spot_img
Homeຂ່າວພາຍ​ໃນລວມ 10 ເຫດການ-ຂ່າວເດັ່ນ ພາຍໃນປະເທດ ຮອບປີ 2015!

ລວມ 10 ເຫດການ-ຂ່າວເດັ່ນ ພາຍໃນປະເທດ ຮອບປີ 2015!

Published on

ປີ 2015 ນັບວ່າເປັນປີທີ່ມີເຫດການພົ້ນເດັ່ນຫລາຍເຫດການ ທີ່ເກີດຂຶ້ນຢູ່ ສປປ ລາວ ຊຶ່ງທີມງານລາວໂພສຕ໌ ຂໍນຳສະເໜີ 10 ເຫດການໃຫຍ່ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ອຸບັດເຫດ ແລະ ໄພທຳມະຊາດ ທີ່ເກີດຂຶ້ນພາຍໃນປະເທດ ໃນຮອບ 1 ປີຜ່ານມາ ຕາມລຳດັບເຫດການ ແຕ່ຕົ້ນເຖິງທ້າຍປີດັ່ງນີ້:

1. ສະເຫລີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ຢ່າງຍິ່ງໃຫຍ່

ໃນ​ຕອນ​ເຊົ້າ​ວັນ​ທີ 21 ມີນາ 2015 ພິທີ​ສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງໃຫຍ່, ເລີ່ມ​ຈາກ​ຄະນະ​ບໍ​ລິຫານ​ງານ​ສູນ​ກາງ​ພັກ ເຂົ້າ​ວາງ​ພວງ​ມາລາ​ ຢູ່​ອະນຸສາວະລີ​ນັກຮົບ​ນິລະນາມ ແລະ ວາງ​ກະຕ່າ​ດອກ​ໄມ້ທີ່​ຮູບ​ປັ້ນ​ ປະທານ ໄກສອນ ພົມ​ວິຫານ ຢູ່​ຫໍ​ພິ​ພິ​ທະ​ພັນ ໄກສອນ, ຈາກ​ນັ້ນ ກໍ່​ໄດ້​ມີ​ພິທີ​ໂຮມ​ຊຸມນຸມ​ໃຫຍ່​ ສະເຫຼີມສະຫຼອງ ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ຢູ່​ຫໍ​ປະຊຸມ​ແຫ່ງຊາດ ໂດຍ​ມີ​ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ເລຂາ​ທິ​ການ​ໃຫຍ່ ຄະນະ​ບໍລິຫານງານ​ສູນ​ກາງ​ພັກ ປະທານ​ປະເທດ ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ອະດີດ​ປະທານ​ປະເທດ ພ້ອມ​ດ້ວຍ​ບັນດາ​ສະຫາຍ ກຳມະການ​ກົມ​ການເມືອງ​ສູນກາງ​ພັກ ເລຂາທິການ​ສູນ​ກາງພັກ ກຳມະການ​ສູນ​ກາງ​ພັກ ອະດີດ​ການ​ນຳວິລະ​ຊົນ​ແຫ່ງ​ຊາດ ພະນັກງານ​ອາວຸໂສ​ບຳນານ ພະນັກ​ງານ​ຫຼັກ​ແຫຼ່ງ​ຈາກ​ກະຊວງ ອົງການນະຄອນຫຼວງ ທະຫານ ຕຳຫຼວດ ນັກທຸລະກິດ ຊາວ​ໜຸ່ມ ແລະ ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

stupa-1024x683

2. ເຮືອແພນັກຮຽນຫລົ້ມຢູ່ບ້ານນາບົງ

ເວລາ 7:15 ນາທີ ຂອງວັນທີ26 ພຶດສະພາ 2015 ໄດ້ເກີດເຫດເຮືອແພຫລົ້ມ ຢູ່ລະຫວ່າງບ້ານນາບົງ ແລະ ບ້ານທ່າກົກໄຮ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຊຶ່ງເຮືອແພດັ່ງກ່າວ ໂດຍສານນັກຮຽນທີ່ຈະໄປເສັງຈົບຊັ້ນປໍ 5 ຢູ່ໂຮງຮຽນປະຖົມຊຽງແລ ສົ່ງຜົນເຮັດໃຫ້ມີຜູ່ເສຍຊີວິດ ທັງໝົດ 10 ຄົນ ຍິງ 8 ຄົນ, ຊາຍ 2 ຄົນ.

