spot_img
Homeຂ່າວພາຍ​ໃນສະຫາຍ ຄຳຮຸ່ງ ເຮືອງວົງສີ ໄດ້ຮັບໜ້າທີ່ ຮອງຫົວໜ້າຫ້ອງວ່າການສູນກາງພັກ

ສະຫາຍ ຄຳຮຸ່ງ ເຮືອງວົງສີ ໄດ້ຮັບໜ້າທີ່ ຮອງຫົວໜ້າຫ້ອງວ່າການສູນກາງພັກ

Published on

1-1-1 1-1-2

ສະຫາຍ ຄຳຮຸ່ງ ເຮືອງ ວົງສີ ກຳມະການສູນກາງພັກ ໄດ້ຮັບໜ້າທີ່ເປັນຮອງຫົວໜ້າ ຫ້ອງວ່າການສູນກາງພັກຄົນ ໃໝ່ ຕາມການຕົກລົງຂອງກົມ ການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຊຶ່ງພິທີຮັບໜ້າທີ່ ໄດ້ມີຂຶ້ນ ໃນຕອນແລງວັນທີ 7 ມັງກອນ ນີ້ ທີ່ຫ້ອງວ່າການສູນກາງພັກ ໂດຍການເຂົ້າຮ່ວມ ແລະ ໃຫ້ ກຽດໂອ້ລົມ ຂອງ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກຮອງປະທານປະເທດ ຊຶ່ງມີສະຫາຍຫົວໜ້າ- ຮອງຫົວ ໜ້າຫ້ອງວ່າການສູນ ກາງພັກ, ຫົວໜ້າກົມ-ຮອງກົມ ພະນັກງານພາຍໃນ
ຫ້ອງວ່າການສູນກາງພັກເຂົ້າຮ່ວມ. ພາຍຫຼັງສຳເລັດຜ່ານ ມະຕິຕົກລົງແຕ່ງຕັ້ງ-ຍົກຍ້າຍການນຳ, ຮັບໜ້າທີ່ໃໝ່ ໃນຄັ້ງ ນີ້ ສະຫາຍ ບຸນຍັງ ວໍລະຈິດ ກໍ ໄດ້ໃຫ້ກຽດໂອ້ລົມ ຊຶ່ງບາງຕອນ ສະຫາຍໄດ້ກ່າວວ່າ: ການສັບ ປ່ຽນບ່ອນປະຈຳການຂອງພະ ນັກງານການນຳຜ່ານມາພັກ- ລັດເຮົາເຄີຍໄດ້ພ້ອມກັນປະຕິ ບັດກັນມາເປັນ ປົກກະຕິ, ບໍ່ວ່າ ຢູ່ສູນກາງ ແລະ ຢູ່ທ້ອງຖິ່ນ, ການສັບປ່ຽນບ່ອນປະຈຳການ ຖືເປັນຫຼັກການ ແລະ ເປັນລະ ບຽບການຂອງພັກທີ່ໄດ້ປະຕິ ບັດມາ. ການທີ່ກົມການເມືອງ ສູນກາງພັກ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການ ນຳຂັ້ນຍຸດທະສາດ ຫຼື ພະນັກ ງານການນຳຂັ້ນສູງ ຄືແນວນີ້-  ເປັນເລື່ອງປົກກະຕິ ແລະ ຖື ເປັນວຽກງານຍຸດທະສາດໜຶ່ງ ສຳລັບພັກເຮົາ, ອັນນີ້ກໍແມ່ນ ເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານ ແລະ ສອດຄ່ອງ ກັບລະດັບຄວາມຮູ້ ຄວາມສາມາດຂອງພະນັກ ງານແຕ່ລະຄົນ ແລະ ທັງເປັນ ການໝູນວຽນສັບປ່ຽນໜ້າທີ່ ໃຫ້ສະຫາຍເຫຼົ່ານັ້ນ, ກຳໄດ້ວຽກ ງານຮອບດ້ານ, ກວ້າງຂວາງ ຂຶ້ນຕື່ມອີກ; ບໍ່ວ່າພະນັກງານ ຂັ້ນໃດຈະແມ່ນພະນັກງານ ການນຳຂັ້ນສູງ, ຂັ້ນກາງ ແລະ ພະນັກງານລັດຖະກອນທົ່ວໄປ ໃນເມື່ອມີຄວາມຮຽກຮ້ອງຕ້ອງ ການແລ້ວກໍຕ້ອງ ໄດ້ປະຕິບັດ ຕາມການມອບໝາຍຂອງການ ຈັດຕັ້ງ.
