spot_img
Homeຂ່າວພາຍ​ໃນຜົນການຈັບສະຫຼາກບານເຕະເອີໂຣ 2016 ອອກມາເປັນທີ່ຮຽບຮ້ອຍແລ້ວ

ຜົນການຈັບສະຫຼາກບານເຕະເອີໂຣ 2016 ອອກມາເປັນທີ່ຮຽບຮ້ອຍແລ້ວ

Published on

ສະຫະພັນບານເຕະເອີຣົບ ຫລືຢູຟ່າ ໄດ້ຈັດການຈັບສະຫຼາກແບ່ງກຸ່ມການແຂ່ງຂັນບານເຕະເອີໂຣ 2016 ຮອບສຸດທ້າຍ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ຊຶ່ງການແຂ່ງຂັນຄັ້ງນີ້ຝຣັ່ງຈະເປັນເຈົ້າພາບ ແລະຈະແຂ່ງຂັນກັນໃນລະຫວ່າງວັນທີ 10 ມິຖຸນາ – 10 ກໍລະກົດ 2016 ທີ່ຈະມາເຖິງນີ້

ບານເຕະ “ເອີໂຣ 2016” ຮອບສຸດທ້າຍຄັ້ງນີ້ ມີ 24 ທີມເຂົ້າຮ່ວມເປັນເທື່ອທຳອິດໃນປະຫວັດສາດ ຂອງຮອບທຳອິດແບ່ງອອກເປັນ 6 ກຸ່ມ ໆ ລະ 4 ທີມ ແຂ່ງຂັນພົບກັນໝົດໃນແຕ່ລະກຸ່ມ ເອົາທີມໄດ້ຄະແນນອັນດັບ 1-2 ຂອງທຸກກຸ່ມ ເຂົ້າຮອບສອງຫຼືຮອບ 16 ທີມສຸດທ້າຍ ຮ່ວມກັບທີມຄະແນນອັນດັບ 3 ທີ່ດີທີ່ສຸດອີກ 4 ທີມ ຮອບສອງປະກົບຄູ່ແຂ່ງຂັນແບບເສຍແລ້ວຄັດອອກ ເອົາແຕ່ທີມທີ່ຊະນະເຂົ້າຮອບຕໍ່ໄປຈົນເຖິງຮອບຊິງຊະນະເລີດ

ສະຫລຸບຜົນການຈັບສະຫຼາກຮອບແບ່ງກຸ່ມ ການແຂ່ງຂັນບານເຕະເອີໂຣ 2016 ຮອບສຸດທ້າຍ ມີດັ່ງຕໍ່ໄປນີ້:

ກຸ່ມ A: ຝຣັ່ງ, ໂຣມານີ , ອານບານີ, ສະວິດເຊີແລນ

ກຸ່ມ B: ອັງກິດ, ລັດເຊຍ, ເວລ, ສະໂລວາກີ

ກຸ່ມ C: ເຢຍລະມັນ, ອູແກຣນ, ໂປໂລຍ, ໄອແລນເໜືອ

ກຸ່ມ D: ແອດສະປາຍ, ສາທາລະນະລັດເຊັກ, ຕວກກີ, ໂຄອາຊີ

ກຸ່ມ E: ເບລຢຽມ, ອິຕາລີ, ໄອລແລນດ໌, ສະວີເດນ

ກຸ່ມ F: ປອກຕຸຍການ, ໄອຊ໌ແລນດ໌, ໂອຕຣິດ, ຮົງກາລີ

664951-01

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...