Homeຂ່າວຕ່າງປະເທດຜູ່ອົບພະຍົບໄຫລເຂົ້າເອີຣົບທະລຸຫລັກລ້ານ ຫລາຍກ່ວາປີຜ່ານມາເຖິງ 4 ເທົ່າ!

ຜູ່ອົບພະຍົບໄຫລເຂົ້າເອີຣົບທະລຸຫລັກລ້ານ ຫລາຍກ່ວາປີຜ່ານມາເຖິງ 4 ເທົ່າ!

Published on

EyWwB5WU57MYnKOuX7FlmEIRnmZ4nje2Cm7ZipHm1pX7zkOHZ4wFYJ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ທັນວາຜ່ານມານີ້ວ່າ ອົງການເພື່ອຜູ່ອົບພະຍົບລະຫວ່າງປະເທດ (IOM) ໄດ້ອອກຖະແຫລງການວ່າ ຈຳນວນຜູ່ອົບພະຍົບ ແລະ ຜູ່ລີ້ໄພ ທີ່ຫລັ່ງໄຫລເຂົ້າທະວີບເອີຣົບ ທັງໂດຍທາງບົກ ແລະ ທາງທະເລ ພາຍໃນປີ 2015 ນີ້ ບັນລຸຈຳນວນ 1,005,504 ຄົນແລ້ວ ຊຶ່ງເປັນຕົວເລກ ທີ່ຫລາຍກ່ວາປີ 2014 ເຖິງ 4 ເທົ່າ ສ່ວນໃຫຍ່ແມ່ນມາຈາກ ປະເທດຊີຣີ, ອີຣັກ ແລະ ອັບການິສະຖານ ໂດຍເຂົ້າມາເອີຣົບຜ່ານ 6 ປະເທດໄດ້ແກ່ ປະເທດເກຣັກ, ບູນກາຣີ, ອີຕາລີ, ແອັດສະປາຍ, ມານຕາ ແລະ ໄຊປຣັດ.

ທັງນີ້ ຍັງມີຈຳນວນຜູ່ອົບພະຍົບ ເສຍຊີວິດຈາກການຈົມນ້ຳ ຫລື ຍັງສູນຫາຍ ຈາກການເດີນທາງມາທາງເຮືອ ໃນທະເລເມດິແຕຣານຽນ ອີກຈຳນວນເຖິງ 3,695 ຄົນ ແລ້ວພາຍໃນປີນີ້.

 

 

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...