spot_img
Homeຂ່າວຕ່າງປະເທດປະລິມານ ນ້ຳມັນເຊື້ອໄຟ ຂອງໂອເປັກ ເພີ່ມຂຶ້ນສູງສຸດ

ປະລິມານ ນ້ຳມັນເຊື້ອໄຟ ຂອງໂອເປັກ ເພີ່ມຂຶ້ນສູງສຸດ

Published on

Untitled-2 400

ຂປລ. ຂ່າວ​ຕ່າງ ປະ​ເທດ, ວັນ​ທີ 11 ທັນວາ 2015, ອ້າງ​ຕາມ ບົດ​ລາຍ​ງານ ຂອງ ອົງການ​ ບັນດາ​ ປະ​ເທ​ດ ສົ່ງ​ອອກ​ ນ້ຳມັນ (OPEC) ປະກາດ​ວ່າ ​ໃນ​ເດືອນ ພະຈິກ ຜ່ານ​ມາ, ປະລິມານ ນ້ຳມັນ​ ເຊື້ອ​ໄຟ ຂອງ ອົງການ​ນີ້ ​ໄດ້​ເພີ່ມ​ 230.100 ບາ​ເຣນ / ວັນ ຂຶ້ນ​ເປັນ​ 31,7 ລ້ານ​ບາ​ເຣນ/ວັນ, ​ເຊິ່ງ​​ເປັນ ລະດັບ ສູງ​ສຸດ ​ໃນ​ຮອບ 7 ປີ ​ແລະ ລື່ນ​ກາຍ​ ລະດັບ ​ເພດານ​ ກຳ​ນົດ​ໄວ້  30 ລ້ານ ບາ​ເຣນ/ວັນ. ຂະນະ​ດຽວ​ກັນ​ນັ້ນ, ຄວາມ​ຕ້ອງການ ​ນ້ຳມັນ ​ໃນ​ປີ ໜ້າ ຄາດ​ວ່າ ຈະ​ຂຶ້ນ​ກັບ ຈັງຫວະ ການ​ຈະ​​ເລີ​ນ ​ເຕີບ​ໃຫຍ່​ ຂອງ ​ເສດຖະກິດ, ການ​ປ່ຽນ​ແປງ ຂອງ​ ລາຄາ​ ນ້ຳມັນ ກໍ​ຄື ບັນດາ ​ເງື່ອນ​ໄຂ​ ດ້ານ​ສະພາບ​ ດິນ​​ຟ້າ​ ອາກາດ ​ແລະ ການ​ປ່ຽນ​ແປງ​ ນະ​ໂຍບາຍ ກ່ຽວ​ກັບ ພະລັງງານ.

ອົງການ​ ພະລັງງານ​ ສາກົນ (IEA), ລາຍ​ຮັບ​​ ແຕ່ລະ​ປີ​ ຂອງ OPEC ອາດ​ຈະ​ ຫລຸ​ດລົງ ​ເຫລືອ 550 ຕື້​ໂດ​ລາ​ ສະຫະ​ລັດ, ຈາກ​ລະດັບ​ ສະ​ເລ່ຍ 1.000 ຕື້ ​ໂດ​ລາ​ ສະຫະລັດ ​ໃນ​ໄລຍະ 5 ຜ່ານ​ມາ. ພາຍຫລັງ OPEC ປະກາດ ປະລິ​ມານ ການ​ຂຸດ​ຄົ້ນ​ ນ້ຳມັນ ​ເພີ່ມ​ຂຶ້ນ ​ເຮັດ​ໃຫ້ ລາຄາ​ ນ້ຳມັນ ​ໃນ​ຕະຫລາດ​ ອາຊີ ຫລຸດ​ລົງ​ ລະດັບ ​ຕ່ຳ​ສຸດ ​​ເມື່ອ​ທຽບ​​ໃສ່​​ ໃນຊຸມປີ ຜ່ານມາ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...