spot_img
HomeມູມໄອທີລາວAdobe Premiere Clip ແອັບ ຯ ຕັດຕໍ່ວິດີໂອເທິງມືຖືຕົວທຳອິດຈາກ Adobe

Adobe Premiere Clip ແອັບ ຯ ຕັດຕໍ່ວິດີໂອເທິງມືຖືຕົວທຳອິດຈາກ Adobe

Published on

Adobe_Premiere_Clip_1

ດາວໂຫລດ Adobe Premiere Clip ແອັບ​ພິ​ເຄ​ຊັ່ນ​ຕັດ​ຕໍ່​ວິ​ດີ​ໂອ ຈາກ Adobe ສຳລັບ​ຜູ້​ໃຊ້​ງານ​ເທິງ​ອຸປະກອນ Android ແລະ iOS
ເມື່ອ​ວັນທີ່ 30 ພະ​ຈິກ Adobe ຜູ້​ພັດທະນາ​ໂປຣ​ແກຣມ​ແຕ່ງ​ຮູບ​ຊື່​ດັ່ງ ເປີດ​ຕົວ  Adobe Premiere Clip ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ໃຫ້​ກັບ​ຜູ້​ໃຊ້​ງານ Android ຢ່າງ​ເປັນ​ທາງ​ການ​ອີກ​ເທື່ອ ຫລັງ​ປ່ອຍ​ໃຫ້​ຜູ້​ໃຊ້ iOS ໄດ້​ທົດສອບ​ການ​ໃຊ້​ງານ​ກັນ​ມາ​ແລ້ວ​ກ່ອນ​ໜ້າ​ນີ້ ໂດຍ​ໂປຣ​ແກຣມ​ດັ່ງ​ກ່າວ​ຖື​ເປັນ​ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ຕົວ​ທຳອິດຂອງ​ຄ້າຍ​ເລີຍ​ກໍ​ວ່າ​ໄດ້
Adobe Premiere Clip ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ເທິງ​ອຸປະກອນ​ພົກ​ພາ Android ແລະ iOS ທີ່​ມີ​ຮູບ​ແບບ ແລະ​ວິທີ​ການ​ໃຊ້​ງານ​ແບບ​ງ່າຍໆ ຊຶ່ງ​ສາມາດ​ນຳ​ໄປ​ເຮັດວຽກ​ຕໍ່​ເທິງ Premier Pro ໄດ້​ອີກ​ດ້ວຍ​ດ້ວຍ ໂດຍ​ແອັບ Adobe Premier Clip ສາມາດ​ໃຫ້​ເຈົ້າ​ສ້າງ​ວິ​ດີ​ໄດ້​ພາຍ​ໃນ​ບໍ່​ຈັກ​ຂັ້ນ​ຕອນ ພຽງ​ເລືອກ​ພາບ ແລະ​ເພງ​ທີ່​ຕ້ອງ​ການ ຈາກ​ນັ້ນ​ເລືອກ​ປັບ​ແຕ່ງ​ດ້ວຍ​ເອັບ​ເຟກ​ຕ່າງໆ ທີ່​ມີ​ພາຍ​ໃນ​ແອັບ ຯ ຫລື​ຈະ​ໃຊ້​ລະບົບ​ອັດ​ຕະໂນມັດສາມາດເຮັດໄດ້ ບໍ່​ພຽງ​ເທົ່າ​ນີ້ ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ດັ່ງ​ກ່າວ ຍັງ​ສາມາດ​ເຮັດວຽກ​ຮ່ວມ​ກັບ Adobe Capture CC ແລະ Adobe Creative Sync ໄດ້​ອີກ​ເຊັ່ນ​ກັນ ຖື​ໄດ້​ວ່າ​ເປັນ​ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ເທິງ​ມື​ຖື​ທີ່​ໜ້າ​ສົນ​ໃຈ​ອີກ​ໜຶ່ງ​ຕົວ​ເລີຍ​

Adobe_Premiere_Clip_2-horz Adobe_Premiere_Clip_4-horz Adobe_Premiere_Clip_6-horz

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...