ​ເຊື້ອ​ຊາວ​ໜຸ່ມ ​ໃນ​ວັນ​ທີ 11 ມັງກອນນີ້, ຢູ່​ບ້ານ​ດົງ​ໝາກຄາຍ ​ເມືອງ​ໄຊ​ທາ​ນີ ນະຄອນຫລວງວຽງ​ຈັນ ໂດຍ​ແມ່ນ​ທຶນ​ຈາກ​ລັດຖະບານ​ລາວ​ໃນມູນຄ່າທັງໝົດ101 ຕື້​ກີບ ​​, ຄາດວ່າຈະສຳເລັດ 100% ໃນ ປີ 2018.

ໂຄງການກໍ່ສ້າງດັ່ງກ່າວ, ມີເນື້ອ​ທີ່ກວ້າງ​ 4 ​​ເຮັກ​ຕາກວ່າ, ​ໂດຍ​ບໍລິສັດ​ສຸກ​ປະ​ເສີດ ​ອອກ​ແບບ​ກໍ່ສ້າງ​ເຄຫາ ຂົວ-ທາງ ​ແລະ ຊົນລະປະທານ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ​​ເຊິ່ງມີໜ້າວຽກຕົ້ນຕໍ ຄື: ສ້າງ​ຫໍ​ມູນ​ເຊື້ອ 3 ຊັ້ນ 1 ຫລັງ, ​ເຮືອນ​ຮັບ​ແຂກ 2 ຊັ້ນ 1 ຫລັງ, ​ເດີ່ນ​ກິລາ​ໃນ​ຫົ່ມ, ລານ​ສະ​ເກັດ, ຮ້ານ​ອາຫານ, ຫ້ອງ​ນ້ຳ​ສາທາລະນະ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆ ອີກ​ ພ້ອມຈະ​ປະດິດສະຖານຮູບ​ປັ້ນ​ຫລໍ່​ ປະທານ​ໄກສອນ​ ພົມວິຫານ, ສະ​ລອຍ​ນ້ຳ, ​ເດີ່ນ​ເຕະບານ​ຫຍ້າ​ທຽມ ​ແລະ ​ເຄື່ອງ​ຫລີ້ນ​ສຳລັບ​ເຍົາວະ​ຊົນ​ຈຳນວນ​ໜຶ່ງ.

ໂຄງ​ການກໍ່ສ້າງດັ່ງ​ກ່າວ ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ຕໍ່​ວຽກ​ງານ​ການ​ພັດທະນາ​ຊາວ​ໜຸ່ມ-​ເຍົາວະ​ຊົນ ​ເຊິ່ງມີ​ເປົ້າ​ໝາຍ ສ້າງ​ເປັນ​ສະຖານ​ທີ່​ວາງສະ​ແດງ​ມູນ​ເຊື້ອ ​ຂອງຊາວ​ໜຸ່ມ​ລາວ​ ທີ່​​ໄດ້​ປະກອບ​ສວນ​​ເຂົ້າ​ໃນ​ຂະ​ບວນການ​ຕໍ່ສູ້​ກູ້​ຊາດ​ໃນ​ໄສ​ໄໝ​ກ່ອນ ​ແລະ ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​​ປ​ະ​ເທດ​ຊາດ ​ໃນປະຈຸ​ບັນ​ເພື່ອ​ເປັນ​ບ່ອນ​ສຶກສາ​ອົບຮົມ ​ແລະ ຝຶກ​ຝົນ​ຫລໍ່​ຫລອມ ຊາວ​ໜຸ່ມ-​ເຍົາວະ​ຊົນ ​ແລະ ອະນຸຊົນ ​ໄດ້ຮຽນ​ຮູ້​ດ້ານ​ຕ່າງໆ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...