Homeຂ່າວຕ່າງປະເທດທະນາຄານກາງກຳປູເຈຍ ອອກຫລຽນທີ່ລະນຶກອາຊຽນ ຈຳໜ່າຍໃນໂອກາດ ວັນສ້າງຕັ້ງ AEC!

ທະນາຄານກາງກຳປູເຈຍ ອອກຫລຽນທີ່ລະນຶກອາຊຽນ ຈຳໜ່າຍໃນໂອກາດ ວັນສ້າງຕັ້ງ AEC!

Published on

A commemorative coin with flags of ASEAN member countries is seen at the National Bank of Cambodia on December 25, 2015. The National Bank of Cambodia began the sale of silver souvenir coins bearing flags of Association of Southeast Asian Nations (ASEAN) to celebrate ASEAN community 2015 and ASEAN Economy Community (AEC) in 2016. AFP PHOTO / TANG CHHIN SOTHY / AFP / TANG CHHIN SOTHY

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ທັນວາຜ່ານມານີ້ວ່າ ທະນາຄານແຫ່ງຊາດກຳປູເຈຍ (NBC) ຫລື ທະນາຄານກາງ ໄດ້ອອກຫລຽນທີ່ລະນຶກອາຊຽນ ອອກຈຳໜ່າຍໃຫ້ແກ່ປະຊາຊົນ ໃນໂອກາດວັນກໍ່ຕັ້ງ ປະຊາຄົມເສດຖະກິດອາຊຽນ 31 ທັນວາ 2015 ນີ້ ຊຶ່ງເຮັດດ້ວຍເງິນ ນ້ຳໜັກ 31.1 ກຣາມ ໃນລາຄາໜ້າຫລຽນ 3,000 ຣຽນ ສະກຸນເງິນກຳປູເຈຍ ແລະ ອອກຈຳໜ່າຍ ໃນລາຄາຫລຽນລະ 223,000 ຣຽນ ຫລື ປະມານ 55 ໂດລາ.

ທັງນີ້ ຫລຽນທີ່ລະນຶກດັ່ງກ່າວ ທະນາຄານແຫ່ງຊາດກຳປູເຈຍ ໄດ້ເປີດໃຫ້ປະຊາຊົນ ສາມາດຊື້ໄດ້ທີ່ສຳນັກງານໃຫຍ່ຂອງທະນາຄານ ນັບແຕ່ວັນທີ 25 ທັນວາເປັນຕົ້ນໄປ.

.

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...