ຊາວກຳປູເຈຍ ດື່ມເຫລົ້າໂທເປັນພິດ ເສຍຊີວິດ 19 ຄົນ ນອນໂຮງໝໍອີກ 172 ຄົນ!

558000014188601
(ພາບປະກອບ: ການຜະລິດເຫລົ້າໂທດ້ວຍຕົນເອງ ຂອງຊາວກຳປູເຈຍ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວາ ຜ່ານມານີ້ວ່າ ກະຊວງສາທາລະນະສຸກກຳປູເຈຍ ໄດ້ອອກມາເປີດເຜີຍມື້ວານນີ້ (13 ທັນວາ) ວ່າ ໃນໄລຍະຜ່ານມາ ພົບປະຊາຊົນ ເສຍຊີວິດແລ້ວຢ່າງໜ້ອຍ 19 ຄົນ ແລະ ລົ້ມປ່ວຍນອນໂຮງໝໍ ອີກກ່ວາ 172 ຄົນ ຈາກການດື່ມເຫລົ້າໂທທີ່ເປັນພິດ ໃນພື້ນທີ່ແຂວງກຣະແຈະ ຊຶ່ງຜົນຂອງການກວດສອບ ໃນຫ້ອງທົດລອງຂອງແພດພົບວ່າ ການເສຍຊີວິດ ແມ່ນມີສາເຫດມາຈາກ ສານເມທານອນ ສູງເຖິງ 12% ຊຶ່ງປົກກະຕິແລ້ວ ຈະຕ້ອງຢູ່ໃນລະດັບ 0.15%.

ປັດຈຸບັນ ເຈົ້າໜ້າທີ່ກຳປູເຈຍ ໄດ້ສັ່ງໃຫ້ບັນດາຜູ່ຜະລິດໃນທ້ອງຖິ່ນດັ່ງກ່າວ ແລະ ຜູ່ຂາຍເຫລົ້າໂທ ທຸກຄົນປິດກິດຈະການຊົ່ວຄາວ ເພື່ອທຳການສືບສວນ-ສອບສວນແລ້ວ.

ທັງນີ້ ທ່ານ ນຳ ບຸນເຮັງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ໄດ້ກ່າວຖະແຫລງວ່າ ປະຊາຊົນຄວນຢຸດດື່ມເຫລົ້າໂທ ຫລື ເຫລົ້າສະໝຸນໄພ ທີ່ຜະລິດຂຶ້ນເອງ ໂດຍບໍ່ໄດ້ຮັບການກວດສອບຢ່າງຖືກຕ້ອງ ຫລື ໄດ້ຮັບການອະນຸຍາດຈາກທາງການ ໂດຍທັນທີ.