spot_img
HomeມູມໄອທີລາວUltrastar He10 ຮາດ​ດິດກ໌ 10TB ຕົວ​ທຳອິດ​ຂອງ​ໂລກ​ທີ່​ບັນ​ຈຸ​ແກັສ​ຮີ​ລ່ຽມ​ໄວ້​ພາຍ​ໃນ

Ultrastar He10 ຮາດ​ດິດກ໌ 10TB ຕົວ​ທຳອິດ​ຂອງ​ໂລກ​ທີ່​ບັນ​ຈຸ​ແກັສ​ຮີ​ລ່ຽມ​ໄວ້​ພາຍ​ໃນ

Published on

Ultrastar_He10_2

ເມື່ອ​ວັນທີ່ 3 ທັນວາ HSGT ບໍລິສັດ​ລູກ​ຂອງ Western Digital ໄດ້​ເປີດ​ຕົວ  Ultrastar He10 ຮາດດິດກ໌​ຂະໜາດ 3.5 ນິ້ວ ຄວາມ​ຈຸ 10TB ຕົວ​ທຳອິດ​ຂອງ​ໂລກ​ທີ່​ບັນ​ຈຸ​ແກັສ​ຮີ​ລ່ຽມ​ເອົາ​ໄວ້​ພາຍ​ໃນ ມາ​ພ້ອມ​ກັບ​ຄວາມ​ໄວ​ຂອງ​ຮອບ​ໝຸນ 7200RPM ແລະ​ອັດຕາ Buffer 256MB ມີ​ຄວາມ​ໄວ​ໃນ​ການ​ອ່ານ​ຂໍ້​ມູນ 249MB/s ແລະ​ມີ​ຄວາມ​ໄວ​ໃນ​ການ​ຂຽນ​ຂໍ້​ມູນ 225MB/s ຊຶ່ງ​ນອກ​ຈາກ​ຄວາມ​ຈຸ 10TB ແລ້ວ​ກໍ​ຍັງມີ​ລຸ້ນ 8TB ອີກ​ດ້ວຍ ພ້ອມ​ທັງ​ຮອງ​ຮັບ SATA-III ແລະ SAS ໂດຍ​ການ​ບັນ​ຈຸ​ແກັສ​ຮີ​ລ່ຽມ​ເອົາ​ໄວ້​ພາຍ​ໃນ​ຕົວ​ຮາດ​ດິດກ໌​ນັ້ນ​ຈະ​ຊ່ວຍ​ຫລຸດການ​ສັ່ນ​ສະ​ເທືອນ ແລະ​ຊ່ວຍ​ຫລຸດ​ການ​ໃຊ້​ພະລັງ​ງານ

Ultrastar_He10_1

ຢ່າງໃດ​ກໍ​ຕາມ  Ultrastar He10 ບໍ່ແມ່ນ​ຮາດດິດກ໌ 10TB ຕົວ​ທຳອິດ​ຂອງ HSGT ແຕ່​ກ່ອນ​ໜ້າ​ນີ້ HSGT ໄດ້​ເຄີຍ​ເປີດ​ຕົວ Ultrastar Archive Ha10 ຊຶ່ງ​ມີ​ຄວາມ​ຈຸ 10TB ມາ​ກ່ອນ​ແລ້ວ ແຕ່ Ultrastar He10 ມີ​ຄວາມ​ໄວ​ໃນ​ການ​ຂຽນ​ຂໍ້​ມູນ​ຫລາຍກວ່າ ແລະ​ມີ​ອາ​ຍຸ​ການ​ໃຊ້​ງານ​ດົນ​ກວ່າ​ເຖິງ 25% ໂດຍ Ultrastar He10 ຈະ​ວາງ​ຈຳ​ໜ່າຍ​ທີ່​ລາ​ຄາ $800 ພ້ອມ​ຮັບ​ປະ​ກັນ​ເປັນ​ໄລ​ຍະ​ເວລາ 5 ປີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...