ໄອຢູ ກັບຜົນງານອັນດັບໜຶ່ງໃນທຸກຄື້ນເພງ

0
1553

b74e7f845f25fe403cf91ffa0d8e7c43_L

ຫາກ​ເວົ້າ​ເຖິງ​ສິ­ລະ​ປິນຍິງ​ທີ່​ມີ​ຄວາມ​ສາ­ມາດ​ຄົບ​ເຄື່ອງແລະ​ເປັນ​ທີ່​ນິ­ຍົມ​ຂອງ​ຊາວ ສ. ເກົາ ຫຼີ ທັງ​ປະ­ເທດ​ແລ້ວ​ຄົງ​ຈະ​ໜີ​ບໍ່​ພົ້ນໄອ​ຢູ ສາວ​ນ້ອຍ​ມະ­ຫັດ­ສະ­ຈັນຢ່າງ​ແນ່­ນອນເພາະ​ລາວ​ຂຶ້ນ​ຊື່ ໃນ​ເລື່ອງ​ຂອງ​ຄວາມ​ໜ້າ​ຮັກ​ສົດ ໃສ​ເປັນ​ທຳ​ມະ​ຊາດ ທັງ​ມີ​ຄວາມ ສາ­ມາດ​ອັນ​ລົ້ນ​ເຫຼືອ ສາ­ມາດ​ຫຼິ້ນ ດົນ­ຕີ ແຕ່ງ​ເພງ ແລະ​ຫຼ້າ​ສຸດ​ຍັງ ສາ­ມາດ​ຜະ­ລິດ​ມິ​ນິ​ອາ​ລະ­ບຳ​ຂອງ ຕົນ​ເອງ​ທີ່​ມີ​ຊື່­ວ່າ: “Chat-Shire” ໄດ້​ອີກ​ດ້ວຍ.
ໄອ​ຢູ ກ່າວ​ວ່າ: ອາ​ລະ​ບ້ຳ​ນີ້​ເປັນ ມິ​ນິ​ອາ​ລະ​ບ້ຳ​ຊຸດ​ທີ 4 ຊຶ່ງ​ເປັນ​ຜົນ ງານ​ທຳ​ອິດ​ໃນ​ການ​ຜະ­ລິດ​ຂອງ ຂ້ອຍ ໃນ​ອາ​ລະ​ບ້ຳ​ນີ້​ປະ­ກອບ​ໄປ ດ້ວຍ​ເພງ​ທັງ​ໝົດ 7 ເພງ ແລະ ເປັນ​ເພງ​ທີ່​ຂ້ອຍ​ຂຽນ​ເອງ​ທັງ​ໝົດ,ຫົວ­ຂໍ້​ຂອງ​ອາ​ລະ­ບຳ​ນີ້​ກໍ​ຄື: “ອະ ລິ​ຊ​ໃນ​ດິນ­ແດນ​ມະ­ຫັດ­ສະ­ຈັນ” ໃຜ​ທີ່​ໄດ້​ເບິ່ງ​ມິວ​ສິກ​ວີ​ດິ​ໂອ ແລະ ໄດ້​ເຫັນ​ແພ໊ກ​ເກດ​ອາ​ລະ­ບຳ​ນີ້​ຈະ ສາ­ມາດ​ສຳ​ພັດ​ໄດ້​ເຖິງ​ຄວາມ​ເປັນ​ເທບ​ນິ­ຍາຍ​ໃນ​ຕົວ​ອາ​ລະ­ບຳ​ນີ້.

 

ທີ່ມາ  http://www.sedthakid.la