spot_img
Homeຂ່າວການພັດທະນາດຳລັດວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານຈະໄດ້ຮັບການສ້າງຂຶ້ນໃນໄວໆນີ້

ດຳລັດວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານແຮງງານຈະໄດ້ຮັບການສ້າງຂຶ້ນໃນໄວໆນີ້

Published on

dumludd

ໃນລະຫວ່າງວັນທີ 17-18 ທັນວາ​ຜ່ານ​ມາ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ສ້າງ​ຮ່າງ​ດຳລັດ​ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ແຮງ​ງານ ຂຶ້ນ​ທີ່​ທ່າລາດ ແຂວງວຽງຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານນາງ ​ໃບ​ຄຳ ຂັດ​ທິຍະ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ແລະ ຜູ້ຕາງໜ້າກະຊວງ​ຕ່າງໆ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ທ່ານ​ລັດຖະມົນຕີ​ຊ່ວຍກ່າວ​ວ່າ: ​ເພື່ອ​ເປັນ​ການເປີດກວ້າງໃຫ້ທຸກຄົນໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງແຮງງານເປັນຕົ້ນທາງດ້ານໂຄງສ້າງ, ໝວດ, ມາດຕາ ແລະ ເນື້ອໃນລະອຽດຂອງຮ່າງດໍາລັດດັ່ງກ່າວ, ພ້ອມ​ຈະໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນຂອງ​ຜູ້ອອກ

ແຮງງານ, ຜູ້ໃຊ້ແຮງງານ, ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆ​ເຂົ້າ​ໃສ່​ຮ່າງ​ດຳລັດ​ດັ່ງກ່າວ. ​ເພື່ອ​ໃຫ້​ພາກສ່ວນ​ກ່ຽວຂ້ອງກໍ​ຄື​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມໄດ້​ນຳ​​ໄປ​ພິຈາລະ​ນາ, ປັບປຸງ ​​ແລະ ​ແກ້​ໄຂ ​ໃຫ້ມີ​ເນື້ອ​ໃນ​ຄົບ​ຖ້ວນ, ສົມບູນນຳ​ໄປ​ສູ່​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ​ສຸດ. ​ເພື່ອ​ເປັນ​ການ​ປ້ອງ​ການ ​ແລະຫລຸດຜ່ອນ​ການ​ເກີດ​ຂໍ້​ຂັດ​ແຍ່ງທາງ​ດ້ານ​ແຮງ​ງານ, ທັງ​ເປັນ​ການ​ປົກ​ປ້ອງ​ສິດ ​ແລະ ຜົນປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ, ຜູ້​ໃຊ້​ແຮງ​ງານ ​ໃຫ້​ໄດ້​ຮັບ​ຄວາມ​ເປັນ​ທຳ​ຫລາຍ​ຂຶ້ນ​.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...