spot_img
Homeຂ່າວພາຍ​ໃນນາຍົກຯຊີ້ນໍາ 6 ບັນຫາຮີບດ່ວນ ຢູ່ກອງປະຊຸມລັດຖະບານ ເນັ້ນກຽມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

ນາຍົກຯຊີ້ນໍາ 6 ບັນຫາຮີບດ່ວນ ຢູ່ກອງປະຊຸມລັດຖະບານ ເນັ້ນກຽມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ!

Published on

Thongsing 1

ຂປລ. ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ ​ແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້ໃຫ້​ທິດຊີ້ນໍາຕໍ່ສະມາຊິກ​ລັດຖະບານ​ ເພື່ອນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈ ທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ຢູ່​ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນທັນວາ 2015 ໄດ້ໄຂຂຶ້ນ​ໃນວັນທີ 21​ ທັນວາ 2015 ຜ່ານ​ມາ​​ ໄປ​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​ດອກ​ອອກ​ຜົນ ປະກອບ​ມີ 6 ບັນຫາ​ສໍາຄັນ​ດັ່ງ​ນີ້:

ເດືອນມັງກອນ ປີ 2016 ຈະມີຫລາຍວຽກທີ່ສຳຄັນຂອງພັກເຮົາ​​ເປັນຕົ້ນແມ່ນການດຳເນີນ​​ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກແລະ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ເທື່ອສຸດທ້າຍ ຂອງສະໄໝທີ IX ຂອງພັກ ຈຶ່ງສະເໜີໃຫ້ບັນດາສະຫາຍເອົາໃຈໃສ່ກະກຽມດ້ານຕ່າງໆໂດຍສະເພາະແມ່ນດ້ານເນື້ອໃນທີ່ຈະລາຍງານຕໍ່ກອງປະຊຸມດັ່ງກ່າວໃຫ້ຮັດກຸມ, ຄົບຖ້ວນແລະ ສອດຄ່ອງກັບສະພາບຄວາມເປັນຈີງຂອງແຕ່ລະພາກສ່ວນ, ນອກຈາກນັ້ນ ກໍໃຫ້ເອົາໃຈໃສ່ຕື່ມ ກ່ຽວກັບບັນຫາຄວາເປັນລະບຽບຮຽບຮ້ອຍໃນສັງຄົມ, ຄວາມສະຫງົບປອດໄພຮອບດ້ານແລະ ການປະດັບປະດາຕົບແຕ່ງສຳນັກງານ, ອົງການ ກໍຄືຕົວເມືອງໃຫ້ມີຄວາມສະອາດຈົບງາມ, ພ້ອມທັງ ສ້າງຂະບວນການແຂ່ງຂັນຮັກຊາດແລະ ພັດທະນາເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ມີບັນຍາກາດທີ່ດີແລະ ມີຜົນສຳເລັດຢ່າງຈົບງາມ.

ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ​ໃຫ້ມີໝາກມີຜົນຕົວຈິງ ພ້ອມກັນນັ້ນ ກໍໃຫ້ຄົ້ນຄ້ວາກະກຽມບຸກຄະລາກອນ ໃນຂະແໜງການຕົນເອງ ທີ່ຈະສະໝັກເຂົ້າເປັນສະມາຊິກສະພາແຫ່ງຊາດ ຊຸດທີ VIII ​ໃຫ້ຮັບປະກັນໄດ້ ຜູ້ທີ່ມີເງື່ອນໄຂແລະ ມີມາດຖານຄົບຖ້ວນ.

ເດືອນມັງກອນ ກໍຈະແມ່ນວັນ ຄົບຮອບ 67 ປີ ຂອງການສ້າງຕັ້ງ ວັນກອງທັບປະຊາຊົນລາວແລະ ປີໃໝ່ສາກົນ 2016 ຈຶ່ງສະເໜີໃຫ້ບັນດາສະຫາຍເອົາໃຈໃສ່ສະເຫລີມສະຫລອງວັນດັ່ງກ່າວໃຫ້ມີບັນຍາກາດທີ່ດີ, ມີຄວາມເປັນລະບຽບຮຽບຮ້ອຍແລະ ມີຄວາມສະຫງົບປອດໄພ ຮັບປະກັນໄດ້ດ້ານເນື້ອໃນແລະ ບົນຈິດໃຈປະຢັດ.

ໃຫ້ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ປະຈຳສົກປີ 2015-2016 ກໍຄືແຜນງົບປະມານແຫ່ງລັດແລະແຜນລາຍຮັບລາຍຈ່າຍໃຫ້ບັນລຸຕາມຄາດໝາຍ.

ໃຫ້ເອົາໃຈໃສ່​​ເຮັດວຽກງານປ້ອງກັນຊາປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນແລະເຂັ້ມແຂງຕື່ມ ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່​​ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມເປັນຕົ້ນແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ, ກຸ່ມແກ້ງອັນຕະພານກວນເມືອງ, ບັນຫາອຸບັດຕິເຫດແລະ ລົດຕິດຕາມທ້ອງຖະໜົນແລະ ອື່ນໆ. ພ້ອມກັນນັ້ນໃຫ້ເອົາໃຈໃສ່ມີສະຕິແລະ ຕິດຕາມການເຄື່ອນໄຫວຂອງຄົນບໍ່ດີ ທີ່ຈະເຄື່ອນໄຫວສ້າງຄວາມວຸ້ນວາຍ, ຄວາມບໍ່ສະຫງົບ, ຫາງສຽງສັງຄົມ ໃນໄລຍະການກະກຽມແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ຕ້ອງມີມາດຕະການແກ້ໄຂຢ່າງເຂັ້ມງວ, ​ເດັດຂາດແລະ ຕໍ່​​ເນື່ອງ, ຕ້ອງແກ້ໄຂບັນຫາໄວແລະ ມີວິທີປ້ອງກັນແຕ່ຫົວທີ.

ໃຫ້ຂະແໜງການກ່ຽວຂ້ອງຊຸກຍູ້ຕື່ມ ກ່ຽວກັບຂະບວນການຜະລິດລະດູແລ້ງ ໃຫ້ທັນເວລາແລະ ມີໝາກ, ມີຜົນຕົວຈິງກວ່າເກົ່າ, ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ປ້ອງກັນພະຍາດລະບາດຕາມລະດູການ, ບັນຫາໜູຂີ, ຕັກແຕນແລະ ມີມາດຕະການປ້ອງກັນໄຟໄໝ້ປ່າ ​ເຊິ່ງອາດຈະເກີດຂຶ້ນໄວ້ແຕ່ຫົວທີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...