spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແຂວງໄຊສົມບູນ

ນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແຂວງໄຊສົມບູນ

Published on

Untitled-3 thongsing 05 .1

ຂປລ.ໃນວັນທີ 5 ມັງກອນ 2016 ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແລະພັນລະຍາພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມແລະ ມອບເຄື່ອງຊ່ວຍເຫລືອ ຢູ່ແຂວງໄຊສົມບູນ. ​ໂດຍມີ ທ່ານ ສົມບັດ ເຢຍລີເຮີ່ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ, ພ້ອມດ້ວຍອຳນາດການປົກຄອງ ພາຍໃນແຂວງ​ ​ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນໃນການພັດທະນາເສດຖະກິດສັງຄົມຂອງແຂວງໂດຍຫຍໍ້ ຈາກທ່ານເຈົ້າແຂວງເຊິ່ງເຫັນວ່າ: ​ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປຕາມທິດຫັນເປັນອຸດສາຫະກຳແລະ ທັນສະໄໝ, ​ໃນສົກປີ 2014-2015 ​ເສດຖະກິດ ຂະຫຍາຍຕົວໃນລະດັບ 10% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 806 ຕື້ກວ່າກີບ, ລາຍ​​​ຮັບສະເລ່ຍໃສ່ຫົວຄົນ ໄດ້ 1.206 ​ໂດລາສະຫະລັດ, ປະຈຸບັນ ທົ່ວແຂວງຍັງມີບ້ານທຸກຍາກທັງໝົດ 26 ບ້ານ, ອັດຕາການປົກຫຸ້ມຂອງປ່າໄມ້ ກວມ 65%, ອັດຕາການຊົມໃຊ້ນ້ຳສະອາດ ບັນລຸ 80%, ອັດຕາການຊົມໃຊ້ວິດຖ່າຍ ກວມ 60%; ມີເນື້ອທີ່ນາ 10.300 ກວ່າເຮັກຕາ ສາມາດຜະລິດໄດ້ 62.300 ກວ່າໂຕນ, ສະເລ່ຍໃສ່ຫົວຄົນໄດ້ຮັບເຂົ້າເປືອກ 430 ກິໂລ/ຄົນ/ປີ. ດ້ານກະສິກຳ ອັນ​ພົ້ນ​ເດັ່ນແມ່ນ​ການ​ປູກ​ມັນ​ຕົ້ນ, ສາລີ, ພືດ​ຜັກ​ຕ່າງໆ, ຢາງພາລາ. ພ້ອມ​ກັນ​ນັ້ນ, ກໍຍັງ​ມີ​ການ​ລ້ຽງ​ສັດ​ໃຫຍ່ ​ເປັນ​ຕົ້ນ ຄວາຍ, ງົວ ​ເຊິ່ງມີ​ເຖິງ 50.000 ​ກວ່າໂຕ.

​ພ້ອມ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ສະ​ເໜີບາງ​ບັນຫາ​ເພື່ອ​ໃຫ້ການນຳ​ຂອງ​ແຂວງ ນຳ​ໄປ​ຄົ້ນຄວ້າ​, ຊອກຫາ​ທິດ​ທາງ​, ມາດ​ຕະການ​ ເພື່ອປັບປຸງແກ້​ໄຂວຽກ​ງານ​ຈຳນວນ​ໜຶ່ງ​ໃຫ້​ມີ​ຄວາມ​ຖືກຕ້ອງສອດຄ່ອງ, ​ເດັດຂາດ ​ແລະ ມີ​ປະສິດທິ​ຜົນ​ດີກ​ວ່າ​ເກົ່າ. ​ເປັນ​ຕົ້ນວຽກ​ງານ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ການ ​ໝູນ​ໃຊ້​ທ່າ​ແຮງບົ່ມ​ຊ້ອນ​ຂອງ​ແຂວງ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ບຳລຸງກໍ່ສ້າງ​ພະນັກງານ ​ໂດຍສະເພາະ ແມ່ນໃຫ້​ສຸມ​ໃສ່​ບຳລຸງກໍ່ສ້າງ​ພະນັກງານ​ກັບ​ທີ່​ເປັນ​ສຳຄັນ ​ຕາມທິດ​ຫັນ​ເປັນ​ໜຸ່ມ ໄປຄຽງຄູ່ກັບການກໍ່ສ້າງພະນັກງານ​ທ້ອງ​ຖິ່ນ​ໃຫ້​ຫລາຍ ​ແລະ ປະກອບ​ດ້ວຍ​ບັນດາ​ເຜົ່າ, ທັງຮັບປະກັນ​ໃຫ້​ມີ​ລັກສະນະ​ຕໍ່​ເນື່ອງຍືນ​ຍົງ, ​ເປັນ​ລະບົບຄົບ​ຊຸດ. ພ້ອມ​ທັງສ້າງ​ເງື່ອນ​ໄຂ​ໃຫ້​ມີ​ສູນ​ຝຶກ​ວິຊາ​ຊີບ, ​ໂຮງຮຽນ​ວິຊາ​ຊີບ, ສູນ​ທົດ​ລອງ​ດ້ານ​ກະສິກຳ ​ແລະ ອື່ນໆ ​ໃຫ້​ເກີດ​ຂຶ້ນ​ຢູ່​ແຂວງ​ໄຊ​ສົມບູນໃນ​ອະນາຄົດ​ ​​ໄດ້ໄວ​ເທົ່າ​ທີ່ຈະໄວໄດ້.

ໃນ​ຕອນ​ທ້າຍ, ​ຄອບຄົວຂອງທ່ານ ນາຍົກລັດຖະມົນຕີ ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫລືອ ​ໃຫ້​ແກ່​ກຳລັງປ້ອງກັນຊາດ ທີ່​ປະຕິບັດ​ໜ້າ​ທີ່ຢູ່​ເຂດ​ຮາກ​ຖານ, ຫ່າງ​ໄກ​ສອກຫລີກ. ​ສຳລັບເຄື່ອງຊ່ວຍເຫລືອຄັ້ງນີ້ ປະກອບ​ມີຜ້າ​ຫົ່ມ ຈຳນວນ 800 ຜືນ, ​ເສື້ອ​ກັນ​ໜາວ 800 ຜືນ​ ​ແລະ ເງິນສົດຈຳນວນໜຶ່ງ ​ລວມ​​ມູນ​ຄ່າ​ທັງ​ໝົດປະມານ 140 ລ້ານ​ກີບ. ນອກຈາກ​ນັ້ນ, ກໍຍັງ​ມີພາກສ່ວນ​ອື່ນໄດ້ມອບເຄື່ອງຊ່ວຍ​ເຫລືອຕື່ມອີກ ເປັນຕົ້ນອຸປະກອນສື່ສານ, ຜ້າ​ຫົ່ມ ​ແລະ ​ເສື້ອກັນ​ໜາວຈຳນວນ​ໜຶ່ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...