spot_img
Homeຂ່າວການພັດທະນາຫວຽດນາມມອບ ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ມູນຄ່າ 20 ຕື້ກີບ ໃຫ້ແກ່ລາວ!

ຫວຽດນາມມອບ ສູນອົງຄະທຽມ ແລະ ຟື້ນຟູສະມັດຕະພາບ ມູນຄ່າ 20 ຕື້ກີບ ໃຫ້ແກ່ລາວ!

Published on

_8880054 hongmo 2

ປລ. ​ໃນວັນທີ 26  ທັນວາ 2015 ນີ້ໄດ້ຈັດພິທີມອບຮັບ ໂຄງການກໍ່ສ້າງສູນອົງຄະທຽມແລະ ຟື້ນຟູສະມັດຕະພາບ ​​ໂດຍມີ ທ່ານ ດຣ. ຄໍາແພງໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານແລະ ສະວັດທີການສັງຄົມ, ທ່ານ ຫງວຽນ ວັນຕີ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ-​ເສຍອົງຄະແລະ ສັງຄົມແຫ່ງ ສສ ຫວຽດນາມ, ທ່ານນາງ ສິງຄໍາ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ, ມີບັນດາລັດຖະມົນຕີ​ຊ່ວຍ​ວ່າການ, ຫົວໜ້າກົມ, ຮອງກົມແລະ ພະນັກ ງານກ່ຽວຂ້ອງ​​ສອງຝ່າຍເຂົ້າຮ່ວມ.

_8880054 hongmo 1

ທ່ານ ດຣ. ຄໍາແພງໄຊສົມແພງໄດ້ມີຄໍາເຫັນ​ໃນບາງຕອນວ່າ: ​ໂຄງການກໍ່ສ້າງສູນອົງຄະທຽມແລະ ຟື້ນຟູສະມັດຕະພາບ ​​ເຊິ່ງຕັ້ງຢູ່ບ້ານນາໝາກເມືອງທຸລະຄົມແຂວງວຽງຈັນແມ່ນໂຄງການຊ່ວຍເຫລືອລ້າຈາກລັດຖະບານແຫ່ງ ສສ ຫວຽດນາມ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໃນມູນຄ່າ​ 46,8 ຕື້ດົງ (ສະກຸນເງິນຫວຽດນາມ) ຫລື ປະມານ 20 ຕື້ກວ່າກີບ, ​ໂຄງການດັ່ງກ່າວ​ ໄດ້​ສ້າງຂຶ້ນ​​ເພື່ອຮັບໃຊ້ໃຫ້ແກ່ການຜະລິດອົງຄະທຽມ, ການບໍລິການຟື້ນຟູສຸຂະພາບແລະ ນໍາ​ໃຊ້​ອຸປະກອນ​ເຄື່ອງມື​ທີ່​ທັນ​ສະ​ໄໝ ​ໃຫ້ແກ່ພະນັກງານອາວຸໂສປະຕິວັດເສຍອົງຄະ ຈາກການສູ້ຮົບແລະ ຮັບໃຊ້ການສູ້ຮົບໃນສະໄໝຕໍ່ສູ້ກູ້ຊາດ ລວມເຖິງຜູ້ເສຍອົງຄະແລະ ພິການໃນສັງຄົມຂອງລາວເຊິ່ງພາຍຫລັງໂຄງການໄດ້ຖືກອະນຸມັດ ຈາກສອງລັດຖະບານຫວຽດນາມແລະ ລາວ, ​ໂຄງການໄດ້ກໍ່ສ້າງດ້ວຍໄລຍະເວລາ 18 ​ເດືອນ ​ເລີ່​ມແຕ່ເດືອນສິງຫາ 2014 ຫາເດືອນທັນວາ 2015 ດ້ວຍຄວາມເອົາໃຈໃສ່ ຊີ້ນໍາໆພາຂອງການນໍາຂັ້ນສູງຂອງລັດຖະບານ ກໍຄືຄະນະນໍາຂອງສອງກະຊວງເອົາໃຈໃສ່ຈັດຕັ້ງປະຕິບັດຕິດຕາມກວດກາ, ຊຸກຍູ້ແລະ ຄ້ມຄອງຂອງຄະນະຮັບຜິດຊອບໂຄງການ ຝ່າຍລາວແລະ ຝ່າຍຫວຽດນາມ, ພ້ອມດ້ວຍບັນດາຂະແໜງການກ່ຽວຂ້ອງແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍຄື ອໍານາດການປົກຄອງແຂວງ, ​ເມືອງແລະ ບ້ານ ຈຶ່ງເຮັດໃຫ້ໂຄງການໄດ້ຖືກຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ກໍານົດໄວ້ແລະໄດ້ກາຍເປັນສັນຍາລັກແຫ່ງມິດຕະພາບແລະ ຄວາມສາມັກຄີພິເສດ ລະຫວ່າງສອງຂະແໜງການແຮງງານແລະ ສະຫວັດດີການສັງຄົມ ກໍຄື ສອງພັກສອງລັດຖະບານແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມລາວ ໃນຕໍ່ໜ້າແລະ ຍາວນານ.

_8880054 hongmo 3

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...