spot_img
Homeຂ່າວພາຍ​ໃນວັນສັຕຣີສາກົລ ຂ.ຜົ້ງສາລີ

ວັນສັຕຣີສາກົລ ຂ.ຜົ້ງສາລີ

Published on

image

ສະຫະພັນ ແມ່ຍິງລາວ ແຂວງ ຜົ້ງສາລີ ຈັດ ກິຈກັມ ສລອງວັນ ສັຕຣີ ສາກົລ ໃນ ຕອນເຊົ້າ ຂອງ ວັນທີ 6 ມີນາ ນີ້ ໂດຍເນັ້ນເຖິງ ການສົ່ງເສີມ ໃຫ້ຄວາມຮູ້ ກ່ຽວກັບ ການເຄື່ອນໄຫວ ຂອງ ແມ່ຍິງ ໃນ ບັນດາ ປະເທດ ອາຊຽນ ແລະ ໃນໂລກ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ:

“ຕອນເຊົ້ານີ້ ເລົ່າ ມູລເຊື້ອ ວັນສ້າງຕັ້ງ ໂຕຈິງ ພໍດີ ຄໍາຕອບ ຄໍາຖາມ ໃຫ້ ເອື້ອຍນ້ອງ ແມ່ຍິງ ເພາະວ່າ ຢາກໃຫ້ ຂະເຈົ້າຈື່ ແລ້ວ ມີກິຈກັມ ຖາມປະຫວັດ ວັນສ້າງຕັ້້ງ ແມ່ຍິງບໍ່ ຫລືວ່າ ການເຄື່ອນໄຫວ ຂອງ ທາງສູນກາງ ແມ່ຍິງລາວ ຕໍ່ກັບ ອາຊຽນຕ່າງໆ ແລະ ກັບໂລກ ຕໍ່ກັບ ພາກພື້ນ”.

ທ່ານ ເວົ້າຕື່ມວ່າ ການສົ່ງເສີມ ໃຫ້ແມ່ຍິງ ໃນແຂວງ ມີຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ການເຄື່ອນໄຫວ ຂອງ ແມ່ຍິງ ໃນປະເທດ ອື່ນນັ້ນ ຈະຊ່ວຍໃຫ້ ພວກເຂົາເຈົ້າ ໂດຍສະເພາະ ແມ່ຍິງ ຊົນເຜົ່າ ຊຶ່ງ ຫລາຍ ຄອບຄົວ ບໍ່ໄດ້ຮັບ ຂໍ້ມູລ ຂ່າວສານນັ້ນ ໄດ້ຮັບຮູ້ ເຖິງການ ປ່ຽນແປງ ຂອງ ສັງຄົມໂລກ.

ການສລອງ ວັນສັຕຣີ ສາກົລ ຈັດຂຶ້ນຢູ່ ທຸກເມືອງ ແຕ່ໃນເມືອງ ຜົ້ງສາລີ ໄດ້ຈັດໃຫຍ່ ກວ່າເມືອງ ອື່ນໆ ເພາະເປັນ ເມືອງເອກ ຂອງແຂວງ ມີແມ່ຍິງ ເຂົ້າຮ່ວມ ປະມານ 250 ຄົນ ໂດຍ ໄດ້ເຊີນ ບ້ານລະ 4-5 ຄົນ ເຂົ້າຮ່ວມ.

ວັນສັຕຣີສາກົລ ທີ 8 ມີນາ ປີນີ້ ກົງກັບ ວັນເສົາ ຊຶ່ງ ເປັນວັນພັກ ຣາຊການ ດັ່ງນັ້ນ ຈຶ່ງມີການ ຈັດການ ສລອງກັນ ລ່ວງໜ້າ ໃນແຂວງ ຕ່າງໆ ຂອງລາວ ໂດຍສ່ວນໃຫຍ່ ຈັດຂຶ້ນ ໃນ ວັນທີ 6 ຫລື ທີ 7 ມີນາ.

ທີ່ມາ http://www.rfa.org/

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...