spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດຮັບຮອງເອົາກົດໝາຍປັບປຸງໃໝ່ສອງສະບັບ

ສະພາແຫ່ງຊາດຮັບຮອງເອົາກົດໝາຍປັບປຸງໃໝ່ສອງສະບັບ

Published on

wed25dec5

ໃນວາລະດຳເນີນກອງປະ ຊຸມສະໄໝສາມັນເທື່ອທີ 6ສະພາແຫ່ງຊາດຊຸດທີ VII, ມາຮອດມື້ທີ 12 ເຊິ່ງແມ່ນ ວັນທີ 24 ທັນວາ 2013, ໂດຍການເປັນປະທານຂອງ ທ່ານສົມພັນ ແພງຄຳມີ ຮອງ ປະທານສະພາແຫ່ງຊາດ, ເຊິ່ງຄະນະລັດຖະບານ,ສະມາ ຊິກສະພາແຕ່ລະເຂດເລືອກ ຕັ້ງເຂົ້າຮ່ວມ.     ໃນຕອນເຊົ້າ
ປະທານກອງ ປະຊຸມໃນຕອນ ເຊົ້າໄດ້ສະເໜີໃຫ້ທ່ານນາງ ຄຳໃບຂັດຕິຍະລັດຖະມົນ ຕີຊ່ວຍວ່າການກະ ຊວງແຮງງານ ແລະ ສະຫວັດ ດີການຄັງຄົມຂຶ້ນຜ່ານຮ່າງ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ, ໃນກົດໝາຍ ສະບັບປັບປຸງນີ້ລວມມີ 17 ພາກ, 29 ໝວດ ແລະ 181 ມາດຕາສໍາລັບເນື້ອໃນແມ່ນ ປັບປຸງຂອບເຂດການນຳ ໃຊ້ ກົດໝາຍວ່າດ້ວຍແຮງງານ, ເນື້ອໃນກ່ຽວກັບການພັດທະ ນາສີມືແຮງງານ ແລະ ການ ຈັດຫາວຽກເຮັດງານທຳ, ເນື້ອ ໃນກ່ຽວຂ້ອງກັບເວລາເຮັດ ວຽກ, ອັດຕາສ່ວນການນຳໃຊ້ ແຮງງານຕ່າງປະເທດ ແລະ ບັນຫາອື່ນໆບາງຄຳສັບ, ບາງ ມາດຕາ, ບາງໝວດທີ່ເຫັນ   ວ່າຍັງບໍ່ທັນເໝາະສົມແທດ ເໝາະທີ່ກັບສະພາບຕົວຈິງ ໃນປະຈຸບັນ. ຈາກນັ້ນບັນດາ ສະມາຊິກສະພາແຕ່ລະເຂດ ກໍໄດ້ປະກອບຄຳເຫັນໃສ່ຫຼາຍບັນຫາໃສ່ບາງມາຕາທີ່ບໍ່ທັນ ສົມບູນ, ບາງຄຳສັບທີ່ບໍ່ຄົບ ຖ້ວນເໝາະສົມ ແລະ ບັນຫາ ອື່ນໆຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ແລະ ໃນທີ່ປະຊຸມຄະນະຜູ້ແທນ ສສຊ ກໍ່ເຫັນດີລົງຄະແນນ ສຽງໂດຍມີຜູ້ແທນທັງໝົດ 115, ເຫັນດີ 112 ສຽງ, ບໍ່ ເຫັນດີ 3 ສຽງ . ພ້ອມກັນນັ້ນ, ໃນຕອນບ່າຍປະທານກອງ ປະຊຸມກໍໄດ້ສະເໜີໃຫ້ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂຶ້ນຜ່ານຮ່າງ ກົດໝາຍວ່າດ້ວຍມໍຣະດົກ ແຫ່ງຊາດສະບັບປັບປຸງ, ກົດ ໝາຍດັ່ງກ່າວນີ້ປະກອບດ້ວຍ 12 ພາກ, 12 ໝວດ, 92 ໝາດຕາ ເຊິ່ງໄດ້ສະເໜີໃຫ້ ບັນດາ ສສຊ ແຕ່ລະເຂດ ເລືອກຕັ້ງໄດ້ປະກອບຄຳເຫັນ ໃສ່ບາງມາດຕາ, ບາງປະ ໂຫຍກ, ບາງຄຳສັບທີ່ຍັງບໍ່ ທັນແທດເໝາະຮັດກູມໃຫ້ ມັນຮັບກູມເລີກເຊິ່ງຂຶ້ນອີກ. ຫຼັງຈາກນັ້ນ ສສຊ ແຕ່ລະ ທ່ານກໍໄດ້ສຸມໃສ່ປະກອບຄຳ ເຫັນໃສ່ຮ່າງກົດໝາຍດັ່ງກ່າວ ນັ້ນຢ່າງມີເຫດມີຜົນ, ກົງໄປ ກົງມາ ແລະ ມີຄວາມຮັບຜິດ ຊອບສູ່ງຕໍ່ບັນດາຂໍ້ມູນທີ່ປະ ກອບຄຳເຫັນໃສ່ຮ່າງກົດ ໝາຍດັ່ງກ່າວໃຫ້ມີຄວາມສັກ ສິກຮັບ ປະກັນຄວາມເປັນທຳ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ. ຫຼັງຈາກນັ້ນບັນດາ ສະມາຊິກສະພາກໍໄດ້ລົງຄະ ແນນຮັບຮອງເອົາກົດໝາຍ ສະບັບນີ້ດ້ວຍແນນສຽງຈຳ ນວນຫຼາຍ. ສໍາລັບວາລະດຳ ເນີນກອງປະຊຸມມື້ທີ່ຜ່ານມາ ນັ້ນເປັນມື້ທີ 11 ໂດຍການ ເປັນປະທານຂອງທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງ ປະທານສະພາແຫ່ງຊາດ, ໃນ ນັ້ນປະທານກອງປະຊຸມໄດ້ ສະເໜີໃຫ້ທ່ານ ດຣ ຄຳພັນ ວິພາວັນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກີລາຂຶ້ນຜ່ານກົດໝາຍວ່າ ດ້ວຍອາຊີວະສຶກສາ. ຜ່ານ ການປະກອບຄຳເຫັນໃສ່ກົດ ໝາຍດັ່ງກ່າວ ແລະ ບັນດາ ສະມາຊິກສະພາແຕ່ລະທ່ານ ໄດ້ລົງຄະແນນສຽງຮັບຮອງ ເອົາກົດໝາຍດັ່ງກ່າວນັ້ນ ດ້ວຍຄະແນນ 103 ສຽງເຫັນ ດີ, ບໍ່ເຫັນດີ 3 ສຽງ, ບໍ່ອອກ ສຽງ 1 ສຽງ.

 

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...