Homeຂ່າວພາຍ​ໃນສຸດຍອດ! ຖາວອນ ເກດຈັນ ຄວ້າຫລຽນຄໍາການແຂ່ງຂັນໄອທີ ຄົນພິການລະດັບສາກົນ!

ສຸດຍອດ! ຖາວອນ ເກດຈັນ ຄວ້າຫລຽນຄໍາການແຂ່ງຂັນໄອທີ ຄົນພິການລະດັບສາກົນ!

Published on

image002

ທ້າວ ຖາວອນ ເກດຈັນ ອາຍຸ 18 ປີ ເປັນນັກຮຽນໂຮງຮຽນວິຊາຊີບຄົນພິການສີເກີດ ສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ, ໄດ້ສ້າງຊື່ສຽງ ແລະ ຜົນງານໃຫ້ແກ່ປະເທດຊາດ, ໂດຍສາມາດຍາດໄດ້ຫລຽນຄໍາ ໃນລາຍການແຂ່ງຂັນສໍາລັບຄົນພິການໜຸ່ມ ພາກພື້ນອາຊີ-ປາຊີຟີກຄັ້ງທີ 24 ( 2015 The Global IT Challenge For Youth with Disabilites), ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 25-29 ພະຈິກ 2015 ທີ່ຈາກາຕາ, ປະເທດອິນໂດເນເຊຍ, ໂດຍງານດັ່ງກ່າວ ມີຜູ້ເຂົ້າຮ່ວມແຂ່ງຂັນຫລາຍກວ່າ 250 ຄົນຈາກ 15 ປະເທດຄື: ສປປ ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ບລູໄນ, ສ.ເກົາຫລີ, ມົງໂກນ, ອິນເດຍ, ເນປານ, ມຽນມາ, ບັງກາລາເດສ ແລະ ສີລັງກາ, ຊຶ່ງການແຂ່ງຂັນແບ່ງເປັນສອງປະເພດຄື: ແຂ່ງຂັນເປັນກຸ່ມມີຫົວຂໍ້ຄື: ອີເຄລຍເອທີບ(eCreative), ອີດີຊາຍ (eDesign) ແລະ ແຂ່ງຂັນເປັນບຸກຄົນໃນຫົວຂໍ້ຄື: ອີທູນ(eTool) ແລະ ອີໄລຟແມບ(eLifemap), ໂດຍຕາງໜ້າຊາວໜຸ່ມ ຄົນພິການລາວມີ ທັງໝົດ 4 ຄົນ(ຍິງ 1 ຄົນ) ໃນນັ້ນພິການທາງດ້ານຮ່າງກາຍ 2 ຄົນ, ສາຍຕາ ແລະ ຫູປະເພດລະໜຶ່ງຄົນ ແລະ ຜົນການແຂ່ງຂັນ ປະເພດບຸກຄົນ ປະກົດວ່າຕົວແທນຊາວໜຸ່ມຄົນພິການຂອງ ສປປ ລາວ ທ້າວ ຖາວອນ ເກດຈັນ, ນັກຮຽນພິການ ຈາກໂຮງຮຽນວິຊາຊີບຄົນພິການສີເກີດ ສູນການແພດຟື້ນຟູໜ້າທີ່ການ ໄດ້ຮັບລາງວັນຫລຽນຄໍາ (The Best Award) ຈາກການແຂ່ງຂັນຫົວຂໍ້: ອີທູນ.

ງານແຂ່ງຂັນດັ່ງກ່າວ, ແມ່ນສະພາເພື່ອການຟື້ນຟູຄົນພິການ ຂອງສາທາລະນະລັດເກົາຫລີ ຮ່ວມກັບອົງການກອງທຶນ(DODREAM) ແລະ ສະພາເພື່ອການເບິ່ງແຍງ ດູແລເດັກພິການ ຂອງປະເທດອິນໂດເນເຊຍເປັນຜູ້ຈັດຂຶ້ນ, ໂດຍໄດ້ຮັບການສະໜັບສະໜູນ ຈາກກະຊວງວິທະຍາສາດ ເຕັກໂນໂລຊີ ແລະ ແຜນການ ຂອງອິນໂດເນເຊຍ, ຄະນະກໍາມະການດ້ານການສື່ສານຂອງ ສ.ເກົາຫລີ, ອົງ ການເອັສແຄບ(ESCAP), ບໍລິສັດ ແອລຈີ(LG) ແລະ ບໍລິສັດເນເວີ(NAVER).

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...