Homeຂ່າວພາຍ​ໃນຜູ່ວ່າການທະນາຄານກາງເຜີຍ ປັບ​ຫລຸດອັດຕາ​ດອກ​ເບ້ຍ ​ທະນາຄານ​ທຸລະ​ກິດ ໄດ້​ຮັບ​ຜົນ​ດີ​ເປັນລຳ​ດັບ!

ຜູ່ວ່າການທະນາຄານກາງເຜີຍ ປັບ​ຫລຸດອັດຕາ​ດອກ​ເບ້ຍ ​ທະນາຄານ​ທຸລະ​ກິດ ໄດ້​ຮັບ​ຜົນ​ດີ​ເປັນລຳ​ດັບ!

Published on

bank

​ໃນ​ຕອນ​ບ່າຍວັນ​ທີ 23 ທັນວາ​ນີ້, ທ່ານ​ຜູ້​ວ່າການ​ທະນາຄານ​ ​ແຫ່ງ ສປປ ລາວ ສົມ​ພາວ ​ໄຟ​ສິດ ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ການ​ປັບ​ຫລຸດ​ອັດຕາ​ດອກ​ເບ້ຍ​ທະນາຄານຕໍ່​ກອງ​ປະຊຸມ​ ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII ວ່າ: ນັບ​ແຕ່ປິ 1995 ​ເປັນ​ຕົ້ນ​ມາ, ທະນາ ຄານ​ແຫ່ງ ສປປ ລາວ ​ໄດ້​ຍົກ​ເລີກ​ການ​ກຳນົດ​​ເພດານ​ອັດຕາ​ດອກ​ເບ້ຍ ​ແລະ ອະນຸຍາດ​ໃຫ້​ທະນາຄານ​ທຸລະ​ກິດ ກໍ​ານົດອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ຕົນ​ຕາມ​ກົນ​ໄກ​ຕະຫລາດ ​ແຕ່​ເຫັນ​ວ່າ ບັນດາ​ທະນາຄານ​ທຸລະ​ກິດ ​ໄດ້​ກຳນົດ​ອັດຕາ​ດອກ​ເບ້ຍ​ດັ່ງກ່າວ​ນັ້ນ ບໍ່​​ໄປ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ແທ້​ຈິງ​ເທົ່າ​ທີ່​ຄວນ. ຊຶ່ງ​ສະ​ແດງ​ອອກ​ໃນ​ຊຸມ​ປີຜ່ານມາ ຫລາຍທະນາຄານ​ທຸລະ​ກິດ ຍັງ​ກຳນົດ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ຕົນ​ສູງ​ຢູ່ ຊຶ່ງ​ບໍ່​ສອດຄ່ອງກັບ​ນະ​ໂຍບາຍ​ຂອງ​ລັດຖະບານ​ຕາມ​ທິດ​ສົ່ງ​ເສີມ, ດັ່ງ​ນັ້ນ ​ເພື່ອ​ປະຕິບັດ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃນ​ໄລຍະ​​ໃໝ່​ຂອງ​ປະ​ເທດ​ເຮົາ ​ໃນ​ການ​ກະ​ຕຸ້ນ​ເສດຖະກິດ​ໃຫ້​ຂະຫຍາຍຕົວ ທັງ​ຮັບປະກັນ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ຜູ້​ຝາກ ​ແລະ ຜູ້​ກູ້​ຢືມ, ທະນາຄານ​ແຫ່ງ ສປປ ລາວ ຈຶ່ງ​ໄດ້​ຄົ້ນຄວ້າ​ ການ​ກຳນົດ​ອັດຕາ​ດອກ​ເບ້ຍ​ ຂອງ​ທະນາຄານ​ທຸລະ​ກິດ ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ​ໂດຍ​ໄດ້​​ເກັບ​ກຳ​ເອົາ​ຂໍ້​ມູນ​ສະຖິຕິ, ສົມ​ທຽບ​ທາງ​ທິດ​ສະ​ດີ ​ແລະ ພຶດ​ຕິ​ກຳ​ຕົວ​ຈິງ ​ເພື່ອຊອກ​ຫາ​ປັດ​ໃຈ​ຕ່າງໆ​ທັງ​ໃນ​ຕົວ ​ແລະ ນອກ​ຕົວ ທີ່​ເຮັດ​ໃຫ້​ດອກ​ເບ້ຍ​ເງິນ​ກູ້​ສະກຸນ​ເງິນ​ກີບ​ສູງ ​ແລະ ​ເພື່ອ​ເປັນ​ແນວທາງ​ ໃຫ້​ທະນາຄານ​ທຸລະ​ກິດ​ກຳນົດ​ອັດຕາ​ດອກ​ເບ້ຍ​ຂອງ​ຕົນ​ ໄປ​ຕາມ​ກົນ​ໄກ​ຕະຫລາດ​ທີ່​ແທ້​ຈິງ.

