spot_img
Homeຂ່າວຕ່າງປະເທດຫວຽດນາມປັບກົດໝາຍ ຫລຸດໂທດປະຫານຊີວິດ ຄະດີສໍ້ລາດບັງຫລວງລົງ ຖ້າສົ່ງເງິນຄືນ 75%!

ຫວຽດນາມປັບກົດໝາຍ ຫລຸດໂທດປະຫານຊີວິດ ຄະດີສໍ້ລາດບັງຫລວງລົງ ຖ້າສົ່ງເງິນຄືນ 75%!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ພະຈິກຜ່ານມານີ້ວ່າ ສະພາແຫ່ງຊາດຫວຽດນາມ ໄດ້ມີມະຕິຮັບຮອງ ໃນວັນສຸກທີ 27 ພະຈິກ 2015 ຫລຸດຜ່ອນ ໂທດປະຫານຊີວິດ ໃນຄວາມຜິດທາງອາຍາ ຂໍ້ຫາການສໍ້ລາດບັງຫລວງລົງ ໃນກໍລະນີທີ່ຈຳເລີຍ ຫາກໄດ້ສົ່ງເງິນທີ່ໄດ້ມາໂດຍບໍ່ຖືກຕ້ອງ ຄືນໃຫ້ແກ່ລັດ ຢ່າງໜ້ອຍ 3/4 ຫລື ຢ່າງໜ້ອຍ 75% ຂອງເງິນຈຳນວນດັ່ງກ່າວ.  ໃນໄລຍະຜ່ານມາ ຫວຽດນາມໄດ້ຕັດສິນລົງໂທດ ປະຫານຊີວິດເຈົ້າໜ້າທີ່ຂອງລັດຫລາຍຄົນ ໃນນັ້ນລວມມີ ເຈົ້າໜ້າທີ່ລະດັບສູງ ຂອງລັດວິສາຫະກິດ Vinashin ຈຳນວນ 2 ຄົນ ຖືກສານຕັດສິນປະຫານຊີວິດ ໃນຄະດີສໍ້ລາດບັງຫລວງ ໂດຍປັດຈຸບັນ ຍັງລໍຖ້າການປະຫານຊີວິດຢູ່.

ທັງນີ້ ການປ່ຽນແປງໂທດດັ່ງກ່າວ ເປັນໄປຕາມແນວທາງການຕ່າງປະເທດຂອງຫວຽດນາມ ເພື່ອຍົກເລີກໂທດປະຫານຊີວິດ ໃນຄະດີອາຍາຫລາຍຂໍ້ຫາ ຕາມທ່າອ່ຽງລວມຂອງສາກົນ, ແນວໃດກໍຕາມ ພັກ ແລະ ລັດຖະບານຫວຽດນາມ ຍັງຈະສືບຕໍ່ ປາບປາມການສໍ້ລາດບັງຫລວງ ຊຶ່ງເປັນປະກົດການຫຍໍ້ທໍ້ ພາຍໃນຖັນແຖວພະນັກງານ – ສະມາຊິກພັກ ໃຫ້ຖົດຖອຍລົງຢ່າງຕັ້ງໜ້າ.

558000013656101
(ພາບປະກອບ) ທ່ານ ເຊືອງຈິຢຸ່ງ (ໜ້າກາງ) ອະດີດປະທານບໍລິສັດວີນາລາຍ ຢືນຮັບຄຳຕັດສິນປະຫານຊີວິດ ຂອງສານນະຄອນຫລວງຮ່າໂນ້ຍ ວັນທີ 16 ທັນວາ 2013 ຜ່ານມາ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...