spot_img
Homeຂ່າວຕ່າງປະເທດໄຟໄໝ້ແທ່ນຂຸດເຈາະນ້ຳມັນໃນ ອາແຊກໄບຊານ ສູນຫາຍ 30 ຄົນ

ໄຟໄໝ້ແທ່ນຂຸດເຈາະນ້ຳມັນໃນ ອາແຊກໄບຊານ ສູນຫາຍ 30 ຄົນ

Published on

1449376672-  400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 6 ທັນວາ 2015, ບໍລິສັດ​ ວິ​ສາ​ຫະກິດ​ ຜູ້​ຜະລິດ​ ນ້ຳມັນ​ ຂອງ​ປະ​ເທດ    ອາ​ແຊກ​ໄບຊານ ຖະ​ແຫລ​ງວ່າ: ​ເກີດ​ອຸບັດ​ເຫດ​ ໄຟ​ໄໝ້​ ແທ່ນ​ຂຸດ​ເຈາະ​ ນ້ຳມັນ​ ໃນ​ທະ​ເລ ​ແຄ​ສປ່ຽນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1 ຄົນ, ສູນຫາຍ 30 ຄົນ ​ແລ​ະ ສາມາດ ​ຊ່ວຍ​ເຫລືອ​ ໄດ້​ຢ່າງ​ ປອດ​ໄພ 32 ຄົນ ​ເຫດ​ໄຟ​ໄໝ້ ​ເກີດ​ຂຶ້ນ​ ຈາກ​ທໍ່​ສົ່ງ​ແກັສ​ ໃຕ້​ນ້ຳ​ ໄດ້​ຮັບ​ ຄວາມ​ເສຍ​ຫາຍ ​ຢ່າງ​ໜັກ ຈາກ​ພາຍຸພັດ ​ຢ່າງ​ຮ້າຍ​ແຮງ ​ເກີດ​ມີ​ຄື້ນສູງ​ເຖິງ 10 ​ແມັດ. ຂະນະ​ນີ້ ​ໄຟ​ຍັງ​ຄົງ​ ລຸກ​ໄໝ້​ ແທ່ນ​ຂຸດ​ເຈາະ​ ນ້ຳມັນ​ ຢ່າງ​ຕໍ່​ເນື່ອງ​./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)