spot_img
Homeຂ່າວການພັດທະນາເກົາຫຼີໃຕ້ຊ່ວຍ 3 ລ້ານໂດລາ ສ້າງສູນໄອທີ ໃຫ້ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ!

ເກົາຫຼີໃຕ້ຊ່ວຍ 3 ລ້ານໂດລາ ສ້າງສູນໄອທີ ໃຫ້ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ!

Published on

05ddb637180e0cfb11208a52d9bbf9a6

ພິທີ​ເຊັນ​ບົດ​ບັນທຶກ​ຮ່ວມ​ມືໂຄງການ​ສ້າງ​ ສູນ​ໄອ​ທີ ຂອງ​ສູນກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດລາວ ກັບ​ອົງການ​ຮ່ວມ​ມື​ສາກົນຂອງ ສ ເກົາຫຼີ (ກອຍ​ກາ) ປະຈຳ ​ສປປ ລາວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ທັນວາ 2015 ຢູ່​ທີ່​ໂຮງແຮມ​ແລນມາກ​ແມ່​ຂອງ​ລີ​ເວີ​ໄຊ ຕາງໜ້າລົງ​ນາມ​ຂອງ​ທ່ານ ອາ​ລຸນ​ໄຊ ສູນ​ນະລາດ ຫົວໜ້າ​ຫ້ອງການສູນ​ກາງ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ​ລາວ ແລະ ທ່ານ ຮັງ​ຈູຄິມ ຜູ້ຕາງໜ້າ​ຫ້ອງການກອຍ​ກາ ປະຈຳ ​ສປປ ລາວ ມີ​ທ່ານ ​ດຣ. ຄຳ​ຜາ ພິມ​ມະ​ສອນ ຮອງ​ເລຂາຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ພ້ອມ​ດ້ວຍ​ຫົວໜ້າ​ກົມ ຮອງ​ກົມ ມາ​ຈາກ​ກະຊວງ​ແຜນການ ແລະ ການ​ຮ່ວມ​ມື ແລະ ພະນັກງານກ່ຽວຂ້ອງ​ສອງ​ຝ່າຍ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

ໂຄງການ​ດັ່ງກ່າວ ​ເປັນ​ໂຄງການ​ທີ່​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກລັດຖະບານ ສ ເກົາຫຼີ ຈຳນວນ 3 ລ້ານ​ໂດ​ລາ​ສະຫະລັດ ສ້າງຕັ້ງສູນ​ໄອ​ທີ ທີ່​ເປັນ​ການ​ສະໜັບ​ສະໜູນ​ໃຫ້​ແຜນການ​ຂອງ​ລັດ​ຖະບານ ໂດຍ​ສະເພາະແມ່ນ​ການພັດທະນາ​ຊັບພະຍາກອນ​ມະນຸດ ເຊິ່ງ ​ສປປ ລາວ ຈະ​ຕ້ອງ​ມີ​ຊັບ​ພະຍາ​ກອນ​ມະນຸດ​ທີ່​ມີ​ຄຸນະພາບ ເພື່ອ​ເຮັດ​ໃຫ້​ປະເທດ​ຊາດ​ຫຼຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ ໃນ​ປີ 2020 ພ້ອມ​ກັນ​ນັ້ນ ສູນ​ໄອທີ​ດັ່ງກ່າວ ​ຈະ​ເປັນ​ສູນ​ເຊື່ອມ​ໂຍງລະຫວ່າງ​ສູນ​ກາງ​ຊາວ​ໜຸ່ມ-ທ້ອງຖິ່ນ ເຊື່ອມ​ໂຍງ​ລະຫວ່າງ​ສູນກາງ​ຊາວ​ໜຸ່ມ​ກັບ​ລະດັບ​ພາກ​ພື້ນ ມັນ​ຈະ​ເປັນ​ທ່າແຮງ​ອັນ​ໜຶ່ງ​ສຳລັບ​ຊາວ​ໜຸ່ມ​ລາວ ​ໃນ​ການ​ຍົກ​ລະດັບ​ຄວາມ​ສາມາດ​ຂອງ​ຕົນ​ ເຂົ້າໃນ​ຂະ​ບວນ​ການ​ແຂ່ງຂັນ​ ໃນການ​ເຊື່ອມ​ໂຍງ​ກັບ​ປະຊາ​ຄົມເສດຖະກິດ​ອາ​ຊຽນ ສຳລັບ​ກຳນົດ​ເວລາ​ໃນ​ການຈັດຕັ້ງ​ປະຕິບັດແມ່ນ 3 ປີ ແຕ່​ປີ 2016 ຫາ​ປີ 2018.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...