ສປປ ລາວ-ສ ເກົາຫລີ ເພີ່ມທະວີການພົວພັນຮ່ວມມື ຮ່ວມກັນໃນຫລາຍດ້ານ

Flag-Pins-Laos-South-Korea

ຂປລ. ນັບ​ແຕ່ ສປປ ລາວ ແລະ ສ ເກົາຫລີ​ ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ​ໃນ​ 1995​ ​ເຫັນ​ວ່າສາຍພົວພັນ ​ແລະ ການຮ່ວມມືສອງຝ່າຍ ນັບ​ມື້​ໄດ້​ຮັບການ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ ໂດຍ​ສະ​​ເພາະ ​ດ້ານ​ພົວພັນ​ທາງ​ການທູດ, ການພັດທະນາ​ເສດຖະກິດ-ສັງຄົມ, ກະສິກໍາ, ການ​ສຶກສາ, ສາທາລະນະ​ສຸກ, ການ​ຄ້າ, ການ​ລົງທຶນ, ​ແລກປ່ຽນ​ວັດທະນະ​ທໍາ, ການທ່ອງທ່ຽວ ​ແລະ ອື່ນໆ.

​ໃນ​ວັນ​ທີ 30 ພະຈິກ 2015 ຜ່ານມາ​ນີ້ ທີ່ນະຄອນຫລວງ​ວຽງ​ຈັນ ໄດ້​ຈັດ​ງານ​ສະ​ເຫລີ​ມສະຫລອງ ​ຄົບຮອບ 20 ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ສາທາລະນະ​ລັດ ​ເກົາຫລີ​, ໂດຍ​ມີ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​​ຍວງ ລັດຖະມົນຕີ​ ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ຄິມ ຊູ​ ກວນ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສ ​ເກົາຫລີ​ ປະ​ຈໍາ​ລາວ, ມີ​ບັນດາ ​ລັດຖະມົນຕີ​ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ, ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ທູຕານຸທູດ​ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ພະນັກງານ ​ກ່ຽວຂ້ອງ​ທັງ​ສອງ​ຝ່າ​ຍ​ເຂົ້າ​ຮ່ວມ.

ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ຄວາມ​ສໍາຄັນ ຂອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ ສປປ ລາວ-ສ ​ເກົາຫລີ ​ເຊິ່ງ​ເປັນ​ຂີດ​ໝາຍ​ອັນ​ສໍາຄັນ ​​ແຫ່ງ​ການ​ພົວພັນ ລະຫວ່າງ ສອງ​ປະ​ເທດຕະຫລອດ​ໄລຍະ 20 ປີຜ່ານ​ມາ, ພ້ອມ​ທັງ​ ໄດ້​ສະ​ແດງ​ຄວາມ​ເພີ່​ງພໍ​ໃຈ​ເປັນ​ຢ່າງ​ຍິ່ງ ​ທີ່​​ສາຍ​ພົວພັນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ສປປ ລາວ-ສ ​ເກົາຫລີ ​ໄດ້​ຮັບ​ການ​ພັດທະນາ, ເສີມ​ຂະຫຍາຍ​ໃຫ້​ຈະ​ເລີ​ນງອກ​ງາມ​ຂຶ້ນ​ເປັນ​ລໍາດັບ ​ເຊິ່ງສະ​ແດງ​ອອກ​ ໃນ​ການ​ພົວພັນ​ແລກປ່ຽນ ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ແລະ ການ​ໄປມາຫາສູ່​ ຂອງ​ປະຊາຊົນ​ສອງ​ຊາດ​ ລາວ-​ເກົາຫລີ ຢ່າງ​ຕໍ່​ເນື່ອງ, ​ໂດຍ​ສະ​ເພາະ ແມ່ນ​ການ​ຢ້ຽມຢາມ​ ສ ​ເກົາຫລີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ​ລາວ ​ໃນ​ປີ 2013 ອັນ​ໄດ້​​ເປັນ​ຂີດ​ໝາຍ​ພື້ນຖານ​ອັນ​ໜັກ​ແໜ້ນ ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ ​ເຊິ່ງ​ໄດ້​ສະ​ແດງ​ ໃຫ້​ເຫັນ​ເຖິງ​ເຈດ​ຕະນາ​ລົມ​ທາງ​ດ້ານ​ການ​ເມືອງ​ ທີ່​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ທູດ​ທີ່​ມີ​ມາ​ແລ້ວ​ນັ້ນ​ ໃຫ້​ແຕກ​ດອກ​ອອກ​ຜົນ ​ແລະ ທັງ​ເປັນ​ ການ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການ​ໄປມາຫາສູ່​ກັນ ລະຫວ່າງ ປະຊາຊົນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​​ເພີ່ມ​ຂຶ້ນ​​ໃນ​ອະນາຄົດ.

