spot_img
Homeຂ່າວພາຍ​ໃນບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນ ນ້ຳດື່ມຫົວເສືອ ຮູບໂສມໃໝ່!

ບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນ ນ້ຳດື່ມຫົວເສືອ ຮູບໂສມໃໝ່!

Published on

_8880035 seua 1

ຂປລ. ບໍລິສັດເບຍລາວ ຈຳກັດໄດ້ຖະແຫລງຂ່າວແລະເລີ່ມຈຳໜ່າຍຜະລິດຕະພັນ ນ້ຳດື່ມ ຫົວເສືອ ໃນຮູບ ໂສມໃໝ່ ອອກສູ່ຕະຫລາດ ຢ່າງເປັນທາງການ ໃນຕອນບ່າຍວັນທີ 28 ທັນວາ 2015 ນີ້ ທີ່ບໍລິສັດດັ່ງກ່າວ,ໂດຍການເຂົ້າຮ່ວມຂອງທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການບໍລິສັດເບຍລາວ ຈຳກັດ, ບັນດາພະນັກງານພາຍໃນບໍລິສັດແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທະແສງ ສິລິສັກ ຜູ້ຈັດການຜະລິດຕະພັນນ້ຳດື່ມຫົວເສືອແລະໂຊດາລາວໄດ້ໃຫ້ຮູ້ວ່າ: ບໍລິສັດ ເບຍລາວ ແມ່ນບໍລິສັດນຳໜ້າໃນການຜະລິດເຄື່ອງດື່ມ ໃນ ສປປ ລາວ ທີ່ມີປະສົບການຫລາຍກ່ວາ 40 ປີ. ປັດຈຸບັນ ບໍລິສັດ ມີການຜະລິດ ແລະ ຈຳໜ່າຍເຄື່ອງດື່ມ ປະເພດເບຍ, ນ້ຳອັດລົມ, ນ້ຳດື່ມ ແລະ ເຄື່ອງດື່ມໃຫ້ພະລັງງານ. ພ້ອມ ດຽວກັນນີ້ ບໍລິສັດ ເບຍລາວ ຈຳກັດ ຍັງໄດ້ມີການເໜັ້ນໜັກໃສ່ ການສ້າງນະວັດຕະກຳໃໝ່ໆ ທາງດ້ານການຜະລິດ, ການຫຸ້ມຫໍ່ ແລະ ມີຜະລິດຕະພັນໃໝ່ໆ ອອກຮັບໃຊ້ສັງຄົມຢ່າງຕໍ່ເນື່ອງແລະໃນວັນທີ 18 ທັນວາ 2015 ທີ່ຜ່ານມາ ກໍ ໄດ້ເລີ່ມວາງຈຳໜ່າຍ ຜະລິດຕະພັນ ນ້ຳດື່ມ ຫົວເສືອ ໃນຮູບໂສມໃໝ່ ອອກສູ່ຕະຫລາດ ເຊິ່ງນອກຈາກ ການອອກແບບ ການຫຸ້ມຫໍ່ໃຫ້ມີຄວາມທັນສະໄໝ ແລະ ສວຍງາມແລ້ວ ນ້ຳດື່ມ ຫົວເສືອ ໃນຮູບໂສມໃໝ່ນີ້ ຍັງຄົງຮັກສາຄຸນນະພາບ ຂອງຜະລິດຕະພັນ ທີ່ຜູ້ບໍລິໂພກໄດ້ໃຫ້ ຄວາມໄວ້ວາງໃຈຕະຫລອດມາ.

ນ້ຳດື່ມຫົວເສືອໄດ້ເລີ່ມວາງຈຳໜ່າຍໃນຕະຫລາດ ມາແຕ່ປີ 1997 ​ທີ່ບັນຈຸໃນຂວດແກ້ວ, ມາໃນປີ 1999 ​ໄດ້ປ່ຽນຈາກຂວດແກ້ວ ມາເປັນຕຸກປຣາສະຕິກ​​​ໃສໂດຍຈຳໜ່າຍຂະໜາດບັນຈຸ ຕຸກໃຫຍ່ 1.500 ມິນລີລິດ (ມລ), ຕຸກກາງ 500 ມລ, ຈອກຢາງນ້ອຍ 200 ມລແລະໃນປີ 2009 ​ໄດ້ມີການປັບປ່ຽນຮູບໂສມໃໝ່ອີກເທື່ອໜຶ່ງເຊິ່ງໃນປີດຽວກັນ ນ້ຳດື່ມຫົວເສືອ ຍັງໄດ້ຮັບກຽດ ໃຫ້ເປັນນ້ຳດື່ມຢ່າງເປັນທາງການໃນ​​ມະຫະກຳກິລາຊີເກມ ຄັ້ງທີ 25 ທີ່ ສປປ ລາວເປັນເຈົ້າພາບ.

ນ້ຳດື່ມ ຫົວເສືອ ໃນຮູບໂສມໃໝ່ ມີຂະໜາດ ບໍລິມາດບັນຈຸ ຄື: ຕຸກໃຫຍ່ ຂະໜາດ ບັນຈຸ 1.500 ມລ, ຕຸກກາງ 600 ມລແລະ ຕຸກນ້ອຍ 350 ມລເຊິ່ງລາຄາຂາຍ ອອກຈາກບໍລິສັດ ແມ່ນຍັງຄົງຮັກສາໄວ້ຄືເກົ່າ ຄື: ແກັດໃຫຍ່: 1.500 ມລ x12 ລາຄາ 38,000 ກີບ/ແກັດ, ແກັດກາງ:  600 ມລ x24 ລາຄາ 42.000 ກີບ/ແກັດ, ແກັດນ້ອຍ: 350 ມລ x24 ລາຄາ 32,000 ກີບ/ແກັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...