spot_img
Homeຂ່າວເຫດການຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ

Published on

_8880011 lao-america 1

ຂປລ. ​ໃນວັນທີ 18 ທັນວາ 2015 ນີ້ຢູ່ກະຊວງການຕ່າງປະເທດ, ທ່ານ ທອງລຸນ ສິສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ໃຫ້ກຽດຕ້ອນຮັບ ທ່ານ Daniel Russel ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ພ້ອມ​​ຄະນະ ໃນໂອກາດເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວ ​​ແຕ່ວັນທີ 17-18 ທັນວາ ນີ້.

ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດໄດ້ສະແດງຄວາມຕ້ອນຮັບແລະ ຊົເຊີຍ ພ້ອມທັງຕີລາຄາສູງຕໍ່ ທ່ານ Daniel Russel ​ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ  ​ແລະເຮັດວຽກຢູ່ ສປປ ລາວໃນຄັ້ງນີ້​ ​ເຊິ່ງເປັນການປະກອບສ່ວນ​​ສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດລາວແລະ ສະຫະລັດອາເມຣິກາໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມນີ້ ສອງຝ່າຍໄດ້ປຶກສາຫາລືໃນການກະກຽມໃຫ້ແກ່ການຢ້ຽມຢາມລາວ ຂອງຄະນະຜູ້ແທນຂັ້ນສູງອາເມຣິກາ ໃນປີ 2016 ​ເນື່ອງໃນໂອກາດການເປັນປະທານອາຊຽນ ຂອງ ສປປ ລາວ ທັງໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າໃນຕໍ່ໜ້າ.

ທ່ານ Daniel Russel ​ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ທີ່ສະຫລະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸນ​, ພ້ອມທັງ ໄດ້ແຈ້ງ​​ໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້​.

​​​ໃນໂອກາດ ການເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວ  ທ່ານ Daniel Russel ​ແລະ ຄະນະໄດ້ພົບປະ​ ​ແລະເຮັດວຽກເພື່ອປຶກສາຫາລື ກຽວກັບການພົວພັນຮ່ວມມືໃນຕໍ່ໜ້າກັບ ບັນດາທ່ານລັດຖະມົນຕີວ່າການ, ຊ່ວຍວ່າການກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...