spot_img
Homeຂ່າວເຫດການສະພາແຫ່ງຊາດ ສາມາດແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໄດ້ຫລາຍກວ່າ 96%!

ສະພາແຫ່ງຊາດ ສາມາດແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໄດ້ຫລາຍກວ່າ 96%!

Published on

DSC_0154 sapha 1

ຂປລ. ຕະຫລອດ​ 5 ປີ ນັບແຕ່ 2011-2015 ສະພາແຫ່ງຊາດໄດ້ຄົ້ນຄວ້າພິຈາລະນາແລະແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ​​ ໄດ້ທັງໝົດ 5.818 ​ເລື່ອງເທົ່າກັບ 96,82%, ຂອງຈໍານວນຄໍາຮ້ອງທຸກທັງໝົດໃນນີ້ເຂດເລືອກຕັ້ງແກ້ໄຂໄດ້ 3.817 ​ເລື່ອງເທົ່າກັບ 92,11% ຂອງຈໍານວນຄໍາຮ້ອງທັງໝົດ, ມີ 3 ​ເຂດເລືອກຕັ້ງສາມາດແກ້ໄຂໄດ້ 100% ມີ 11 ​ເຂດເລືອກຕັ້ງບັນລຸໄດ້ 80% ຂຶ້ນໄປ, ຄໍາຮ້ອງຂໍຄວາມເປັນທໍາທີ່ສົ່ງເຂົ້າມາຫາສະພາແຫ່ງຊາດສ່ວນຫລາຍແມ່ນບັນຫາກ່ຽວກັບຂໍ້ຂັດແຍ່ງທີ່ດີ, ການສືບທອດມູນມໍລະດົກແລ ສັນຍາກູ້ຢືມນັ້ນແມ່ນຄໍາເຫັນບາງຕອນຂອງທ່ານ ດຣ.​ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດກ່າວ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ​ໃນວັນທີ 21 ທັນວາ 2015 ນີ້.

ທ່ານ ດຣ. ​ໄຊສົມພອນ ພົມວິຫານ ​​ກ່າວຕື່ມ​​ວ່າ: ​ຄຽງ​ຄູ່ກັນນີ້ ສະພາແຫ່ງຊາດຍັງໄດ້ໃຫ້ຄໍາປຶກ ສາຫາລືທາງດ້ານກົດໝາຍແກ່ພົນລະເມືອງ ໂດຍສະເພາະ ຢູ່ເຂດເລືອກຕັ້ງ ໄດ້ທັງໝົດ 8.476 ​ເທື່ອຄົນເຊິ່ງໄດ້ປະກອບສ່ວນສ້າງຄວາມຮັບຮູ້, ຄວາມເຂົ້າໃຈ, ຍົກສູງສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍແລະ ການປົກປັອງສິດຜົນປະໂຫຍດອັນຊອບທໍາ ຂອງພົນລະເມື່ອໃຫ້ດີຂຶ້ນເທື່ອລະກ້າວ, ດ້ວຍຄວາມເອົາໃຈໃສ່ປະຕິບັດພາລະບົດບາດເປັນຕົວແທນແຫ່ງສິດອໍານາດແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໄດ້ປະກອບສ່ວນໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ນໍາເອົາຄວາມຍຸຕິທໍາໃຫ້ສັງຄົມນັບມື້ນັບດີຂຶ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າເຖິງຕົວແທນຂອງຕົນ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ຕໍ່ສະພາແຫ່ງຊາດຫລາຍກວ່າເກົ່າ, ​ເສີມຂະຫຍາຍໄດ້ສິດປະຊາທິປະໄຕ ປະຊາຊົນ ທັງເປັນການກະຕຸກຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າເພີ່ມຄວາມເປັນເຈົ້າການ ປະກອບສ່ວນເຂົ້າໃນການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ​ເວົ້າສະເພາະ ໃນທ້ອງຖິ່ນທີ່ເຂົາເຈົ້າດໍາລົງຊີວິດແລະ ສ້າງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກປະຊາຊົນບັນດາເຜົ່າ ຕໍ່ຕົວແທນຂອງຕົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...