spot_img
Homeວົງການສື່ມວນຊົນວາງສີລາລືກກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດ ຢູ່ແຂວງສະຫວັນນະເຂດ

ວາງສີລາລືກກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດ ຢູ່ແຂວງສະຫວັນນະເຂດ

Published on

2-1

(ຂປລ) ໃນຫວ່າງບໍ່ ດົນມານີ້ ໄດ້ຈັດພິທີວາງສີລາ ລືກກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດຢູ່ເມືອງພະ ລານໄຊແຂວງສະຫວັນນະ ເຂດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ທ່ານ ສົມດີ ດວງດີ ລັດຖະມົນຕີວ່າ ການ ກະຊວງແຜນ ການ ແລະ ການລົງທຶນ ທ່ານ  ບຸ່ຍກວາງວິງ ລັດຖະມົນຕີວ່າ ການກະຊວງແຜນການ ແລະ   ການລົງທຶນ ສສ ຫວຽດນາມ  ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນນະເຂດມີບັນ ດາຮອງເຈົ້າແຂວງ, ລັດຖະມົນ ຕີວ່າການ, ຊ່ວຍວ່າການພ້ອມ ດ້ວຍພະນັກງານກ່ຽວຂ້ອງຂອງ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວລະຫວ່າງພິທີວາງສີລາລືກວ່າ: ໂຄງການ ກໍ່ສ້າງສະຖານີຖ່າຍທອດວິທະຍຸ ແລະ ໂທລະພາບເຂດເປັນໂຄງການ ຮ່ວມມືຊ່ວຍເຫຼືອຂອງລັດຖະບານ ສສ ຫວຽດນາມຍາມ ໃດກໍໄດ້ເອົາໃຈໃສ່ຊ່ວຍເຫຼືອ ໃຫ້ແກ່ລັດ ຖະບານ  ແລະ ປະ ຊາຊົນລາວຕະຫຼອດມາສະຖາ ນີແຫ່ງນີ້ແມ່ນໜຶ່ງໃນ 4 ສະຖານີວິທະຍຸ ແລະ ໂທລະພາບ ຮ່ວມມືລາວ-ຫວຽດນາມ ຊຶ່ງ ໄດ້ເລີ່ມປະຕິບັດ ໂຄງການມາ ແຕ່ປີ 2009  ໄດ້ສຳເລັດກໍ່ສ້າງ ແລະ ເປີດນຳໃຊ້ເປັນທາງການ ແລ້ວ 2  ແຫ່ງຄື: ຢູ່ແຂວງຫຼວງພະບາງ ແລະ ຈຳປາສັກສ່ວນ ແຫ່ງທີ3ແມ່ນຢູ່ແຂວງ ອຸດົມໄຊ ແລະ ການກໍ່ສ້າງໃກ້ຈະສຳເລັດ ແລ້ວຄາດວ່າຈະເປີດນຳໃຊ້ ໃນທ້າຍປີນີ້ໂຄງການກໍ່ສ້າງ ສະຖານີວິທະຍຸ ແລະ ໂທລະ ພາບເຂດທີ່ເມືອງພະລານໄຊ, ແຂວງ ສະຫວັນນະເຂດນີ້ເປັນ ແຫ່ງທີ 4 ເມື່ອສຳເລັດການ ກໍ່ສ້າງຈະເຮັດໃຫ້ການແຜ່ກະ ຈາຍສັນຍານວິທະຍຸກວມເຖິງ 95% ແລະ ຄື້ນໂທລະພາບ ພາກພື້ນດິນໃນປະເທດ ເຮົາ ກວມ 85% ຂອງພື້ນທີ່ທົ່ວປະ ເທດ ຊຶ່ງຈະເປັນບ່ອນນຳຂໍ້ ມູນຂ່າວສານທາງສະຖານີວິ ທະຍຸ ແລະ ໂທລະພາບລົງ ພື້ນຖານຂອງປະຊາຊົນລາວ ບັນດາເຜົ່າ ພາຍໃນ ແລະ ບັນ ດາແຂວງໃກ້ຄຽງໄດ້ຮັບຮູ້ແນວ ທາງນະໂຍບາຍຂອງພັກລະ ບຽບກົດໝາຍຂອງລັດ ແລະ ຂໍ້ ມູນຂ່າວສານສາລະໜ້າຮູ້ຕ່າງໆ ໄດ້ຢ່າງວ່ອງໄວຊັດເຈນ ຂຶ້ນທັງ ເປັນເວທີສົ່ງເສີມຊຸກຍູ້ການພົວ ພັນຮ່ວມມືແບບພິເສດຮອບ ດ້ານລະຫ່ວາງສອງພັກ, ສອງ ລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມອັນເປັນມູນ   ເຊື້ອ ໃຫ້ນັບມື້ແຕກດອກອອກ  ຜົນຂຶ້ນເລື້ອຍໆ ໂຄງການກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດທີ່ເມືອງພະລານໄຊ ແຂວງສະຫວັນນະເຂດນີ້ມີ ມູນຄ່າ 116.807 ຕື້ດົງ (ສະ ກຸນເງິນຫວຽດນາມ).
ໃນໂອກາດນີ້ ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ສະແດງຄວາມຮູ້ບຸນຄຸນຂອບໃຈ  ເປັນຢ່າງສູງຕໍ່ພັກ-ລັດ ແລະ  ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະ ຢ່າງຍິ່ງແມ່ນວິ ທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມທີ່ໄດ້ໃຫ້ການຊ່ວຍ ເຫຼືອອັນລ້ຳຄ່າໃຫ້ແກ່  ສປປ ລາວ ພ້ອມທັງໄດ້ຮຽກ ຮ້ອງ ໃຫ້ທຸກພາກສ່ວນອຳນາດການ ປົກຄອງແຕ່ລະຂັ້ນກໍຄືພໍ່ແມ່ ປະຊາຊົນເມືອງພະລານໄຊ ທຸກຄົນຈົ່ງເອົາໃຈໃສ່ປົກປັກ ຮັກສາ ແລະ ນຳໃຊ້ສະຖານີ ດັ່ງກ່າວໃຫ້ມີຄວາມຍືນຍົງ, ມີ  ປະສິດທິຜົນສູງ ແລະ ຊົມໃຊ້ສະ ຖານີແຫ່ງນີ້ ໃຫ້ເກີດປະໂຫຍດ ສູງສຸດ.
ໂຄງການກໍ່ສ້າງສະຖານີວິທະຍຸ ແລະ ໂທລະພາບເຂດແຫ່ງນີ້ປະກອບມີເສົາສັນຍານສູງ 135 ແມັດ ຕຶກອາຄານຕັ້ງເຄື່ອງຈັກສົ່ງສັນຍານ, ອາຄານຫ້ອງການ, ອາຄານ ຫໍພັກພະນັກງານ, ສະຖານທີ່ຈອດລົດ, ປ້ອມຍາມ, ປະຕູໂຂງ, ກຳແພງອ້ອມຮອບສະຖານີ, ລະບົບໂຄງລ່າງ, ປູພື້ນ, ລະບົບໄຟຟ້າ, ລະບົບຮ່ອງລະບາຍນ້ຳ, ສະໜາມ ສວນດອກໄມ້, ເສັ້ນທາງ ເຂົ້າສະຖານີ ແລະ ລະບົບເສັ້ນ ທາງພາຍໃນ, ໝໍ້ແປງໄຟ, ລະ ບົບກັນຟ້າຜ່າ, ສາຍໄຟຂະໜາດ ກາງຕໍ່ກັບສາຍໄຟຫຼວງແຫ່ງຊາດ, ອ່າງນ້ຳໃຕ້ ດິນ, ນ້ຳປະປາ, ຖັງນ້ຳ, ລະບົບໄຟດັບເພີງ ແລະ ອື່ນໆ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...