spot_img
Homeຂ່າວການສຶກສາສປ ຈີນ ມອບອຸປະກອນການຮຽນ-ການສອນ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ

ສປ ຈີນ ມອບອຸປະກອນການຮຽນ-ການສອນ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ

Published on

 ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຮັບອຸ ປະກອນ ການຮຽນ-ການສອນ, ອຸປະກອນກິລາ, ເຄື່ອງດົນຕີ ແລະ ເຄື່ອງອຸປະກອນອື່ນໆ ລວມມູນຄ່າ 20.358 ໂດລາ ສະຫະລັດ ຫລື ປະມານ 162,8 ລ້ານກວ່າກີບ ຈາກກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ເພື່ອນຳໃຊ້ເຂົ້າໃນ ກິດຈະກຳ ການຮຽນ-ການສອນ ຢ່າງມີປະສິດທິຜົນ.

ພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ມັງກອນ 2014 ທີ່ ໂຮງຮຽນປະຖົມ ສົມບູນ ລາວ-ຈີນ ບ້ານໜອງປີງ ໂດຍແມ່ນທ່ານ ກ່ວນ ຮົວ ປີງ (Guan Huabing) ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ ໄດ້ຕາງໜ້າກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍທ່ານນາງ ເພັດມະນີ ສຸດທະວີໄລ ອຳນວຍການໂຮງຮຽນປະຖົມ ສົມບູນ ລາວ-ຈີນ ບ້ານໜອງປີງ ແລະ ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານຜູ້ອຳນວຍການໂຮງຮຽນດັ່ງກ່າວ ໄດ້ຕາງໜ້າໃຫ້ບັນດາ ຄູ-ອາຈານ ແລະ ນ້ອງນັກຮຽນ ກ່າວສະແດງ ຄວາມຂອບອົກຂອບໃຈມາຍັງທ່ານທູດ ແລະ ຜ່ານທ່ານທູດໄປຍັງ ພັກ-ລັດຖະບານ  ແລະ ປະຊາຊົນ ສປ ຈີນ ກໍຄື ກອງ ທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ໃນດ້ານການສຶກສາ ແກ່ໂຮງຮຽນ ພວກຂ້າພະເຈົ້າ ພ້ອມທັງໄດ້ສະແດງຄວາມຢືນຢັນວ່າ ຈະນຳໄປແຈກຢາຍໃຫ້ນ້ອງນັກຮຽນຢ່າງທົ່ວເຖິງ ແລະ ຈະໄດ້ ຄຸ້ມຄອງ, ນຳໃຊ້ອຸປະກອນຕ່າງໆ ເຂົ້າໃນກິດຈະກຳ ການຮຽນ-ການສອນ ໃຫ້ເກີດປະໂຫຍດ ແລະ ມີປະສິດທິຜົນ.
ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຮັບການສ້າງ ຕັ້ງພາຍໃຕ້ການຮ່ວມມື ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ໃນມູນຄ່າ 420.000 ໂດລາສະຫະລັດ ຫລື ປະມານ 3 ຕື້ກວ່າກີບ ໂດຍແມ່ນກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ  ເປັນຜູ້ໃຫ້ທຶນໃນການກໍ່ສ້າງ ຊຶ່ງໄດ້ລົງມືກໍ່ສ້າງມາແຕ່ເດືອນຕຸລາ 2012 ເປັນອາຄານຮຽນສອງ ຊັ້ນ, ລວມມີ 8 ຫ້ອງ ປະກອບດ້ວຍສິ່ງອຳນວຍຄວາມສະດວກຄົບຊຸດ ໂດຍໄດ້ເລີ່ມເປີດນຳໃຊ້ໃນເດືອນມິຖຸນາ 2013 ເປັນຕົ້ນມາ ແລະ ສາມາດຮອງຮັບນັກຮຽນໄດ້ 300-400 ຄົນ

ທີ່ມາ http://www.kpl.net.la/lao/news/dnl%205.htm

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...