spot_img
Homeຂ່າວຕ່າງປະເທດນາຍົກຕວກກີຖະແຫລງ ກຳລັງພິຈາລະນາ ມາດຕະການຕອບໂຕ້ ການຂວ້ຳບາດຂອງຣັດເຊຍ

ນາຍົກຕວກກີຖະແຫລງ ກຳລັງພິຈາລະນາ ມາດຕະການຕອບໂຕ້ ການຂວ້ຳບາດຂອງຣັດເຊຍ

Published on

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM4Mi8xOTEyMjk0LzY2NDE1Mi0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ທ່ານ ອາເໝັດ ດາວູໂຕກລູ ນາຍົກລັດຖະມົນຕີຕວກກີ ໄດ້ອອກຖະແຫລງ ຕໍ່ກອງປະຊຸມ ພັກລັດຖະບານຕວກກີວ່າ ລັດຖະບານຕວກກີ ກຳລັງພິຈາລະນາຫາມາດຕະການ ເພື່ອຕອບໂຕ້ການຂວ້ຳບາດຂອງຣັດເຊຍ ອັນເນື່ອງມາຈາກ ເຫດການກອງທັບຕວກກີ ຍິງເຮືອບິນ Su-24 ຂອງຣັດເຊຍຕົກ ບໍລິເວນຊາຍແດນຕິດປະເທດຊີຣີ ເມື່ອວັນທີ 24 ພະຈິກຜ່ານມາ ຊຶ່ງເຮັດໃຫ້ລັດຖະບານຣັດເຊຍ ເກີດຄວາມບໍ່ພໍໃຈ ແລະ ປະກາດນຳໃຊ້ ມາດຕະການຂວ້ຳບາດ ຕໍ່ກັບປະເທດຕວກກີ.

ທ່ານ ດາວູໂຕກລູ ໄດ້ກ່າວວ່າ ຄະນະລັດຖະມົນຕີ ຈະພິຈາລະນາ ເຖິງຄວາມເປັນໄປໄດ້ ໃນການຕອບໂຕ້ ມາດຕະການຂວ້ຳບາດຂອງຣັດເຊຍ ແລະ ຫວັງວ່າ ວິກິດການຄວາມຂັດແຍ່ງ ລະຫວ່າງຕວກກີ ແລະ ຣັດເຊຍ ຈະສາມາດຜ່ານພົ້ນໄປໄດ້ ໂດຍບໍ່ຈຳເປັນຕ້ອງໃຊ້ມາດຕະການຕອບໂຕ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...