ຜ່ານ​ການ​ຄົ້ນຄວ້າ​ຊອກ​ຫາ​ສາ​ເຫດ​ຢ່າງ​ສົມ​ເຫດ​ສົມ​ຜົນ ທະນາຄານ​ແຫ່ງ ສປປ ລາວ ກໍ​ໄດ້​ນຳ​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ກັບ​ບັນດາ​ທະນາຄານ​ທຸລະ​ກິດ, ສະມາຄົມ​ທະນາຄານ​ທຸລະ​ກິດ ​ເພື່ອ​ປະກອບ​ຄຳ​ເຫັນ​ຕໍ່​ຜົນ​ການ​ຄົ້ນຄວ້າ​ດັ່ງກ່າວ, ຈຶ່ງ​ເຮັດ​ໃຫ້​ບົດ​ຄົ້ນຄວ້າ​ນັ້ນ ​ໄດ້​ຖືກ​ຮັບຮອງ​ຢູ່​ ກອງ​ປະຊຸມ​ສະພາ​ບໍລິຫານ​ທະນາຄານ​ແຫ່ງ ສປປ ລາວ ສະ​ໄໝ​ສາມັນ ຄັ້ງ​ທີ 1 ປະຈຳ​ປີ 2015 ຄັ້ງ​ວັນ​ທີ 16 ກໍລະກົດ 2015, ດັ່ງ​ນັ້ນ ​ເລີ່​ມ​ແຕ່​ເດືອນ ສິງຫາ 2015 ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ນຳ​ໃຊ້​ກົນ​ໄກ​ກຳນົດ​ອັດຕາ​ດອກ​ເບ້ຍ​​ເຊັ່ນ: ປັບ​ຫລຸດ​ອັດຕາ​ດອກ​ເບ້ຍ​ພື້ນຖານ​ຂອງ​ທະນາຄານ​ແຫ່ງ ສປປ ລາວ ຈາກ 5% ມາ​ເປັນ 4,5%, ຄຸ້ມ​ຄອງ​ການ​ກຳນົດ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ​ເປັນ​ອັດຕາ​ບວກ ດ້ວຍ​ການ​ຖື​ເອົາ​ອັດຕາ​ເງິນ​ເຟີ້​ສະ​ເລ່ຍຂອງ​ປີຜ່ານມາ +2% ​ແລະ ປະຕິ​ບັດ ກອບ​ສ່ວນ​ຕ່າງໆ ລະຫວ່າງ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ສະ​ເລ່ຍຖ່ວງ​ນ້ຳໜັກ​ຂອງ​ທະນາຄານ​ທຸລະ​ກິດ​ບໍ່​ເກີນ 4%. ຈາກ​ການ​ປະຕິບັດ​ມາດຕະຖານ​ດັ່ງກ່າວ ​​ເຖິງ​ວ່າ​ຈະ​ເປັນ​​ໄລຍະ​ສັ້ນ ​ແຕ່​ກໍ​ເຫັນ​ວ່າ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ທະນາຄານ​ທຸລະ​ກິດ​ຫລຸດ​ລົງຢ່າງ​ຊັດ​ເຈນ​ເປັນ​ຕົ້ນ ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ສະກຸນ​ເງິນ​ກີບ​ຫລຸດ​ລົງ​ຈາກ 10%ຕໍ່​ປີ ​ໃນ​ທ້າຍ​ປີ 2014 ມາ​ເປັນ 7,7% ຕໍ່​ປີ ​ໃນ​ເດືອນພະຈິກ 2015, ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສະກຸນ​ເງິນ​ກີບ ​ໄລຍະ​ສັ້ນ ຫລຸດ​ລົງຈາກ 12,7% ຕໍ່​ປີ ​ເປັນ 10,5% ຕໍ່​ປີ ​ໄລຍະ​ຍາວ​ຫລຸດ​ລົງ​ຈາກ 13,3%ຕໍ່​ປີ ມາ​ເປັນ 11,8%ຕໍ່​ປີ, ​ໃນ​ນັ້ນ ກຸ່ມ​ທະນາຄານ​ທຸລະ​ກິ​ດລັດ​ຢູ່​ໃນ​ລະດັບ​ຕ່ຳ​ກວ່າ​ໝູ່ ສະ​ເລ່ຍ 11%, ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສະກຸນ​ເງິນຕາ​ຕ່າງປະ​ເທດ ກໍ​ຫລຸດ​ລົງ: ​ເງິນ​ກູ້​ໄລຍະ​ສັ້ນ ຫລຸດ​ລົງ​ຈາກ 9,6%ຕໍ່​ປີ ມາ​ເປັນ 8%ຕໍ່​ປີ ​ແລະ ​ໄລຍະ​ຍາວ​ຫລຸດ​ລົງ​ຈາກ 10,5%ຕໍ່​ປີ ​ມາ​ເປັນ 9,7%ຕໍ່​ປີ, ສ່ວນ​ເງິນ​ຝາກ​ແມ່ນ​ຢູ່​​ໃນ​ລະດັບ​ເກົ່າ ສະ​ເລ່ຍ 5%ຕໍ່​ປີ, ການ​ລະດົມ​ທຶນ​ຂອງ​ທະນາຄານ​ທຸລະ​ກິດ​ຍັງ​ປົກກະຕິ, ​ເພີ່ມ​ຂຶ້ນ​ສະ​ເລ່ຍ 1,5%ຕໍ່​ເດືອນ, ຂະນະ​ດຽວ​ກັນ ສັງຄົມ​ຍັງ​ມີ​ຄວາມ​ເຊື່ອມ​ໝັ້ນ​ຕໍ່​ເງິນ​ກີບ, ​ເຊິ່ງສະ​ແດງ​ອອກ​ເງິນ​ຝາກ​ເປັນ​ເງິນ​ກີບ​ກວມ​ເອົາ 51% ຂອງ​ເງິນ​ຝາກ​ທັງ​ໝົດ, ສິນ​ເຊື່ອຂອງ​ທະນາຄານ​ທຸລະ​ກິດ ​ເພີ່ມ​ຂຶ້ນ​ສະ​ເລ່ຍ 4,1%ຕໍ່​ເດືອນ, ​ໃນ​ນັ້ນ ຈັງຫວະ​ການ​ເພີ່ມ​ຂຶ້ນ​ຂອງ​ສິນ​ເຊື່ອ​ສະກຸນ​ເງິນ​ກີບ​ໄວ​ກວ່າ​ແຕ່​ກ່ອນ ສະ​ເລ່ຍ 1,6%ຕໍ່​ເດືອນ ການ​ປະກອບສ່ວນ​ຂອງ​ສິນ​ເຊື່ອມ ກໍ​ຍັງ​ຖືກຕ້ອງ​ຕາມ​ທ່າ​ແຮງ​ຂອງ​ເສດຖະກິດ, ​ໂດຍ​ລວມ​ແລ້ວ ​ເຫັນ​ວ່າ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຫລຸດ​ລົງ ​ໂດຍ​ສະ​ເພາະ​ເງິນ​ກີບ, ການ​ລະດົມ​ທຶນ​ຂອງ​ລະ​ບົບທະນາຄານ​ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ນອກຈາກ​ນີ້ ທະນາຄານ ​ແຫ່ງ ສປປ ລາວ ຈະ​ສືບ​ຕໍ່​ຕິດຕາມ​ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ອັດຕາ​ດອກ​ເບ້ຍ​ຂອງ​ທະນາຄານ​ທຸລະ​ກິດ​ຢ່າງ​ໃກ້ຊິດ ​ແລະ ດັດ​ປັບ​ບາງ​ບັນດາ​ມາດ​ຕະການ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ ​ແລະ ມີ​ນະ​ໂຍບາຍ​ທີ່​ສອດຄ່ອງ ​ເພື່ອ​ກ້າວ​ໄປ​ສູ່ອັດຕາ​ດອກ​ເບ້ຍ​ຖືກ​ກຳນົດ​ຕາມ​ກົນ​ໄກ​ຕະຫລາດ ​ແລະ ມີ​ການ​ຄຸ້ມ​ຄອງ​ທີ່​ເໝາະ​ສົມອີ​ກດ້ວຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໃນຕອນບ່າຍວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ແຈ້ງການມອດໄຟຟ້າຊົ່ວຄາວ ລັດວິສາຫະກິດໄຟຟ້າລາວ ນວ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ ເລີ່ມແຕ່ວັນທີ 9-14 ມິຖຸນາ 2026

