spot_img
Homeຂ່າວເຫດການກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII ຈະໄຂຂຶ້ນທ້າຍເດືອນນີ້!

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VII ຈະໄຂຂຶ້ນທ້າຍເດືອນນີ້!

Published on

1saonum 1

ຂປລ. ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ ​ປະຊາຊົນ​ປະຕິວັດ​ລາວ​ ທົ່ວ​ປະ­ເທດ ຄັ້ງ​ທີ VII ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30-31 ທັນວາ 2015 ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ.

ທ່ານ ດຣ. ສອນ​ທະນູ​ ທໍຳ​ມະ​ວົງ  ຮອງ​ເລຂາ​ ຄະນະບໍລິ​ຫານ​ງານ​ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ​ປະຕິວັດ​ລາວ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນຊົນ ​ໃນ​ວັນ​ທີ​ 28 ທັນ​ວາ 2015 ນີ້ ວ່າ: ກອງ​ປະຊຸມ​ດັ່ງກ່າວ ​ຈະ​ໄດ້​ຮັບ​ຟັງ​ການສະ​ເໜີ​ບົດ​ລາຍ​ງານ​ການ​ເມືອງ, ສະຫລຸບ​ຕີ​ລາຄາ ​ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຊາວ​ໜຸ່ມ-​ເຍົາວະ​ຊົນ ໃນ 5 ປີ ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ, ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ຜູ້​ແທນ​ຊາວ​ໜຸ່ມ​ທົ່ວ ປະ​ເທດ ​ແຕ່​ປີ 2011-2015 ​ເປັນ​ຕົ້ນ ​ ດ້ານ​ການ​ເມືອງ​ແນວ​ຄິດ, ການ​ປັບປຸງ​ກໍ່ສ້າງ​ການຈັດ​ຕັ້ງ​ຂອງ​ຊາວ​ໜຸ່ມ ​ແລະ ​ເຍົາວະ​ຊົນ, ການຈັດ​ຕັ້ງ​ປະຕິບັດ​ການ​ນຳພາ​ຊາວ​ໜຸ່ມ​ເຂົ້າ​ສູ່​ຂະ​ບວນການ​ຕ່າງໆ, ການ​ປົກ​ປ້ອງ​ສິດ-ຜົນປະ​ໂຫຍ​ດຂອງ​ຊາວ​ໜຸ່ມ-​ເຍົາວະ​ຊົນ, ຕີ​ລາຄາ​ຄືນ​ ວຽກ​ງານ​ສົ່​ງ​ເສີມ​ວິຊາ​ຊີບ, ວຽກ​ງານ​ກວດກາ​ຂອງ​ຄະນະຊາວ​ໜຸ່ມ ​ແລະ ວຽກ​ງານ​ພົວພັນຮ່ວມ​ມືພາຍ​ໃນ ​ແລະ ຕ່າງ​ປະ​ເທດ, ຕີ​ລາຄາ​ຄືນ​ການຈັດ​ຕັ້ງ​ປະຕິບັດວຽງ​ງານ​ຫັນ​ລົງ​ຮາກ​ຖານ ​ຕາມ​ທິດ​ນຳ 3 ສ້າງ​ຂອງ​ພັກ, ການຈັດ​ຕັ້ງ​ປະຕິບັດ 6 ​ໂຄງການ​ຈຸດ​ສຸມ ​ເປັນ​ຕົ້ນ ​ໂຄງການ​ສ​້າງກຸ່ມ​ວິຊາ​ຊີບ ​ໃຫ້​ແກ່​ຊາວ​ໜຸ່ມ​ຕົວ​ແບບ, ​ໂຄງການ​ຝຶກ​ອົບຮົມ​ວິຊາ​ຊີບ​ ໃຫ້ ​ແກ່​ຊາວ​ໜຸ່ມ​ຊົນນະບົດ, ​ໂຄງການ​ສົ່ງ​ເສີມ​ພອນ​ສະຫວັນ ​ແລະ ຫົວຄິດ​ປະດິດ​ສ້າງ, ​ໂຄງການ​ຝຶກ​ອົບຮົມ​ຄວາມ​ຮູ້​ທົ່ວ​​ໄປ ​ແລະ ການ​ເມືອງ​ໃຫ້​ຊາວ​ໜຸ່ມ ​ນອກ​ໂຮງຮຽນ, ​ໂຄງການ​ສ້າງ​ສະຫະພັນ​ຊາວ​ໜຸ່ມ ​ແລະ ​ໂຄງການ​ສ້າງ​ກອງ​ທຶນ​ພັດທະນາ​ຊາວ​ໜຸ່ມ. ພ້ອມ​ນັ​້ນ, ຍັງ​ຈະ​ໄດ້ຜ່ານ​ທິດ​ທາງ​ແຜນການ​ໃນ 5 ປີ ຕໍ່ໜ້າ ​ແລະ ວາງ​ວິ​ໄສ​ທັດ​ ໃນ​ການ​ພັດທະນາ​ຊາວ​ໜຸ່ມ-​ເຍົາວະ​ຊົນ ປີ 2016-2020.

ຜູ້​ແທນ​ສົມບູນ​ ທີ​​ເຂົ້າ​ຮ່ວມ​ກອ​ງປະຊຸມຍັງ ​ຈະ​ໄດ້​ພ້ອມ​ກັນ​ ດໍາຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ​ປະຊາຊົນປະຕິວັດ​ລາວ ຜູ້​ໃໝ່ ​ແລະ ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ການ​ນຳ​ ພັກ-​ລັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອປັບປຸງສະໜາມບິນສາກົນວັດໄຕ

ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project...

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ພະຈິກ (11) 2024, ກົງກັບວັນອາທິດ, ຂຶ້ນ 3 ຄໍ່າ, ເດືອນ 12...

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...