ສະຫາຍ ບຸນຍັງ ວໍລະຈິດ ຍັງເນັ້ນວ່າ: ໃຫ້ບັນດາສະຫາຍ ຄະນະພັກ, ຄະນະຫ້ອງຄະນະ ນຳແຕ່ລະກົມເປັນເອກະພາບ ນຳຂັ້ນເທິງ, ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍນຳ ເອົາການ ຕົກລົງຂອງຂັ້ນເທິງໄປສຶກສາ ອົບຮົມນຳພາແນວຄິດສະມາ ຊິກພັກ-ພະນັກງານ, ຢູ່ແຕ່ລະ ກົມ, ພະແນກການ ເພື່ອໃຫ້ ທຸກຄົນເຂົ້າໃຈດີ ແລະ ຮັບຮູ້ ຢ່າງທົ່ວ ເຖິງຕໍ່ການມາຮັບໜ້າ ທີ່ດັ່ງກ່າວ,​ ບໍ່ໃຫ້ມີການສວຍ ໂອກາດທັບຖົມ-ໂຈມຕີກັນໃນທາງບໍ່ດີ, ອັນໃດເປັນຜົນສຳ ເລັດທີ່ບັນດາສະຫາຍພ້ອມກັນນຳພາ, ຈັດຕັ້ງປະຕິບັດ ຜ່ານມາ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ ເລື້ອຍໆ, ອັນໃດຍັງອ່ອນ ແລະ ຄົງຄ້າງ, ບັນດາສະຫາຍທັງໃໝ່ ແລະ ເກົ່າ ຕ້ອງພ້ອມກັນດັດ ແປງ ແກ້ໄຂ ເພື່ອພ້ອມກັນສືບ ຕໍ່ຊີ້ນຳ-ນຳພາສະມາຊິກພັກ- ພະນັກງານໃນທົ່ວຫ້ອງວ່າການ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ.
ບັນດາຜົນງານຂອງບັນ ດາສະຫາຍທີ່ຍາດມາໄດ້ນັ້ນ ແມ່ນໃຫຍ່ຫຼວງແທ້ ແຕ່ການ ສືບຕໍ່ປົກປັກຮັກສາມູນເຊື້ອ ອັນດີງາມຂອງຫ້ອງວ່າການ ແມ່ນມີຄວາມສຳຄັນຫຼາຍ ສະນັ້ນສະເໜີບັນດາສະຫາຍສືບຕໍ່ຮັກສາຄວາມສາມັກຄີພາຍ ໃນຄະນະພັກ-ຄະນະຫ້ອງໃຫ້ ເປັນປຶກແຜ່ນແໜ້ນໜາ ແລະ ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກເປັນ ແຫຼ່ງ, ເປັນ ຄັນທຸງ ແລະ ເປັນແກນນຳໃນ ການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານສະມາ ຊິກພັກ ຈຶ່ງຈະຮັບປະກັນທຸກ  ການເຄື່ອນໄຫວວຽກງານຂອງ ຫ້ອງວ່າການໃຫ້ມີປະສິດທິຜົນ ສູງສຸດໄດ້.
ເອົາໃຈໃສ່ປັບປຸງກົງຈັກ ການຈັດຕັ້ງໃຫ້ສົມຄູ່ກັບພາລະ ບົດບາດຂອງຫ້ອງວ່າການສູນ ກາງພັກ ໂດຍຈັດວາງພະນັກ ງານໃຫ້ພຽງພໍ ຖືກ ແລະ ແທດ ເໝາະຕາມວິຊາ ສະເພາະ, ປັບປຸງກົງຈັກການຈັດຕັ້ງໃຫ້ຄົບ ຖ້ວນຕາມຕຳແໜ່ງຫວ່າງຖ້າ ເຮັດໄດ້ແນວນັ້ນ ການຈັດຕັ້ງກໍ ເຂັ້ມແຂງ, ການປະຕິບັດວຽກ ງານການເປັນເສນາທິການໃຫ້ ການນຳກໍຈະໄດ້ຮັບຄຸນນະ ພາບສູງຂຶ້ນ.
ອີກອັນໜຶ່ງສຳຄັນທີ່ສຸດ ແມ່ນໃຫ້ບັນດາສະຫາຍເອົາ ໃຈໃສ່ການກະກຽມກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກ, ສະເໜີບັນດາສະຫາຍຕ້ອງຮີບ ຮ້ອນກວດ ກາຄວາມ ພ້ອມໃນ ດ້ານຕ່າງໆເປັນເຈົ້າການຮອບດ້ານ, ສຸມສະຕິປັນຍາ ແລະ ກຳລັງວັງຊາໃນບັ້ນກະກຽມດັ່ງກ່າວເພື່ອເຮັດໃຫ້ກອງປະຊຸມໃຫຍ່ຂອງພັກໄດ້ຮັບຜົນສຳເລັດຕາມຈຸດ ປະສົງ ແລະ ລະດັບ ຄວາມໝາຍ ແລະ ເປັນຂະບວນ ຟົດຟື້ນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)