spot_img
Homeຂ່າວເຫດການປະທານປະເທດແຫ່ງ ສປປລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ປະທານປະເທດແຫ່ງ ສປປລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

Published on

ABC_6677 choummali 1

ຂປລ. ໃນວັນທີ 26 ທັນວາ 2015 ນີ້, ທີ່ທໍານຽບປະທານ​ປະ​ເທດ ນະຄອນຫລວງ​ວຽງ​ຈັນ,  ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ​ ໄດ້​ໃຫ້​ກຽດຕອນຮັບ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ປະທານຄະນະກໍາມະການຮ່ວມມືຫວຽດນາມລາວ ພ້ອມ​ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່  ສປປ ລາວ ແຕ່ວັນທີ 25-27 ທັນວາ 2015.

ທ່ານ ຈູມມາລີ ໄຊຍະສອນ ໄດ້​ສະ​ແດງ​ຄວາ​ມຊົມ​ເຊີຍ, ຍິນ​ດີຕ້ອນຮັບ​ອັນ​ອົບ​ອຸ່ນຕໍ່​ການ​ຢ້ຽມຢາມ ສປປ ລາວ​ ຂອງທ່ານ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຮ່ວມມື ຫວຽດນາມລາວ ພ້ອມ​ຄະນະ, ​ເຊິ່ງ​ເປັນການ ປະກອບສ່ວນ​ສໍາຄັນ​​ເຂົ້າ ໃນການເສີມຂະຫຍາຍສາ​ຍພົວພັນ​ມິດຕະພາບ ​​ແລະ ການ​ຮ່ວມ​ມືແບບ​ພິ​ເສດຮອບດ້ານທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ ​ສອງ​ພັກ​ ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​ລາວ-ຫວຽດນາມ ​ໃຫ້​ນັບ​ມື້​​ແຕກດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ຫງວຽນ ຊວນ ຟຸກ ​ກໍ​ໄດ້​ສະ​ແດງ​ຄວາມຂອບ​ໃຈຕໍ່ ທ່ານ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ທີ່ ​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ ​ໃຫ້ກຽດ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ພ້ອມ​ທັງ ​ແຈ້ງ​ໃຫ້​ຊາບ​​ເຖິງຈຸດປະສົງຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້, ໂດຍສະເພາະ​ໄດ້​​ເຂົ້າ​ຮ່ວມ​ພິທີ​ມອບ-ຮັບ ​ສູນ​ອົງຄະ​ທຽມ ​ແລະ ຟື້ນ​ຟູ​ສະມັດ​ຕະພາບ 686 ບ້ານ​ເກີນ, ​ພິທີເຊັນ​ບົດ​ບັນ​ທຶກຮ່ວມ​ມື​ແຮກສ່ຽວ​ ລະຫວ່າງ ​ສູນ​ອົງຄະ​ທຽມ 686 ບ້ານ​​ເກີນ ​ແລະ ​​ໂຮງໝໍ​ດາ​ນັງ ລວມທັງ ​ແຈ້ງ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ຄັ້ງ​ທີ 38 ປະ​ຈໍາປີ 2015 ຢູ່ ສປປ ລາວ.

ໃນມື້​ດຽວກັນ​ນີ້ ທ່ານ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຮ່ວມມື ຫວຽດນາມລາວ ກໍ​ໄດ້​ເຂົ້າ​ຢ້ຽມ​ຄໍານັບ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ແລະ ທ່ານນາງ ປາ​ນີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ​ຢູ່​ນະຄອນຫລວງ​ວຽງ​ຈັນ ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...