spot_img
Homeຂ່າວພາຍ​ໃນຄວາມເຫັນຂອງຊັ້ນຄົນຕ່າງໆຕໍ່ວັນສ້າງຕັ້ງກອງທັບຄົບຮອບ 65 ປີ

ຄວາມເຫັນຂອງຊັ້ນຄົນຕ່າງໆຕໍ່ວັນສ້າງຕັ້ງກອງທັບຄົບຮອບ 65 ປີ

Published on

thu26dec1

ສະຫາຍພັນຕີ ວິໄລ ອຸດົມໄຊ ຫົວຫນ້າການເມືອງ ກອງຮ້ອຍຊາຍແດນ 254 ໃຫ້ທັດສະນະວ່າ: ດັ່ງທີ່ພວກ ເຮົາຮູ້ກັນແລ້ວວ່າບົນເສັ້ນ ທາງ 65 ປີແຫ່ງການກຳເນີີີດ ຂອງກອງທັບປະຊາຊົນລາວ ເຮົານັ້ນ, ມັນໄດ້ຜ່ານການທົດ ສອບທ້າທາຍທີ່ລະອິດລະອ້ຽວຂ້ຽວຂາດສັບສົນ ແລະ ເຕັມ ໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງທີ່ບໍ່ອາດຄະນານັບ ໄດ້. ມາຮອດປັດຈຸບັນກອງທັບເຮົາຍິ່ງໄດ້ຮັບການປັບປຸງກໍ່ ສ້າງເຕີບໃຫຍ່ຂະຫຍາຍຕົວ,ຫນັກແຫນ້ນເຂັ້ມແຂງໃນທຸກ ດ້ານ,        ມີຫຼາຍກົມກອງເຫຼົ່າຮົບໄດ້ຮັບການຈັດຕັ້ງຂຶ້ນເປັນ
ລຳດັບມາໂດຍອີງຕາມຄວາມຮຽກຮ້ອງຕ້ອງການຫນ້າທີ່ການ ເມືອງຂອງພັກຂອງການປະຕິວັດກໍ່ຄືຫນ້າທີ່ການເມືອງຂອງ ກອງທັບໃນແຕ່ລະໄລຍະ.
ສະເພາະເຫຼົ່າລົບທະຫານ ປ້ອງກັນຊາຍແດນ ກໍ່ຄືກອງ ທະຫານຊາຍແດນຂອງພວກ ເຮົານີ້ກໍ່ແມ່ນເຫຼົ່າລົບຫນຶ່ງທີ່ ໄດ້ຮັບການສ້າງຕັ້ງຂຶ້ນມາ ພຽງບໍ່ພໍເທົ່າໃດປີມານີ້, ແຕ່ ຊ້ຳພັດມີພາລະບົດບາດ-ໜ້າ ທີ່ຄວາມຮັບຜິດຊອບອັນໜັກ ຫນ່ວງ ແລະ ກວ້າງຂວາງທີ່ ສຸດ, ເຖິງແນວໃດກໍ່ຕາມໃນ ຖານະທີ່ຕົນເອງເປັນພະນັກ ງານນາຍທະຫານຜູ້ຫນຸ່ມ ນ້ອຍ ແລະ ມືບທອດກອງທັບ ນັ້ນ, ກໍ່ຮູ້ສຶກເອກອ້າງທະນົງ ໃຈທີ່ໄດ້ຮັບການມອບຫມາຍ ຈາກພັກ-ລັດ ແລະ ປະຊາຊົນ ບັນດາເຜົ່າໃນການປົກປັກຮັກ ສາສ່ວນຫນຶ່ງຂອງຊາຍແດນ ປະເທດຊາດໂດຍເຮົາເອງ ພ້ອມດ້ວຍຫມູ່ຄູ່ຈະຕັ້ງຫນ້າ ສຶກສາຄົ້ນຄ້ສາ, ເຊື່ອມຊຶມ ກຳແຫນ້ນບັນດາທາດແທ້ມູນ ເຊື້ອອັນດີງາມຂອງພະນັກ ງານ-ນັກຮົບລຸ້ນພໍ່, ລຸ້ນລຸງ, ອາວ, ອ້າຍ ທີ່ສ້າງມາແລ້ວ ນັ້ນເຂົ້າໃນການເຮັດຫນ້າທີ່ ປົກປັກຮັກສາຊາຍແດນຂອງ ປະເທດຊາດທີ່ນອນຢູ່ໃນ ຂອບເຂດຄວາມຮັບຜິດຊອບ ຂອງຕົນໃຫ້ດີທີ່ສຸດ, ປະກອບ ສ່ວນເຂົ້າໃນການປົົົກປັກຮັກສາເອກະລາດອຳນາດອະທິ ປະໄຕອັນຄົບຖ້ວນຂອງຊາດ ໄວ້ໃຫ້ຫມັ້ນຄົງ, ເດັດຂາດບໍ່ ຍອມຕົກເຂົ້າສູ່ກົນອຸບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...