ທະນາຄານກາງສະຫະລັດ (FED) ປັບຂຶ້ນອັດຕາດອກເບ້ຍ 0.25% ສັນຍານເສດຖະກິດເລີ່ມຟື້ນຕົວ!

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM4My8xOTE2MzEwLzY2NTczMS0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວານີ້ວ່າ ທະນາຄານກາງສະຫະລັດ ຫລື FED ໄດ້ປະກາດຂຶ້ນອັດຕາດອກເບ້ຍ ຈາກ 0.25% ຂຶ້ນເປັນ 0.5% ຊຶ່ງເປັນການປັບຂຶ້ນອັດຕາດອກເບ້ຍ ຄັ້ງທຳອິດໃນຮອບ 7 ປີ ທີ່ມີການປັບຂຶ້ນ ໂດຍຕົວເລກອັດຕາດອກເບ້ຍ ແຕະຢູ່ໃນລະດັບເກືອບ 0 ແມ່ນມີມາຕັ້ງແຕ່ ໄລຍະວິກິດການເສດຖະກິດ ເມື່ອປີ 2008 ຊຶ່ງການປັບຂຶ້ນອັດຕາດອກເບ້ຍດັ່ງກ່າວນີ້ ແມ່ນເປັນສັນຍານ ທີ່ຈະຊ່ວຍກະຕຸ້ນ ເຮັດໃຫ້ເສດຖະກິດຂອງປະເທດ ປັບຕົວດີຂຶ້ນ.