ປັດຈຸ​ບັນ​​ ໂຄງການ​ລົງທຶນ​ຂອງ ສ ເກົາ​ຫລີ​​ ຢູ່ ສປປ ລາວ ຫລາຍ​ກວ່າ 290 ​ໂຄງການ, ມີມູນ​ຄ່າ​ຫລາຍກວ່າ 750 ລ້ານ​ໂດ​ລາ​ສະຫະລັດ​, ຢູ່​ໃນ​ອັນ​ດັບ​ທີ 4 ​ໃນ​ຈໍາ​ນວນ​ຜູ້​ລົງທຶນ​ຕ່າງປະເທດໃນ​ລາວ, ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ 200 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ​ນັກ​ທ່ອງ​ທ່ຽວ​ ສ ເກົາ​ຫລີ ເຂົ້າ​ຢ້ຽມຢາມ ສປປ ລາວ​ ປະມານ 2 ​ແສນກວ່າ​ຄົນ, ອົງການ​ ຮ່ວມ​ມື​ສາກົນ (KOICA) ຂອງ ສ ​ເກົາຫລີ ໄດ້​ສະ​ໜອງ​ທຶນ​ຊ່ວຍ​ເຫລື​ອ​ລ້າ​ 14 ລ້ານກວ່າ​ໂດ​ລາ​ສະຫະລັດ​ ເຂົ້າ​ໃນໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ ​ເຊິ່ງໂຄງ​ການ​ດັ່ງກ່າວ​ ຈະ​ດໍາ​ການຈັດ​ຕັ້ງ​ປະຕິບັດ​ຈົນ​ເຖິງ​ປີ 2019, ​​ໂດຍເນັ້ນ​ໃສ່​​​ການມີ​ສ່ວນ​ຮ່ວມ​ໃນ​ ສ​ປ​ປ ​ລາວ ​ເພື່ອ​​ພັດ​ທະ​ນາ​ຊົນ​ນະ​ບົດ​ຂອງ​ຊຸມ​ຊົນ ​ແລະ​ ການ​ພັດ​ທະ​ນາ​ຄວາມ​ອາດ​ສາ​ມາດ​ເຊື່ອມ​ໂຍງ​ໃນ​ທຸກ​ລະ​ດັບ​, ຊ່ວຍ​ພັດທະນາ​ຊັບພະຍາກອນ​ມະນຸດ​ເປັນ​ຈໍານວນ​ຫລາຍ, ​ໂດຍ​ກວມ​ເອົາ​ການ​ຝຶກ​ອົບຮົມ​ດ້ານ​ວິຊາ​ການ ​ແລະ ວິຊາ​ຊີບ​ ທີ່​ມີ​ທັກ​ສະ ​ໃນ​ໄລຍະ​ສັ້ນ-ຍາວ, ປະລິນຍາ​ຕີ ​ແລະ ​ປະລິນຍາ​ໂທ, ​ໄດ້​ສົ່ງ​ອາສາ​ສະໝັກ​ດ້ານ​ສາທາລະນະ​ສຸກ, ກະສິກໍາ ​ແລະ ​ອື່ນໆ​​​ ເພື່ອປະກອບສ່ວນ​ຊ່ວຍ​ເຫລືອ​ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