spot_img
Homeຂ່າວພາຍ​ໃນຜູ້ຊ່ວຍລັດຖະມົນຕີຕ່າງປະເທດສະຫະລັດ ອາເມຣິກາ ເດີນທາງມາຢ້ຽມຢາມ-ເຮັດວຽກຢູ່ ສປປ ລາວ

ຜູ້ຊ່ວຍລັດຖະມົນຕີຕ່າງປະເທດສະຫະລັດ ອາເມຣິກາ ເດີນທາງມາຢ້ຽມຢາມ-ເຮັດວຽກຢູ່ ສປປ ລາວ

Published on

3-1

ໃນວັນທີ 17-18 ທັນ ວານີ້, ຄະນະຜູ້ແທນຂອງສະ ຫະລັດອາເມຣິກາ ນຳໂດຍ ທ່ານ ດານຽວ ຣຸດເຊນ   (Daniel Russel) ຜູ້ຊ່ວຍລັດ ຖະມົນຕີຕ່າງປະເທດສະຫະ ລັດອາເມຣິກາ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຊຶ່ງຈຸດປະສົງອັນສຳຄັນຂອງການ ເດີນທາງມາຢ້ຽມຢາມເຮັດວຽກ ດັ່ງກ່າວແມ່ນເພື່ອປຶກສາຫາລືໃນການກະກຽມ ໃຫ້ແກ່ການມາຢ້ຽມຢາມລາວຂອງຄະນະ ຜູ້ແທນຂັ້ນສູງອາເມຣິກາໃນປີ 2016 ເນື່ອງໃນໂອກາດການ ເປັນປະທານອາຊຽນຂອງ ສປປ ລາວ ທັງເພື່ອປຶກສາຫາລືກ່ຽວກັບການຊຸກ ຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ. ໃນປະຈຸບັນ, ການພົວພັນຮ່ວມມືສອງຝ່າຍລາວ- ອາເມຣິກາ ໄດ້ກວມເອົາດ້ານຕ່າງໆດັ່ງນີ້: ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO), ການຮ່ວມມືດ້ານການປາບ ປາມຢາເສບຕິດ, ການຮ່ວມມືດ້ານວຽກງານການຊອກຄົ້ນຫາກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ ຫາຍສາບສູນໃນປາງ ສົງ ຄາມ (MIA), ການຮ່ວມມືດ້ານສາ ທາລະນະສຸກ, ການຮ່ວມມືໃນ ຂອບບັນດາປະເທດລຸ່ມແມ່ນ້ຳ ຂອງ (LMI)  ແລະ ອື່ນໆ.
ໃນໂອກາດການເຄື່ອນ ໄຫວຢ້ຽມຢາມເຮັດວຽກດັ່ງ ກ່າວ, ຄະນະຜູ້ແທນອາເມຣິ ກາ ໄດ້ພົບປະເຮັດວຽກຮ່ວມ ກັບທ່ານ ອາລຸນແກ້ວ ກິດຕິ ຄຸນ ລັດຖະມົນຕີຊ່ວຍວ່າການ ກະຊວງ ການຕ່າງປະເທດ ໃນ ຂອບວຽກງານອາຊຽນ ແລະ ປຶກສາຫາລືຮ່ວມກັບທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະ ມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ ໃນຂອບວຽກ ງານການ ພົວພັນສອງຝ່າຍ.
ນອກນັ້ນ, ຄະນະຜູ້ແທນ ຍັງໄດ້ເຂົ້າຢ້ຽມຄຳນັບທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແລະ ພົບປະກັບ ທ່ານ ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາ ລະນະສຸກ ແລະ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ.
ການເຄື່ອນໄຫວຢ້ຽມ ຢາມເຮັດວຽກດັ່ງກ່າວ ໄດ້ມີ ຜົນສຳເລັດຕາມຈຸດປະສົງ ຄາດໝາຍ ແລະ ສ້າງຄວາມ ເພິ່ງພໍໃຈໃຫ້ແກ່ທັງສອງຝ່າຍ ລາວ ແລະ ສະຫະລັດອາເມຣິກາ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...