spot_img
Homeຂ່າວພາຍ​ໃນຈະຍ້າຍຕະຫຼາດກະສິກຳອິນຊີ ເພື່ອສ້າງເປັນຕະຫຼາດຖາວອນ

ຈະຍ້າຍຕະຫຼາດກະສິກຳອິນຊີ ເພື່ອສ້າງເປັນຕະຫຼາດຖາວອນ

Published on

ທ່ານ ທອງ​ສີ ສຸດ​ທະ​ວົງ ຮອງ​ປະທານ​ກຸ່ມ​ກະສິກຳ​ອິນ​ຊີ​ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມ​ວຽງ​ຈັນ​ໃໝ່ ກ່ຽວ​ກັບ​ການ​ກໍ່ສ້າງ​ຕະຫຼາດ​ກະສິກຳ​ອິນ​ຊີ​ເປັນ​ແບບ​ຖາວອນ​ວ່າ: ປັດຈຸບັນ ຕະຫຼາດ​ກະສິກຳ​ອິນ​ຊີ ຕັ້ງ​ຢູ່​ໜອງ​ສະພັງ​ເລນ ໃນ​ບໍລິເວນ​ເດີ່ນ​ພະ​ທາດຫຼວງ ຕະຫຼາດ​ດັ່ງກ່າວ​ນີ້​ມີ​ຂໍ້​ຫຍຸ້ງຍາກ​ຫຼາຍ​ອັນ ເປັນຕົ້ນ ສະຖານທີ່​ຕະຫຼາດ​ຄັບແຄບ ຊາວ​ສວນ​ເຂົ້າ​ມາ​ຂາຍ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ສະຖານທີ່​ບໍ່​ພຽງພໍ ພ້ອມ​ນັ້ນ ສະຖານທີ່​ຈອດ​ລົດ​ກໍ່​ແອ​ອັດ ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ຈະລາຈອນ ດັ່ງນັ້ນ ທາງ​ເມືອງ​ໄຊ​ເຊດ​ຖາ ຮ່ວມ​ກັບ​ພະ​ແນກ​ກະສິກຳ-ປ່າໄມ້ ນວ ແລະ ຕາມ​ການ​ຕົກລົງ​ຂອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເຫັນ​ດີ​ໃຫ້​ຍ້າຍ​ຕະຫຼາດ​ດັ່ງກ່າວ ນັບ​ແຕ່​ວັນ​ທີ 1 ກຸມພາ 2014 ເປັນຕົ້ນ​ໄປ ຈະ​ຍ້າຍ​ໄປ​ຢູ່​ທີ່​ບໍລິເວນ​ຮ່ອມ​ວັດ​ໜອງ​ບອນ ທາງ​ເບື້ອງ​ທິດຕາເວັນອອກ ດ້ານ​ໜ້າ​ຕະຫຼາດ​ຕັ້ງ​ຢູ່​ເສັ້ນທາງ​ບ້ານ​ນາ​ໄຊ​ນັ້ນ ເພື່ອ​ອຳນວຍ​ຄວາມ​ສະດວກ ທັງ​ເປັນ​ການ​ຂະຫຍາຍ​ຕະຫຼາດ​ໃຫ້​ກວ້າງ​ອອກ ເພື່ອ​ຮອງ​ຮັບ​ກຸ່ມ​ຜະລິດ​ກະສິກຳ​ອິນ​ຊີ​ທີ່​ເຂົ້າ​ໄປ​ຈຳໜ່າຍ ເຊິ່ງ​ປັດຈຸບັນ​ມີ​ທັງ​ໝົດ 100 ກວ່າ​ຄອບຄົວ ທີ່​ໄດ້​ຮັບ​ການ​ຢັ້ງຢືນ ສາມາດ​ນຳ​ພືດ​ຜັກ​ກະສິກຳ​ອິນ​ຊີ​ມາ​ຈຳໜ່າຍ.

ໃນຕໍ່ໜ້າ ຈະ​ສ້າງ​ຕະຫຼາດ​ດັ່ງກ່າວ ເປັນ​ຕະຫຼາດ​ກະສິກຳ​ອິນ​ຊີ​ນະຄອນຫຼວງ​ແບບ​ຖາວອນ ແລະ ໄດ້​ມີ​ແຜນ​ປັບປຸງ​ໃຫ້​ສາມາດ​ຈຳໜ່າຍ​ໄດ້​ໃນ​ທຸກ​ມື້ ຈະ​ມີ​ການ​ຂາຍ​ແບບ​ຄົບ​ວົງ​ຈອນ ເປັນຕົ້ນ​ແມ່ນ ຊີ້ນ ປາ ເປັດ ໄກ່ ໂດຍ​ຈະ​ມີ​ການ​ຫຸ້ມ​ຫໍ່​ເປັນ​ລະບົບ​ກະສິກຳ​ສະອາດ.

 

ທີ່ມາ http://www.vientianemai.net/teen/khao/1/11010

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...