spot_img
Homeຂ່າວເຫດການສາລະວັນ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

ສາລະວັນ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ

Published on

Capture

ແຂວງສາລະວັນໄດ້ ຈັດພິທີໂຮມຊຸມນຸມສະເຫຼີມ ສະຫຼອງວັນສະຖາປະນາ ສປ ປ ລາວ ຄົບຮອບ 40 ປີ (2/ 12/ 1975 – 2/12/2015) ແລະ ລະ ນຶກວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ (13/12/1920 – 13/12/ 2015) ຂຶ້ນເມື່ອວັນທີ 9 ທັນວາ ຜ່ານມາໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາ ທິການສູນ ກາງພັກ, ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ,ທ່ານ ຄຳບຸ່ນ ດ້ວງປັນຍາ, ກຳມະການສູນກາງພັກ,​ ອະດີດເລຂາພັກ ແຂວງ ເຈົ້າແຂວງສາລະວັນ, ທ່ານ ສີສຸວັນ ວົງຈອມສີ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາ ທ່ານຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ຄະນະພັກແຂວງທຸກຂັ້ນ, ເຈົ້າເມືອງຈາກ 8 ຕົວເມືອງ, ຫົວໜ້າພະ ແນກ-ຮອງພະແນກການ, ອົງການທຽບເທົ່າພະນັກງານອາວຸໂສບຳນານ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດ, ກອງບັນ ຊາການປ້ອງກັນຊາດ, ກອງບັນຊາການປ້ອງ ກັນຄວາມສະຫງົບຕະຫຼອດຮອດກ້ອນກຳລັງ 15 ກ້ອນກຳລັງ ແລະ ປະຊາຊົນໃນເທດສະບານເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນການກ່າວປາໄສ ທ່ານ ສີສຸວັນ ວົງຈອມສີ ໄດ້ເຫຼົ່າເຖິງ ມູນເຊື້ອ ແລະ ຄວາມໝາຍ ຄວາມສຳຄັນຂອງວັນສະຖາ ປະນາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຕະຫຼອດໄລຍະ 40 ປີຜ່ານມາ,  ຍົກໃຫ້ເຫັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ,​ ຊຶ່ງທ່ານໄດ້ ຍົກໃຫ້ເຫັນຊີວິດການເຄື່ອນ ໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ດີເລີດ ເປັນນັກຮົບປະຕິວັດທີ່ກ້າແກ່ນເປັນລູກຮັກຫຼານແພງ ຜູ້ປະເສີດຂອງປະຊາຊົນລາວ ບັນດາເຜົ່າແມ່ນ ຜູ້ຮັກ ຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນນັກຍຸດທະສາດ, ນັກອອກແບບຍຸດໂທບາຍ ແລະ ວິທີປະຕິວັດທີ່ສະຫຼາດຄ່ອງແຄ້ວ, ເປັນສັນຍາລັກ ແລະ ເປັນແກ່ນສານຂອງ ຄວາມສາ ມັກຄີພາຍໃນພັກ ແລະ ໃນ ຊາດ, ຍາມໃດເພິ່ນກໍເອົາໃຈ ໃສ່ສ້າງ ແລະ ເພີ່ມທະວີຄວາມ ສາມັກຄີປອງດອງລະຫວ່າງເຜົ່າ ຄວາມເປັນປຶກແຜ່ນພາຍ ໃນຊາດ ແລະ ຄວາມເປັນເອກະພາບພາຍໃນພັກ ຕໍ່ສູ້ຍາດ ເອົາໄຊຊະນະອັນສະຫງ່າລາສີໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດ ປ່ຽນແປງໃໝ່ຂອງປະເທດຊາດ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...