​ລັດວິສາຫະກິດໄຟຟ້າລາວ (EDL) ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂານະຄອນຫຼວງວຽງຈັນ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ (ມອດໄຟ) ເພື່ອປັບປຸງ, ສ້ອມແປງລະບົບຕາໜ່າງໄຟຟ້າ ແລະ ຕິດຕັ້ງເສົາໄຟຟ້າໃໝ່ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮອງຮັບການຊົມໃຊ້ທີ່ດີຂຶ້ນ....

ກຽມໄປແຂ່ງຕໍ່ທີ່ຍີ່ປຸ່ນ MAZDA GB FC U12 ຄວ້າແຊ້ມ ບານເຕະເຍົາວະຊົນທີ່ອິນໂດເນເຊຍ ພ້ອມໄດ້ໄປແຂ່ງຕໍ່ຮອບສຸດທ້າຍທີ່ປະເທດຍີ່ປຸ່ນ

ເກັ່ງຫຼາຍ MAZDA GB FC ຢູ 12 ຄວ້າແຊ້ມບານເຕະເຍົາວະຊົນ ທີ່ອິນໂດເນເຊຍ ພ້ອມໄດ້ສິດບິນລັດຟ້າໄປແຂ່ງຂັນທີ່ປະເທດຍີ່ປຸ່ນ. ນ້ອງໆເຍົາວະຊົນຈາກສະໂມສອນ Mazda Laos GB FC ໂຊຊຟອງເກັ່ງຄວ້າແຊ້ມລາຍການແຂ່ງຂັນບານເຕະເຍົາວະຊົນລະດັບພາກພື້ນ...

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ...