spot_img
Homeຂ່າວການພັດທະນາຫລບ ເຜີຍແຜ່ວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ຫລບ ເຜີຍແຜ່ວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

Published on

3-1 3-2

ຫ້ອງວ່າການລັດຖະ ບານ (ຫລບ) ໄດ້ຈັດຕັ້ງເຜີຍ ແຜ່ວັນສາກົນຕ້ານການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີ ປະຈຳ ຫ້ອງວ່າ ການລັດຖະບານ ຊຶ່ງມີບັນດາ ຫົວໜ້າກົມ-ຮອງກົມ, ພະນັກ ງານວິຊາການທີ່ຂຶ້ນກັບຫ້ອງ ວ່າການລັດຖະບານເຂົ້າຮ່ວມ.
ທ່ານ ນາງ ຈັນໂສດາ ພອນທິບ ຫົວໜ້າກອງເລຂາ ເພື່ອຄວາມກ້າວໜ້າຂອງແມ່ ຍິງແຫ່ງຊາດ ໄດ້ເຜີຍແຜ່ຄວາມ ເປັນມາຂອງວັນດັ່ງກ່າວ ໂດຍລັດຖະດຳລັດປະທານປະເທດ ເລກທີ 031/ປປທ ລົງວັນທີ 30 ມັງກອນ 2015 ປະກາດໃຊ້ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກ  ຊຶ່ງກົດໝາຍດັ່ງກ່າວ ໄດ້ກຳ ນົດຫຼັກການ ລະບຽບການ ແລະ ມາດຕະການດ້ວຍການປົກປ້ອງ, ປ້ອງກັນ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການແກ້ໄຂການໃຊ້ຄວາມຮຸນແຮງ ດັ່ງກ່າວເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບ ທຳຂອງ ແມ່ຍິງ ແລະ ເດັກ ແນໃສ່ຈຳ ກັດທຸກຮູບການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກ, ຍົກ ສູງຖານະບົດບາດ, ກຽດສັກສີ ຂອງແມ່ຍິງ ແລະ ເດັກ, ບັນລຸຄວາມ ສະເໝີພາບຍິງ-ຊາຍ ປະກອບສ່ວນສ້າງສັງຄົມໃຫ້ ມີຄວາມສະຫງົບ, ສາມັກຄີ, ປອງດອງ, ຍຸຕິທຳ ແລະ ສີວິ ໄລ, ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດ. ຈາກ ນັ້ນ ທີ່ປະຊຸມຍັງໄດ້ຕີລາຄາ ສະພາບ ການຊີ້ ນຳໆພາລວມ ຂອງຄະນະກຳມາທິການເພື່ອ ຄວາມກ້າວໜ້າຂອງແມ່ຍິງ ຫ້ອງວ່າການລັດຖະບານໃນ ໜຶ່ງປີຜ່ານມາ ຊຶ່ງໄດ້ຍົກໃຫ້ ເຫັນດ້ານດີ, ດ້ານຕັ້ງໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຕີລາ ຄາດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ຈະຕ້ອງ ໄດ້ປັບປຸງແກ້ໄຂ. ພ້ອມກັນນັ້ນ ຍັງໄດ້ປະກອບຄຳເຫັນໃສ່ທິດ ທາງແຜນການສູ້ຊົນວຽກງານ ຂອງຄະນະກຳມາທິການ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ ຊຸມປີຕໍ່ໜ້າ 2015-2016 ໃຫ້ ສອດຄ່ອງກັບສະພາບຄວາມ ເປັນຈິງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...