spot_img
Homeຂ່າວຕ່າງປະເທດຣັດເຊຍຈັດໜັກ! ເຜີຍຂໍ້ມູນຜູ້ນຳຕວກກີ ລັກລອບຄ້ານ້ຳມັນເຖື່ອນ ກັບກຸ່ມໄອເອັສ!

ຣັດເຊຍຈັດໜັກ! ເຜີຍຂໍ້ມູນຜູ້ນຳຕວກກີ ລັກລອບຄ້ານ້ຳມັນເຖື່ອນ ກັບກຸ່ມໄອເອັສ!

Published on

EyWwB5WU57MYnKOuYBn0bEPjDxfWqvvDMSn7DxPm67covrUcldXYWd

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ທັນວານີ້ວ່າ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ຈັດງານຖະແຫລງຂ່າວ ຢູ່ນະຄອນຫລວງມົດສະກູ ໃນວັນທີ 2 ທັນວາຜ່ານມານີ້ວ່າ ລະດັບຜູ້ນຳໃນລັດຖະບານຕວກກີ ຊຶ່ງລວມທັງ ທ່ານ ເຣເຊບ ເຕຢິບ ເອີໂດກັນ ພ້ອມດ້ວຍຄອບຄົວ ມີສ່ວນກ່ຽວຂ້ອງກັບ ການຄ້າຂາຍນ້ຳມັນເຖື່ອນ ກັບກຸ່ມລັດອິດສະລາມ ຫລື ໄອເອັສ ອັນເປັນການຈັດຫາເງິນທຶນ ໃຫ້ແກ່ກຸ່ມດັ່ງກ່າວ ໂດຍ ທ່ານ ອະນາໂຕລີ ອັນໂຕນອບ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເປີດເຜີຍວ່າ ປັດຈຸບັນ ຣັດເຊຍຮູ້ເສັ້ນທາງຫລັກ ສຳລັບການລັກລອບຂົນນ້ຳມັນເຖື່ອນ ເຂົ້າສູ່ປະເທດຕວກກີ 3 ເສັ້ນທາງຫລັກ ຊຶ່ງນ້ຳມັນຖືກຂົນສົ່ງ ດ້ວຍລົດບັນທຸກຫລາຍພັນຄັນ.

ຣັດເຊຍຍັງໄດ້ເປີດເຜີຍອີກວ່າ ລາຍໄດ້ຂອງກຸ່ມລັດອິດສະລາມ ໃນເມື່ອກ່ອນຢູ່ທີ່ 3 ລ້ານໂດລາຕໍ່ມື້ ແຕ່ພາຍຫລັງການໂຈມຕີຂອງຣັດເຊຍ ໃສ່ກຸ່ມດັ່ງກ່າວຢູ່ຊີຣີ ນັບຕັ້ງແຕ່ວັນທີ 30 ກັນຍາ 2015 ຜ່ານມາ ໄດ້ທຳລາຍໂຮງເກັບນ້ຳມັນ 32 ແຫ່ງ, ໂຮງກັ່ນນ້ຳມັນ 11 ແຫ່ງ ແລະ ປ້ຳນ້ຳມັນ 23 ແຫ່ງ ລວມທັງທຳລາຍ ລົດບັນທຸກນ້ຳມັນອີກ 1,080 ຄັນ ອັນໄດ້ສົ່ງຜົນ ເຮັດໃຫ້ລາຍຮັບຂອງພວກເຂົາຫລຸດລົງ ເຫລືອປະມານ 1.5 ລ້ານໂດລາຕໍ່ມື້ເທົ່ານັ້ນ.

ພ້ອມກັນນີ້, ພາຍໃນງານຖະແຫລງຂ່າວ ຍັງໄດ້ເປີດເຜີຍອີກວ່າ ຕວກກີໄດ້ສົ່ງນັກຮົບ ຫລາຍກ່ວາ 2,000 ຄົນ ລູກປືນ 120 ໂຕນ ແລະ ຍານພາຫະນະອີກ 250 ຄັນ ໄປໃຫ້ແກ່ກຸ່ມໄອເອັສ ແລະ ກຸ່ມຕິດອາວຸດ ອັນ-ນຸສະຣາ ໃນປະເທດຊີຣີ ແລະ ຍັງມີທ່າທີສືບຕໍ່ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງອີກດ້ວຍ.

ທັງນີ້ ທ່ານ ເອີໂດກັນ ຜູ້ນຳຂອງຕວກກີ ໄດ້ອອກມາຕອບໂຕ້ ຂໍ້ກ່າວຫາຂອງຣັດເຊຍວ່າ ບໍ່ມີໃຜມີສິດ ໃນການໃສ່ຮ້າຍປ້າຍສີຕວກກີ ແລະ ປະກາດອີກວ່າ ຕົນເອງພ້ອມທີ່ຈະລາອອກ ຫາກຂໍ້ກ່າວຫາຂອງຣັດເຊຍ ໄດ້ຮັບການພິສູດວ່າເປັນຄວາມຈິງ ພ້ອມທັງຢ້ຳອີກວ່າ ເຂົາບໍ່ຢາກໃຫ້ຄວາມສຳພັນ ລະຫວ່າງຕວກກີ ແລະ ຣັດເຊຍ ຊຸດໂຊມລົງໄປກ່ວານີ້.

NjpUs24nCQKx5e1D740klBO4umfqS1OJUXTqVVCpjrv

NjpUs24nCQKx5e1D740klBO4umfqS1Or2OQuZej8HE1

NjpUs24nCQKx5e1D740klBO4umfqS1VnsyNbTJ6yKsZ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...