spot_img
Homeຂ່າວຕ່າງປະເທດຣັດເຊຍຖະແຫລງຜົນງານ ໂຈມຕີຂະບວນລົດບັນທຸກ ນ້ຳມັນເຖື່ອນໄອເອັສ ກ່ວາ 2,000 ຄັນ!

ຣັດເຊຍຖະແຫລງຜົນງານ ໂຈມຕີຂະບວນລົດບັນທຸກ ນ້ຳມັນເຖື່ອນໄອເອັສ ກ່ວາ 2,000 ຄັນ!

Published on

EyWwB5WU57MYnKOuX7GybLTy3Y89mPOVuBihC6CW2UTzINgoiVR4ue

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ທັນວາຜ່ານມານີ້ວ່າ ທ່ານ ພົນໂທ ເຊີເກ ຣູດສະຄອຍ ຮອງປະທານເສນາທິການ ກອງທັບບົກຣັດເຊຍ ໄດ້ອອກຖະແຫລງຂ່າວ ທີ່ກະຊວງປ້ອງກັນປະເທດ ນະຄອນຫລວງມົດສະກູ ເມື່ອວັນທີ 25 ທັນວາຜ່ານມາ ເຖິງຜົນງານ ການປະຕິບັດການໂຈມຕີທາງອາກາດ ຖະຫລົ່ມກຸ່ມລັດອິດສະລາມ ຫລື ໄອເອັສ ນັບຕັ້ງແຕ່ວັນທີ 30 ກັນຍາ 2015 ເປັນຕົ້ນມາ ແມ່ນໄດ້ທຳກາຍເປົ້າໝາຍກຸ່ມໄອເອັສແລ້ວ 5,240 ຄັ້ງ ດ້ວຍການສົ່ງເຮືອບິນສູ້ຮົບ ເຂົ້າໂຈມຕີໃນເຂດສັດຕູເຖິງ 189 ຄັ້ງ.

ພ້ອມດຽວກັນນັ້ນ ກອງທັບບົກຣັດເຊຍ ຍັງໄດ້ເຜີຍແຜ່ຂໍ້ມູນ ກ່ຽວກັບການໂຈມຕີ ຂະບວນລົດຂົນສົ່ງນ້ຳມັນເຖື່ອນ ຂອງກຸ່ມໄອເອັສ ທີ່ລັກລອບຂົນຂ້າມແດນ ເຂົ້າໄປພາຍໃນປະເທດຕວກກີ ຊຶ່ງໄດ້ທຳລາຍຂະບວນລົດ 17 ຂະບວນ ມີລົດຂົນສົ່ງນ້ຳມັນ ຈຳນວນ 2,000 ກ່ວາຄັນ ຖືກທຳລາຍ.

NjpUs24nCQKx5e1D7sDzGrqT1bgPFnKjv9dopnmLpUX NjpUs24nCQKx5e1D7sDzGrqT1bgPFnKKKARhlrH0Vvo

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...