spot_img
Homeມູມໄອທີລາວມາຮູ້ຈັກກັບ Huawei G7Plus ສະມາດໂຟນລະດັບພີມ່ຽມ ແຕ່ໃນລາຄາທີ່ໜ້າເຫຼືອເຊື່ອ

ມາຮູ້ຈັກກັບ Huawei G7Plus ສະມາດໂຟນລະດັບພີມ່ຽມ ແຕ່ໃນລາຄາທີ່ໜ້າເຫຼືອເຊື່ອ

Published on

ຕະຫຼາດສະມາດໂຟນໃນປະຈຸບັນ ມີການນຳນະວັດຕະກຳໃໝ່ໆເຂົ້າມາ ເທັກໂນໂລຍີພັດທະນາໄປຢ່າງໄວວາ ການເປັນສະມາດໂຟນລະດັບພີມ່ຽມທີ່ຈະເຂົ້າເຖີງຜູ້ໃຊ້ທົ່ວໂລກເປັນເລື່ອງທີ່ບໍ່ຍາກ ເຊີ່ງຕອນນີ້ Huawei ກ້າວເຂົ້າມາເປັນ ໜື່ງໃນ ສາມ ແບນ໌ໃນໂລກ ແລະ ຍັງນຳເທັກໂນໂລຢີໃໝ່ໆເຂົ້າມາ ນັ້ນກໍ່ຄື Huawei G7Plus

Huawei ເຂົ້າເຖີງເທັກໂນໂລຢີ ເຮັດໃຫ້ສາມາດເປັນອຸປະກອນທີ່ເປັນໄປໄດ້ຫຼາຍກວ່າແຕ່ກ່ອນ Huawei G7Plus ມີລະບົບສະແກນລາຍນຶ້ວມືທີ່ສະດວກໃນການໃຊ້ງານ ມີລະບົບສະແກນລາຍນິ້ວມືທີ່ສະດວກໃນການໃຊ້ງານເຊິີ່ງຢູ່ໃນດ້ານຫຼັງຂອງໂທລະສັບພຽງແຕ່ສຳຜັດກັບແຜ່ນເຊັນເຊີ ຜູ້ໃຊ້ງານຈະສາມາດປົດລອັກໂທລະສັບໄດ້ທັນທີ ຫຼື ການຮັບສາຍໂທເຂົ້າ ການຖ່າຍຮູບ ແລະ ການປິດແຈ້ງເຕືອນຂອງໂມງປຸກ

ເຮົາຄວນພົກພາໂທລະສັບທີ່ສາມາດອຳນວຍຄວາມສະດວກສະບາຍ ໂດຍສະເພາະການເຂົ້ານຳສົ່ງ ແລະ Huawei G7Plus ກໍ່ໄດ້ອອກແບບການສະແກນນີ້ວເພື່ອອຳນວຍຕວາມສະດວກເວລາເຮົາຖີສະມາດໂຟນດ້ວຍມືດຽວ ພຽງແຕ່ນິ້ວດຽວຜູ້ໃຊ້ສາມາດເລື່ອນໄປໄດ້ຕາມທີ່ຕ້ອງການ ບໍວ່າຈະເປັນການເປີດ ຫຼື ລົບການແຈ້ງເຕືອນເພາະວ່າເຊັ້ນເຊີ້ ແລະ ຟັງຊັ່ນມີການພັດທະນາຕາມເວລາ

 

ຫົວເວີ່ຍກຳລັງພິສູດເຖີງຄວາມເປັນເຈົ້າຕະຫຼາດດ້ວຍຜົນງານການອອກແບບສະມາດໂຟນເອັນດຣອຍລູ້ນຕ່າງໆ ໂດຍທີ່ G7 Plus ມີການອອກແບບທີ່ລຽບຫຼູມີສະເໜ່ ມີຮູບລັກພາຍນອກທີ່ນຽນ ແລະ ວາວ ໃຫ້ສຳຜັດທີ່ໜ້າປະທັບໃຈແກ່ຜູ້ໃຊ້ໂຕເຄື່ອງເປັນໂລຫະ 90% ແລະ ມີໜ້າກວມເຖີງ 76% .

ນອກຈາກນີ້ G7 Plus ຍັງໄດ້ຮັບສຽງຕອບຮັບອັນດີຂາກການອອກແບບໜ້າຈໍແບບ Full HD ຂະໜາດ 5.5 ນິ້ວ ເຊີ່ງມີຄວາມລະອຽດສູງເຖີງ 1920×1080 ເຮັດໃຫ້ໄດ້ພາບທີ່ຄົມຊັດ ແລະ ສີທີ່ເປັນທຳມະຊາດ ເໝາະສຳລັບການເບີ່ງວິດີໂອ ອີກທັງໜ້າຈໍຍັງເຮັດຈາກແກ້ວ Gorilla Glass 3 ເຊີ່ງປ້ອງກັນບໍ່ໃຫ້ເກີດຮອຍຂີດຂູດແກ່ໜ້າຈໍ ຫາກຜູ້ໃຊ້ຫຼົງເຮັດຫຼຸດມືເປັນຕົ້ນ

ເຖີງວ່າກ້ອງຈະມີມາດຕະຖານລະດັບດຽວກັບສະມາດໂຟນລຸ້ນອື່ນໆ ແຕ່ຫົວເວີ່ຍສ້າງຄວາມແຕກຕ່າງໃຫ້ກັບ ດ້ວຍການເພີ່ມຟີເຈີດ້ານການຖ່າຍຮູບທີ່ມີສະເພາະໃນກ້ອງ Digital SLR ເທົ່ານັ້ນ ເຊີ່ງລວມເຖີງເລນມູມກວ້າງຕົວເຊັນເຊີ RGBW ທີ່ຊ່ວຍປັບຄວາມສະຫວ່າງ ແລະ ລົດ Color Noise ລົງ ມີລະບົບປ້ອງກັນການສັ່ນຂະນະຖ່າຍຮູບເຮັດໃຫ້ໄດ້ຮູບທີ່ສົມບູນຂຶ້ນໃນທຸກສະພາບຂອງແສງ.

ທີ່ສຳຄັນທີ່ສູດຄື ສະມາດໂຟນລະດັບໄຮ໌ເອນ ນີ້ມາພ້ອມກັບລາຄາທີ່ເປັນເປັນມິດຢ່າງບໍ່ໜ້າເຊື່ອດ້ວຍເທັກໂນໂລຢີສະແກນນິ້ວມືລ້ຳສຸດການອອກແບບທີ່ລຽບຫຼູ ຟັງຊັນການຖ່າຍຮູຍໍບແບບມີອາຊີບ ແລະ ຟັງຊັນການໃຊ້ງານແບັດເຕີລີທີ່ສຸດຍອດ ຈື່ງເຮັດໃຫ້ G7 Plus ເປັນສະມາດໂຟນລະດັບພີມ່ຽມທີ່ເຮັດໃຫ້ຜູ້ໃຊ້ສາມາດເກັບຄວາມສຸກໃນທຸກຊ່ວງເວລາ ແລະ ທຸກໂອກາດສຳຄັນຂອງຊີວິດ.

image001

ບົດຄວາມຫຼ້າສຸດ

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ. ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ...

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...