10423628_1601440590108554_1003640090950050797_n

ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ ທ່ານ ປີເຕີຈັນ ປະທານກຸ່ມບໍລິສັດລາວເວີນ ມະຫາຊົນ (ສູນການຄ້າລາວ-ໄອເຕັກ) ໄດ້ສະແດງເຈດຈຳນົງ ຂໍສ້າງຂົວຂ້າມນ້ຳງື່ມ ໃນຈຸດບ້ານນາບົງ (ຈຸດເກີດເຫດເຮືອແພຫລົ້ມ) ດ້ວຍການບໍລິຈາກທຶນສ່ວນຕົວສ້າງໃຫ້ລ້າໆ ເພື່ອເປັນຂອງຂວັນໃຫ້ກັບພໍ່ແມ່ປະຊາຊົນ ໂດຍໄດ້ຮັບອະນຸຍາດ ຈາກລັດຖະບານ.

11267913_486140701550140_1301220043_n
ທ່ານ ປີເຕີຈັນເຮືອບິນຕົກໄຊສົມບູນ

3. ເຮືອບິນກອງທັບຕົກຢູ່ໄຊສົມບູນ

ໃນວັນທີ 27 ກໍລະກົດ 2015 ເກີດເຫດເຮືອບິນ Mi-17-1B ລະຫັດ RDPL34062 ຂອງກອງທັບຕົກ ພາຍຫຼັງຂຶ້ນບິນຈາກ ນະຄອນຫຼວງວຽງຈັນ ເວລາປະມານ 13:10 ນາທີ ແລະ ຂາດການຕິດຕໍ່ໃນເວລາຕໍ່ມາ, ຈຸດເກີດເຫດຢູ່ບໍລິເວນ ເຂດບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ໄປທາງທິດເໜືອ ສົ່ງຜົນເຮັດໃຫ້ ຈຸບິນ 4 ທ່ານ ແລະ ຜູ່ໂດຍສານອີກ 19 ທ່ານ ເສຍຊີວິດຍົກລຳ.

11817287_1022826544415684_4101226542621121512_n

4. ກອງເຊຍໄທອາລະວາດຢູ່ສະໜາມກິລາແຫ່ງຊາດ

ວັນທີ 4 ກັນຍາ 2015 ເກີດເຫດການປະທະກັນລະຫວ່າງ ກອງເຊຍຊາວໄທ ແລະ ເຈົາໜ້າທີ່ຕຳຫລວດລາວ ໃນການແຂ່ງຂັນ ຮອບຊິງຊະນະເລີດ U19 ລະຫວ່າງ ທີມຊາດໄທ ພົບກັບ ທີມຊາດຫວຽດນາມ ທີ່ສະຫນາມກິລາແຫ່ງຊາດ ຫລັກ 16 ນະຄອນຫລວງວຽງຈັນ ເນື່ອງຈາກກອງເຊຍດັ່ງກ່າວ ໄດ້ຈູດດອກໄມ້ໄຟໃນສະໜາມ ຊຶ່ງເປັນສິ່ງທີ່ເກືອດຫ້າມ ເຮັດໃຫ້ເຈົ້າໜ້າທີ່ເຂົ້າໄປຕັກເຕືອນ ແຕ່ພວກກ່ຽວບໍ່ພໍໃຈ ຈົນເກີດການປະທະກັນ ສົ່ງຜົນໃຫ້ກອງເຊຍຊາວໄທ ຈຳນວນ 25 ຄົນ ຖືກເຈົ້າໜ້າທີ່ກັກຕົວເພື່ອສືບສວນ ແລະ ຕໍ່ມາສະຖານເອກອັກຄະລາຊະທູດໄທ ໄດ້ເຂົ້າເຈລະຈາເພື່ອຂໍປ່ອຍຕົວ ສົ່ງກັບຄືນປະເທດໄທ ໃນວັນທີ 5 ກັນຍາ 2015.

22687-og-6976

5. ດິນເຈື່ອນເມືອງນານ

12004734_1648931338684899_4973394266029611711_n

ວັນທີ 8 ກັນຍາ 2015 ເວລາ 14:00 ໂມງ ໄດ້ເກີດເຫດນ້ຳປ່າໄຫລຊຸ ແລະ ດິນເຈື່ອນຢ່າງຮຸນແຮງ ໃນເຂດທ່ອງທ່ຽວຕາດຫ່ຽນ ພູສະແກນ ເມືອງນານ ແຂວງຫລວງພະບາງ ເຮັດໃຫ້ບ້ານເຮືອນປະຊາຊົນ, ວັດວາອາຮາມ, ຜົນລະປູກ, ບ່ອນທຳການຜະລິດ, ສັດລ້ຽງ ແລະ ພື້ນຖານໂຄງລ່າງອື່ນໆ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

11802090_910352065708759_1883439064_n

6. ດາວທຽມລາວດວງທຳອິດ ຖືກສົ່ງຂຶ້ນສູ່ວົງໂຄຈອນ

ໃນຕອນເຊົ້າວັນທີ 21 ພະຈິກ 2015 ຢູ່ແຂວງສີສວນ ສປ ຈີນ ດາວທຽມເພື່ອການສື່ສານດວງທຳອິດຂອງ ສປປ ລາວ ຊື່ດາວທຽມ Lao Sat-1 ໄດ້ຖືກປ່ອຍຂຶ້ນສູ່ວົງໂຄຈອນ ທີ 128.5 ອົງສາຕາເວັນອອກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງ ຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມ. ພິທີປ່ອຍດາວທຽມ Lao Sat 1 ເປັນຂອງຂວັນພິເສດ ຈາກລັດຖະບານ ສປ ຈີນ ແກ່ ສປປ ລາວ ເນື່ອງໃນໂອ ກາດສະເຫຼີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຄົບຮອບ 40 ປີ ໂດຍລະບົບທັງໝົດຂອງດາວທຽມ Lao Sat 1  ຈະຖືກຄວບຄຸມບັນຊາການ ຢູ່ສະຖານີດາວທຽມລາວ ຊຶ່ງຕັ້ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍນັກວິຊາການ 50 ຄົນ ທີ່ເປັນຄົນລາວ ແລະ ຊ່ຽວຊານ ຈາກ ສປ ຈີນ.

2-12

7. ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

12301523_462699403913610_5222279034553427341_n

ພິທີ​ໂຮມ​ຊຸມນຸມໃຫຍ່ ສະ​ເຫລີ​ມສະຫລອງ​ ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 2 ທັນວາ 2015 ​ທີ່​ສະໜາມ​ຫລວງ ​ໂດຍ​​ໃຫ້​ກຽດ​ເຂົ້າຮ່ວມຂອງ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ພ້ອມ​ດ້ວຍ​ການ​ນຳ​ຂັ້ນສູງ​ພັກ-ລັດ, ​ແຂກຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ສາກົນ ຕະຫລອດ​ຮອດວິລະ​ຊົນ, ນັກຮົບ​ແຂ່ງຂັນແຫ່ງ​ຊາດ​, ພະນັກງານ​ປະຕິວັດ​ອາວຸ​ໂສບຳນານ ​ແລະ ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ ​ແລະ ຕົວ​ແທນ​ຈາກ​ບັນດາ​ແຂວງ​ທົ່ວ​ປະ​ເທດ ​ເຂົ້າຮ່ວມ​ຢ່າງ​ຄຶກຄື້ນ. ພ້ອມກັນນັ້ນ, ໃນຕອນຄ່ຳຂອງມື້ດຽວກັນ ຍັງມີການສະແດງສີລະປະ-ວັນນະຄະດີ ຢ່າງຍິ່ງໃຫຍ່ອະລັງການ ຢູ່ສະໜາມກິລາແຫ່ງຊາດ ແລະ ຈູດດອກໄມ້ໄຟຢ່າງມະໂຫລານ ທີ່ສະໜາມຫລວງ ອີກດ້ວຍ.

11012885_462766133906937_7345170971401889479_n 12294857_462766283906922_1090872371612160407_n

8. ວາງສີລາລຶກໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ

​ໃນ​ວັນ​ທີ 2 ທັນວາ 2015 ນີ້ ທີ່​ບ້ານ​ໄຊ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດພິທີວາງ​ສີ​ລາ​ລຶກໂຄງການ​ ກໍ່ສ້າງ​ທາງ​ລົດ​​ໄຟ​ລາວ-ຈີນ​ ຢ່າງ​ເປັນ​ທາງ​ການ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ປະທານປະເທດ ​ແລະ ສະຫາຍ ຈາງ ເຕີ ຈຽງ ຄະນະປະຈຳກົມການເມືອງ ປະທານສະພາຜູ້ແທນປະຊາຊົນຈີນ ພ້ອມ​ບັນດາກໍາມະການກົມການເມືອງສູນກາງພັກ, ຄະນະລັດຖະບານ, ທູຕານຸທູດ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ສອງ​ຝ່າຍເຂົ້າ​ຮ່ວມ​. ທາງລົດໄຟດັ່ງກ່າວນີ້ ມີຄວາມຍາວປະມານ 427 ກິໂລແມັດ, ໂດຍຈະເລີ່ມສ້າງນັບແຕ່ ດ່ານຊາຍແດນ ລາວ-ຈີນ ​ຢູ່​ເຂດບໍ່ເຕັນ ແຂວງ ຫລວງນ້ຳທາ ມາ​ເຖິງນະຄອນຫລວງວຽງຈັນ ຈົນ​ຮອດ​ຈຸດ​ລົດ​ໄຟ​ເຊື່ອມ​ຕໍ່ ​ລາວ-​ໄທ ​ແຫ່ງ​ໃໝ່, ຈັດ​ຢູ່​ໃນ​ປະ​ເພດ​ທາງ​ລົດ​ໄຟ​ມາດຕະຖານ​ລະດັບ​ 1 ​ ​ເປັນ​ລະບົບ​ຂັບ​ເຄື່ອນ​ດ້ວຍ​ໄຟຟ້າ, ປະກອບມີສະຖາ​ນີ 33 ​ແຫ່ງ​ ໃນ​ນັ້ນ​ມີສະຖານີ ສໍາລັບ​ຫລີກ​ລົດ​​ໄຟ 11 ​ແຫ່ງ ​ແລະ ສະຖານ​ນີສິນຄ້າ 1 ​ແຫ່ງ ດ້ວຍມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ຂອງ​ໂຄງການ​ປະມານ 38,7 ຕື້​ຢວນ ຄາດປີ 2020 ສຳເລັດ.

4-1

9. ຮັບຮອງ ແລະ ປະກາດໃຊ້ ລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015

Meeting11-1024x464

ໃນວັນທີ 8 ທັນວາ 2015 ເວລາ 18:30 ນາທີ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ລົງມະຕິຮັບຮອງເອົາ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2015 ແລະ ຕໍ່ມາ ໃນວັນທີ 15 ທັນວາ 2015 ທ່ານ ​ ຈູມ​ມາລີ ​ໄຊ​ຍະສ​​ອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້ອອກ​ລັດຖະດຳລັດ​ ເລກທີ  214/ປປທ, ໃນ​ວັນ​ທີ 15 ທັນວາ 2015 ປະກາດ​ໃຊ້ ລັດຖະທຳ​ມະນູນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ສະບັບ​ປັບປຸງ ປີ 2015 ຢ່າງເປັນທາງການ. ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງໃໝ່ປີ 2015 ຊຶ່ງເປັນກົດໝາຍສູງສຸດຂອງປະເທດເຮົາ ປະກອບມີທັງໝົດ 14 ໝວດ ແລະ 119 ມາດຕາ ຊຶ່ງໃນນັ້ນ ປະກອບມີ 3 ໝວດໃໝ່ ເພີ່ມເຂົ້າມາຄື: ໝວດທີ VIII ວ່າດ້ວຍ ສະພາປະຊາຊົນທ້ອງຖິ່ນ, ໝວດທີ XI ວ່າດ້ວຍ ການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍ ຄະນະກໍາມະການເລືອກຕັ້ງ ແລະ ນອກຈາກນີ້ ຍັງມີການປັບປຸງເນື້ອໃນຂອງບາງໝວດ ແລະ ບາງມາດຕາຕື່ມອີກ.

IMG_1245

10. ສະເຫລີມສະຫລອງເມືອງມໍລະດົກໂລກຫລວງພະບາງ ຄົບຮອບ 20 ປີ

president

ພິທີສະເຫລີມສະຫລອງ ເມືອງຫລວງພະບາງ ເປັນມໍລະດົກໂລກ ຄົບຮອບ 20 ປີ (9 ທັນວາ 1995 – 9 ທັນວາ 2015 ໄດ້ຈັດຂຶ້ນຢ່າງຄືກຄື້ນ ໃນວັນທີ 9 ທັນວາ 2015 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ແລະ ພັນລະຍາ, ມີບັນດາການນໍາພັກ-ລັດຂັ້ນສູງ, ທູຕານຸທູດ, ນັກທ່ອງທ່ຽວ ແລະ ມວນຊົນເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ. ງານສະ​ເຫລີ​ມສະຫລອງດັ່ງກ່າວ ມີຂະບວນແຫ່ກ້ອນກໍາລັງຕ່າງໆ, ຂະບວນແຫ່ຊ້າງ ແລະ ອື່ນໆ, ຊຶ່ງແຕ່ລະກິດຈະກໍາ ລ້ວນແຕ່ໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍຄືມວນຊົນເຂົ້າຮ່ວມຊົມ ເປັນຈໍານວນຫລາຍ.

12341154_1090670434297961_6537403711559868316_n

12341456_1090669327631405_2053528696455191348_n

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...