Homeຂ່າວຕ່າງປະເທດປີ 2015 ຜູ້ອົບພະຍົບເກືອບ 1.1 ລ້ານຄົນ ເຂົ້າເຢຍລະມັນ ເປັນຊາວຊີຣີຫລາຍກ່ວາໝູ່!

ປີ 2015 ຜູ້ອົບພະຍົບເກືອບ 1.1 ລ້ານຄົນ ເຂົ້າເຢຍລະມັນ ເປັນຊາວຊີຣີຫລາຍກ່ວາໝູ່!

Published on

Refugees arrive at the train station in Saalfeld, central Germany, Saturday, Sept. 5, 2015. Hundreds of refugees arrived in a train from Munich to be transported by busses to an accomodation centre. (AP Photo/Jens Meyer)
ພາບ: AP Photo/Jens Meyer

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ມັງກອນນີ້ວ່າ ທ່ານ ໂທມັສ ເດ ໄມຊີເຣີ ລັດຖະມົນຕີວ່າການກະຊວງພາຍໃນ ປະເທດເຢຍລະມັນ ໄດ້ອອກມາເປີດເຜີຍ ໃນວັນພຸດທີ 6 ມັງກອນຜ່ານມາວ່າ ໃນປີ 2015 ຜ່ານມານີ້ ມີຜູ່ອົບພະຍົບລີ້ໄພຈາກຕ່າງປະເທດ ເດີນທາງເຂົ້າມາປະເທດເຢຍລະມັນ ລວມທັງໝົດ 1,091,894 ຄົນ ໂດຍໃນຈຳນວນດັ່ງກ່າວນີ້ ເປັນຜູ້ອົບພະຍົບຊາວຊີຣີຫລາຍກ່ວາໝູ່ ເຖິງ 428,468 ຄົນ ຖັດລົງມາແມ່ນຊາວອັບການິສະຖານ 154,046 ຄົນ ແລະ ຊາວອີຣັກອີກ 121,662 ຄົນ.

ແນວໃດກໍຕາມ ກະຊວງພາຍໃນເຢຍລະມັນໄດ້ລາຍງານວ່າ ເຖິງແມ່ນຈະມີຜູ້ລີ້ໄພເຂົ້າປະເທດ ສູງເຖິງ 1.1 ລ້ານຄົນ ໃນປີຜ່ານມາ ແຕ່ກໍມີພຽງແຕ່ຈຳນວນ 476,649 ຄົນເທົ່ານັ້ນ ທີ່ໄດ້ຍື່ນເອກະສານ ເພື່ອຂໍລີ້ໄພຢ່າງເປັນທາງການ.

559000000190502

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...