spot_img
Homeປະເພນີ-ວັດທະນະທຳຜ້າໄໝມ້ອນຊຳເໜືອ ມໍລະດົກທີ່ຄວນຄູ່ຕໍ່ການປົກປັກຮັກສາ

ຜ້າໄໝມ້ອນຊຳເໜືອ ມໍລະດົກທີ່ຄວນຄູ່ຕໍ່ການປົກປັກຮັກສາ

Published on

maimon

ປັດຈຸບັນ ຜ້າໄໝມ້ອນຢູ່ບ້ານເຮົາ ພວມ​ໄດ້ຮັບຄວາມນິຍົມຊົມຊອບຈາກ​ຄົນ​ລາວ ​ແລະ ຄົນຕ່າງປະ​ເທດຢ່າງ​ຫລວງຫລາຍ. ເປັນຜະລິດ​ຕະພັນ​ທີ່​ເປັນເອກະລັກຂອງລາວ ເຊິ່ງໄດ້ສືບທອດມາຈາກປູ່ຍ່າຕາຍາຍ ຫລາຍເຊັ່ນຄົນແລ້ວ ແລະ ຕົກມາຮອດຍຸກປັດຈຸບັນ ນີ້ກໍຍັງສືບຕໍ່, ມີການປະ​ຍຸກ ແລະ ພັດທະນາທາງດ້ານສີມື ໃນການຄວັດລວດລາຍ ໃຫ້ມີສີສັນສວຍງາມ ແລະມີຫລາຍ​ຮູບແບບ ໄປຕາມຄ່າ​ນິຍົມ​ຂອງສັງຄົມມະນຸດ ທັງນີ້ກໍເພື່ອເປັນການເພີ່ມມູນຄ່າ​ ເຄື່ອງຫັດຖະກຳຜ້າໄໝມ້ອນ ໃຫ້ສູງເດັ່ນ ເຮັດໃຫ້ຜູ້ຄົນສົນໃຈ ແລະ ຫັນມາຊົມໃຊ້ຫລາຍຂຶ້ນ. ພ້ອມ​ນີ້ ຢູ່ຫລາຍໆບ່ອນ ກໍໄດ້ມີການຈັດຕັ້ງ ກຸ່ມຫັດຖະກຳຕໍ່າຫູກ ໂດຍສະເພາະແມ່ນ ຫັດຖະກຳຜ້າໄໝມ້ອນ ​​ແນ​ໃສ່​ໃຫ້​ເປັນ​ທຸລະ​ກິດ ຢ່າງ​ແທ້​ຈິງ ຕິດ​ພັນ​ກັບ​ການ​ອະນຸລັກ​ຮັກສາ.

ທ່ານ ນ. ຊ່ຽນ ມາຖາວອນ ປະທານສະມາຄົມຂອງກຸ່ມຫັດຖະກໍາຕໍ່າຜ້າໄໝມ້ອນບ້ານໂພໄຊ,​ ເມືອງຊຳເໜືອ, ແຂວງຫົວພັນ ໄດ້​ເປີດ​ເຜີຍວ່າ: ຕົນເອງໄດ້ເລີ່ມຕົ້ນ ​ດຳເນີນທຸລະ​ກິດຕໍ່າຜ້າໄໝມ້ອນມາແຕ່ປີ 2002 ປະກອບມີ 10 ກີ່ ແລະ ໄດ້ລົງທຶນຊື້ຟືມ, ໄໝ ແລະ ສີຍ້ອມ ແລ້ວຈ້າງປະຊາຊົນຢູ່ກັບບ້ານຕໍ່າ ເຊິ່ງນຳໃຊ້ທຶນທັງໝົດ 25-30 ລ້ານກີບ, ​ໂດຍມີລາຍຮັບ ຈາກການຈຳໜ່າຍ ຜະລິດຕະພັນຜ້າໄໝມ້ອນ ສະເລ່ຍປະມານ 80-90 ລ້ານກີບ/ປີ. ມາຮອດປັດຈຸບັນ, ຫັດຖະກຳຜ້າໄໝມອ້ນຂອງບ້ານໂພໄຊ, ເມືອງຊຳເໜືອ ກຳລັງໄດ້ຮັບຄວາມນິຍົມຊົມຊອບ ຈາກບັນດາລູກຄ້າທົ່ວ​ໄປ ແລະ ຂາປະຈຳຫລາຍແຫ່ງ ຈຶ່ງໄດ້ຂະຫຍາຍທຸລະກິດອອກຕື່ມ ໂດຍໄດ້​ເພີ່ມເປັນ 100 ກີ່, ສາມາດສ້າງລາຍຮັບ ໄດ້ປະມານ 100 ກວ່າລ້ານກີບ/ປີ.

ທ່ານ ນ. ຊ່ຽນ ມາຖາວອນ ຍັງໃຫ້ຮູ້ຕື່ມອີກວ່າ: ຜະລິດຕະພັນຈາກຜ້າໄໝມ້ອນນອກຈາກມີສິ້ນ ແລະ ຕີນສິ້ນແລ້ວ ຍັງໄດ້ຕໍ່າແຜ່ນແພສຳລັບຕັດເສື້ອ, ຜ້າປູໂຕະ, ຜ້າບ່ຽງ ແລະ ອື່ນໆຕາມທີ່ລູກຄ້າສັ່ງຈອງ. ຜ່ານມາກໍເຄີຍໄປວາງສະແດງ ຜະລິດຕະພັນໃນນາມສິນຄ້າ ODOP ມາແລ້ວຫລາຍງານ. ໃນອະນາຄົດ ຈະໄດ້ຝາກຝັງວຽກງານນີ້ ໄວ້ກັບລູກກັບຫລານ ເພື່ອໃຫ້ເຂົາເຈົ້າໄດ້ສືບຕໍ່ ແລະ ຮັກສາສີໄມ້ລາຍມື ທີ່ເປັນມູນມໍລະດົກສືບທອດ ມາແຕ່ບູຮານ ທັງປົກປັກຮັກສາ ເອກະລັກຂອງຊາດລາວ ໄວ້ໃຫ້ຢູ່ຄູ່ບ້ານຄູ່ເມືອງຕະຫລອດໄປ.

ຂໍສະແດງຄວາມຍິນດີ ແລະ ຂໍຍ້ອງຍໍຊົມເຊີຍນໍ້າໃຈຂອງ ກຸ່ມຫັດຖະກໍາຜ້າໄໝມ້ອນບ້ານໂພໄຊ, ເມືອງຊຳເໜືອ ທີ່ສາມາດຮັກສາເອກະລັກ ຂອງລວດລາຍລາວເຮົາໄວ້ ເຊິ່ງເປັນມູນມໍລະດົກກົກຮາກ ຈາກປູ່ຍ່າຕາຍາຍພວກເຮົາແທ້ໆ ແລະ ຫວັງຢ່າງຍິ່ງວ່າ ຄົນລຸ້ນໃໝ່ ຈະຫວງແຫນ, ຮູ້ຮັກສາຊັບສົມບັດອັນລ້ຳຄ່າ ແລະ ເສີມຂະຫຍາຍໃຫ້ຢູ່ຄຽງຄູ່ຊາດລາວ, ຄົນລາວ ແລະ ເປັນທີ່ຮູ້ຈັກຂອງຄົນທົ່ວໂລກຕໍ່ໄປ.

 

ຂອບໃຈບົດຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...