spot_img
Homeຂ່າວຕ່າງປະເທດອິນໂດເນເຊຍ ເພີ່ມມາດຕະການ ຄວາມປອດໄພ

ອິນໂດເນເຊຍ ເພີ່ມມາດຕະການ ຄວາມປອດໄພ

Published on

Indonesia 400

ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 9 ທັນວາ 2015, ທ່ານ ລູຮຸງ ປັນໄຈ​ຕັນ ລັດຖະມົນຕີ ປະສາ​ນງານ ດ້ານການ​ເມືອງ, ​ກົດໝາຍ ​ແລະ ຄວາມ​ໝັ້ນຄົງ ອິນ​ໂດ​ເນ​ເຊຍ ກ່າວ​ວ່າ, ກຸ່ມ​ກໍ່ການ​ຮ້າຍ(​ໄອ​ເອັສ) ​ນາບຂູ່​ ຈະ​ກໍ່ ​ການ​ຮ້າຍ ​ຢູ່​ທົ່ວ​​ໂລກ. ສະ​ນັ້ນ, ອິນ​​ໂດ​ເນ​ເຊຍ ຕ້ອງເພີ່ມ​ທະວີ ມາດ​ຕະ​ການ ​ຮັກສາ ​ຄວາມປອດ​ໄ​ພ ​ ຢູ່ຕາມ​ ສະຖານ​ທ່ີ ​ຕ່າງໆ ຂຶ້ນ​ຕື່ມ. ນອກຈາກ​ນັ້ນ, ທ່ານ ​ໂຈ​ໂກ ວິ​ໂດ​ໂດ ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ປະກາດໃຫ້​ ເອົາ​ໃຈ​ໃສ່​ ໃນ​ການ​ເລືອກ​ຕັ້ງ ລະດັບ ​ແຂວງ ຢູ່​ທົ່ວ​ປະ​ເທດ ​ແນ​ໃສ່ ​ຮັກສາ​ ຄວາມ​ປອດ​ໄພ ​ໃນ​ເລື​ອກຕັ້ງ ​​ໃນ​ຄັ້ງ​ນີ້./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...