Homeຂ່າວຕ່າງປະເທດເຊິນເຈີ້ນຊັອກ ດິນເຈື່ອນລ້າງ 22 ອາຄານຮາບ

ເຊິນເຈີ້ນຊັອກ ດິນເຈື່ອນລ້າງ 22 ອາຄານຮາບ

Published on

ສຳນັກຂ່າງຕ່າງປະເທດ ທັງຈາກຈີນແລະຣອຍເຕີຂ່າວ – ຊາວເຊິນເຈີ້ນສຸດຊັອກ ເມື່ອເກີດເຫດດິນເຈື່ອນຄັ້ງໃຫຍ່ ໃນນິຄົມອຸດສາຫະກຳ ທາງຕາເວັນອອກສຽງເໜືອ ລ້າງແລະສູບຕຶກຈົມທໍລະນີ ລວມ 22 ຫຼັງ ພ້ອມຜູ້ຄົນຈຳນວນຫຼາຍ.

Firefighters search for survivors near a damaged building at the site of a landslide at an industrial park in Shenzhen, Guangzhou, China, December 20, 2015. REUTERS/Tyrone Siu TPX IMAGES OF THE DAY
ຮູບ: ຣອຍເຕີ

ຕອນໃກ້ທ່ຽງ ວານນີ້ ( 20 ທັນວາ 2015) ໄດ້ເກີດເຫດການດິນເຈື່ອນຂຶ້ນ ທີ່ນິຄົມອຸດສາຫະກຳຫຼິວຊີ ເຂດກວາງໝິງໃໝ່ຂອງນະຄອນ ເຊິນເຈີ້ນ ມົນທົນກວາງຕຸ້ງ ທາງຕອນໃຕ້ຂອງຈີນ ເຊິ່ງສຳນັກຂ່າວຊິນຫົວຂອງຈີນ ລາຍງານວ່າຍອດຜູ້ສູນຫາຍຫຼ້າສຸດ ຢ່າງໜ້ອຍຢູ່ທີ່ 41 ຄົນ.

ເຈົ້າໜ້າທີ່ຈາກໜ່ວຍກູ້ໄພ ສັງກັດກະຊວງພິທັກສັນຕະລາດ ລະບຸວ່າກ່ອນໜ້ານີ້ເຈົ້າໜ້າທີ່ ສາມາດຊ່ວຍຊີວິດຜູ້ປະສົບໄພ 8 ຄົນ ສ່ວນປັດຈຸບັນເຈົ້າໜ້າທີ່ກູ້ໄພກວ່າ 1500 ຄົນ ກຳລັງຄົ້ນຫາຜູ້ລອດຊີວິດ ທີ່ອາດຈະຕິດຄ້າງຢູ່ໃຕ້ຊາກ ອາຄານທີ່ເພພັງ.

ທ່ານ ເຣິ່ນ ຈີ້ກວງ ຮອງຫົວໜ້າ ສຳນັກງານພິທັກສັນຕິລາດ ນະຄອນເຊິນເຈີ້ນ ໃຫ້ສຳພາດກັບ ຊີຊີທີວີວ່າ ເຈົ້າໜ້າທີ່ສາມາດອົບພະຍົບ ປະຊາຊົນປະມານ 900 ຄົນ ໄປຍັງບ່ອນທີ່ປອດໄພໄດ້ທັນເວລາ ກ່ອນຫາຍະນະຈະເກີດຂຶ້ນ ແຕ່ກໍຍັງເຊື່ອວ່າອາດຈະມີຜູ້ ໂຊກຮ້າຍຖືກຝັງຢູ່ໃຕ້ດິນ.

Damaged buildings are seen as rescuers search for survivors after a landslide hit an industrial park in Shenzhen, Guangdong province, China, December 20, 2015. REUTERS/China Daily ATTENTION EDITORS - THIS PICTURE WAS PROVIDED BY A THIRD PARTY. THIS PICTURE IS DISTRIBUTED EXACTLY AS RECEIVED BY REUTERS, AS A SERVICE TO CLIENTS. CHINA OUT. NO COMMERCIAL OR EDITORIAL SALES IN CHINA. TPX IMAGES OF THE DAY
ຮູບ: ຣອຍເຕີ

ນອກຈາກນັ້ນ ຊີຊີທີວີ ລາຍງານວ່າ ເກີດເຫດທໍ່ສົ່ງແກ໊ສທຳມະຊາດ ສາຍຕາເວັນຕົກ-ຕາເວັນອອກ ຂອງທາງການຈີນ ເຊິ່ງວາງຢູ່ໃກ້ ກັບສະຖານທີ່ເກີດເຫດດິນເຈື່ອນ ໄດ້ລະເບີດຂຶ້ນມາອີກດ້ວຍ.

ໜັງສືພິມເປີ່ຍຈິງ ຍູດ ເດລີ ອີງປະຊາຊົນທ້ອງຖິ່ນລາຍງານວ່າ ດິນທີ່ເຈື່ອນເປັນຂອງເສຍຈາກ ໂຄງການກໍ່ສ້າງ ເຊິ່ງຖືກຂຸດຂຶ້ນມາກອງໄວ້ສູງກວ່າ 100 ແມັດ ຢູ່ຂ້າງນິຄົມອຸດສາຫະກຳຯ ເປັນເວລາ 2 ປີມາແລ້ວ.

ສ່ວນໜັງສືພິມທ້ອງຖິ່ນ ເຊິນເຈີ້ນ ສະເປຊຽວ ໂຊນ ເດລີ ອ້າງພະນັກງານພະແນກ ກວດສອບຄວາມປອດໄພຂອງເຂດ ກວາງໝິງ ໃໝ່ ລະບຸວ່າ ສາເຫດດິນເຈື່ອນມາຈາກ ກອງດິນຖືກຝົນຕົກເຮັດໃຫ້ກາຍເປັນຕົມ ແລ້ວໄຫຼເຈື່ອນລົງມາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...