spot_img
Homeຂ່າວພາຍ​ໃນສູນສະຖິຕິເຜີຍ 61% ຂອງຫົວໜ່ວຍທຸລະກິດ ມີ​ທ່າອ່ຽງຜົນປະກອບການດີຂຶ້ນ ໃນປີຜ່ານມາ!

ສູນສະຖິຕິເຜີຍ 61% ຂອງຫົວໜ່ວຍທຸລະກິດ ມີ​ທ່າອ່ຽງຜົນປະກອບການດີຂຶ້ນ ໃນປີຜ່ານມາ!

Published on

lao-dong

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໄດ້ເປີດເຜີຍ ຜົນການສໍາຫລວດເສດຖະກິດທົ່ວປະເທດຄັ້ງທີ II ທີ່ຫາກໍສໍາເລັດລົງ ເມື່ອບໍ່ດົນມາ​ນີ້, ໂດຍຊີ້ໃຫ້ເຫັນວ່າ: ຫົວໜ່ວຍ​ທຸລະ​ກິດ ທີ່ດໍາເນີນທຸລະກິດ​ ມີ​ທ່າ​ອ່ຽງດີ​ຂຶ້ນ​ ມີຫລາຍກວ່າ 76.750 ​ຫົວໜ່ວຍ ກວມ​ປະມານ 61% ຂອງ​ຫົວໜ່ວຍ​ທັງໝົດ. ສຳລັບ​ຫົວໜ່ວຍ​ທຸລະກິດ ທີ່ມີຜົນປະກອບການ​ເທົ່າ​ເກົ່າ ມີປະມານ 33.860 ກວ່າ​ຫົວໜ່ວຍ ກວມປະມານ 27% ​ແລະ ມີຫລາຍກວ່າ 13 ພັນ​​ຫົວໜ່ວຍ ຫລື ກວມ​ເອົາ 10% ມີຜົນປະກອບການຫລຸດລົງ ແລະ ນອກຈາກນີ້​ມີ​ປະມານ 400 ກວ່າ​ຫົວໜ່ວຍ​ບໍ່​ມີ​ຄຳ​ຕອບ.

ສູນດັ່ງກ່າວໃຫ້ຮູ້ວ່າ: ​ຫົວໜ່ວຍ​ທຸລະ​ກິດ​ສ່ວນ​ໃຫຍ່​ ແມ່ນດຳ​ເນີນ​ທຸລະ​ກິດ ໂດຍປາສະຈາກ​ການ​ກູ້​ຢືມ  ມີປະມານ 107.500 ກວ່າ​ຫົວໜ່ວຍກວມ 86%, ມີຫລາຍກວ່າ 15 ພັນ​ຫົວໜ່ວຍ ກວມ​ເອົາ 12% ແມ່ນໄດ້​ກູ້​ຢືມ​ຈາກ​ທະນາຄານ​ ພາຍ​ໃນປະ​ເທດ ປະມານ 70% ແລະ ຈາກ​ກອງ​ທຶນ​ບ້ານ, ຍາດພີ່ນ້ອງ,​ໝູ່​ເພື່ອນ​ກວມປະມານ 26% ​ແລະ ກູ້​ຢືມ​ຈາກ​ຕ່າງປະ​ເທດມີ​ພຽງ 1,8% ​ເທົ່າ​ນັ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...