Homeຂ່າວຕ່າງປະເທດກຳປູເຈຍ ສົ່ງອອກສິນຄ້າຈະບັນລຸ 1,2 ຕື້ໂດລາສະຫະລັດ

ກຳປູເຈຍ ສົ່ງອອກສິນຄ້າຈະບັນລຸ 1,2 ຕື້ໂດລາສະຫະລັດ

Published on

400.Ym9yOo3y

ຂປລ.ຕາມຂ່າວ ຕ່າງປະເທດ, ເມື່ອບໍ່ດົນມນີ້, ທ່ານ ໂສກ ເຈນດາ ໂສພາ, ເລຂາ ທິການ ສະພາ ເພື່ອການພັດ ທະນາ ກຳປູເຈຍ ລະບຸວ່າ: ການສົ່ງອອກ ຈາກເຂດ ເສດຖະກິດ ພິເສດ ໃນກຳປູເຈຍ ຈະບັນລຸເຖິງ1,2 ຕື້ ໂດລາ ສະຫະລັດ. ໃນປີນີ້ ເພີ່ມຂຶ້ນ 87% ແລະ ສາມາດ ສ້າງວຽກ ເຮັດງານ ທຳໃໝ່ເກືອບ 70.000 ຕຳແໜ່ງ. ຂະນະທີ່ ກຳປູເຈຍ ໄດ້ອະນຸມັດ ສ້າງເຂດ ເສດຖະກິດ ພິເສດ ທັງ ໝົດ 33 ແຫ່ງ. ໃນນີ້ ຈັດຕັ້ງ ປະຕິບັດ ແລ້ວ 11 ແຫ່ງ ສ່ວນອີກ 22 ແຫ່ງ ພວມຢູ່ໃນ ລະຫວ່າງ ການກໍ່ສ້າງ ເຊິ່ງເປັນ ສ່ວນສຳຄັນ ໃນການ ກະຕຸ້ນ ການພັດທະນາ ເສດຖະກິດ​ ໃຫ້​ເຂັ້ມ​​ແຂງ ຍິ່ງ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...