spot_img
Homeຂ່າວຕ່າງປະເທດສປຊ ວາງເປົ້າໝາຍ ຊ່ວຍເຫລືອ ຜູ້ທຸກຍາກ 20 ຕື້ກວ່າ ໂດລາສະຫະລັດ

ສປຊ ວາງເປົ້າໝາຍ ຊ່ວຍເຫລືອ ຜູ້ທຸກຍາກ 20 ຕື້ກວ່າ ໂດລາສະຫະລັດ

Published on

400 640x390_677701_1449596566

ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 9 ທັນວາ 2015, ອົງການ ສະຫະ​ ປະຊາ​ຊາດ(ສ​ປຊ) ​ໃຫ້​ຮູ້​ວ່າ ສຳ​ນັກງານ ​ຂ້າ​ຫລວງ​ໃຫຍ່ ຜູ້​ລີ້​​ໄພ ​ແຫ່ງສປຊ, ອົງການ​ ອະນາ​ໄມ​ໂລກ ​ແລະ ສຳນັກງານ ປະສານ​ງານ ດ້ານ​ມະນຸດສະທຳ ຂອງ ສ​ປຊ ​​​ໄດ້ຮ່ວມ​ກັນ ປະກາດ ຈະລະດົມ​ທຶນ 20 ຕື້​ກວ່າ​​ໂດ​ລາ​ ສະຫະລັດ ​ເພື່ອ​ຊ່ວຍ​ 37 ປະ​ເທດ ​ໃນ​ປີໜ້າ. ​ແຕ່​ເຖິງ ​ຢ່າ​ງ​ໃດ ​ກໍ​ຕາມ ການ​ລະດົມ​ທຶນ ​ດັ່ງກ່າວ ຍັງ​ບໍ່​ທັນ​ ບັນລຸ ເປົ້າ​ໝາຍ ທ່ີ​ກຳນົດ​​ໄວ້.  ບ້ວງ​ເງິນ ບໍລິຈາກ​ນີ້ ຈະ​ນຳ​ໃຊ້​ເຂົ້າ​ໃນ​ ດ້ານ​ການ​ແພດ, ອາຫານ, ສະຖານ​ ທ່ີ​ພັກ​ເຊົາ ​ແລະ ອື່ນໆ. ປັດຈຸບັນ, ປ​ະຊາກ​ອນ​ໂລກ ປະມານ 60 ລ້ານ​ຄົນ ​ໄດ້​ອົບ​ພະຍົບ ອອກ​ຈາກ​ ປະ​ເທດ ຕົນເອງ, ​ເຊິ່ງຖື​ເປັນ ​ຕົວ​ເລກ ​ສູງ​ສຸດ ນັບ​ແຕ່​ສິ້ນ​ສຸດ​ສົງຄາມ​ໂລກ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...