spot_img
Homeຂ່າວພາຍ​ໃນໄຂງານວາງສະແດງຜົນສຳເລັດ ການພັດທະນາເສດຖະກິດ-ສັງຄົມ ແລະ ສິນຄ້າ Vientiane Expo 2015

ໄຂງານວາງສະແດງຜົນສຳເລັດ ການພັດທະນາເສດຖະກິດ-ສັງຄົມ ແລະ ສິນຄ້າ Vientiane Expo 2015

Published on

35dd5849972866a20d0e798185437dc3

ງານ​ວາງສະແດງ​ຜົນສຳເລັດ ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ສິນຄ້າ Vientiane Expo 2015 ໄດ້​ໄຂ​ຂຶ້ນ​ວັນ​ທີ 28 ພະຈິກ 2015 ຢູ່​ສູນ​ການ​ຄ້າ​ໄອເຕັກ​ມໍ ຊັ້ນ 7 ໂດຍ​ມີ​ທ່ານ ທອງສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ທ່ານ​ຮອງ​ນາຍົກ​ລັດຖະ​ມົນຕີ ບັນດາ​ລັດຖະມົນຕີ ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ເຈົ້າແຂວງ ຮອງ​ເລຂາທິການ​ໃຫຍ່ອາ​ຊຽນ ບັນດາ​ທູດ-ທູຕານຸທູດ ອົງ​ການຈັດຕັ້ງ​ສາກົນ ແລະ ແຂກ​ຖືກ​ເຊີນ ທັງ​ພາຍ​ໃນ ແລະ ຕ່າງປະເທດ ​ເຂົ້າ​ຮ່ວມ.

ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ຫົວໜ້າ​ຄະນະ​ຮັບຜິດຊອບ​ງານ​ວາງສະແດງ​ຜົນສຳເລັດ​ ການ​ພັດ​ທະນາ​ເສດຖະກິດ-ສັງຄົມ ແລະ ສິນຄ້າ Vientiane Expo 2015 ໄດ້ກ່າວ​ວ່າ: ງານ​ວາງສະແດງ​ຜົນສຳເລັດ​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ ແລະ ສິນຄ້າ Vientiane Expo 2015 ເປັນກິດຈະກຳ​ໜຶ່ງ​ເພື່ອ​ປະກອບສ່ວນເຂົ້າ​ໃນ​ການ​ສະເຫຼີມສະຫຼອງ ​ວັນສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ຖື​ເອົາ​ໂອກາດ​ນີ້ ​ໂຄສະ​ນາ​ເຜີຍແຜ່​ແນວທາງ​ອັນ​ຖືກຕ້ອງ​ຂອງ​ພັກ-ລັດ ໃນ​ພາລະກິດແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ສ້າງ​ຄວາມ​ເຊື່ອ​ໝັ້ນ​ອັນ​ໜັກແໜ້ນ​ຕໍ່​ອະນາຄົດ​ອັນ​ສະຫວ່າງສະໄຫວ​ ແຫ່ງ​ການ​ກ້າວ​ຂຶ້ນ​ຂອງປະເທດ​ຊາດ ໂຄສະນາ​ຜົນ​ສຳເລັດ​ອັນ​ໃຫຍ່​ຫຼວງຫຼາຍ​ດ້ານ​ຂອງການ​ພັດທະນາ ​ສປປ ລາວ ໃນ 40 ປີຜ່ານມາ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ໂດຍ​ສະເພາະ ແມ່ນ​ວາງສະແດງ​ຜະລິດ​ຕະ​ພັນ-ສິນຄ້າ ທີ່ໄດ້​ກາຍເປັນ​ແຫຼ່ງ​ລາຍ​ຮັບ​ຂອງເສດຖະກິດ​ແຫ່ງ​ຊາດ ແລະ ບັນດາ​ໂຄງການ​ສະໜັບສະໜູນ​ທີ່ປິ່ນ​ອ້ອມ​ໂອ​ດ໋ອບ ນອກ​ນີ້ ຍັງ​ເປັນການ​ສ້າງ​ໂອກາດ​ໃຫ້​ພາກ​ທຸລະກິດ​ລາວ ແລະ ຕ່າງປະເທດ ​ໄດ້ມີ​ການ​ພົວພັນແລກປ່ຽນ​ຊື້-ຂາຍ​ສິນຄ້າແລກປ່ຽນ​ບົດຮຽນ ແລະ ປະສົບ​ການ​ທາງ​ທຸລະ​ກິດນຳ​ກັນ​ຕື່ມ​ອີກ.

ງານ​ວາງ​ສະ​​ແດງ​ສິນຄ້າ​ຄັ້ງ​ນີ້ ຈະ​ດຳເນີນ​ແຕ່​ວັນ​ທີ 28 ພະຈິກ-7 ທັນວາ 2015 ໂດຍ​ມີ​ບັນດາອົງ​ການຈັດຕັ້ງ ແລະ ທຸລະ​ກິດທັງ​ພາຍ​ໃນ ແລະ ຕ່າງປະເທດ ເຂົ້າ​ຮ່ວມ 209 ຫົວໜ່ວຍ ມີຫຼາຍ​ກວ່າ 350 ຫ້ອງ​ວາງ​ສະແດງ ໃນ​ນີ້ ຈາກ​ພາຍ​ໃນ​ປະເທດ 159 ຫົວໜ່ວຍ ຕ່າງ​ແຂວງ 23 ຫົວໜ່ວຍ ຕ່າງປະເທດ ແລະ ອົງການຈັດຕັ້ງ​ສາກົນ 50 ຫົວໜ່ວຍ ໂດຍ​ສິນຄ້າ​ຕົ້ນຕໍ​ທີ່​ນຳ​ມາ​ວາງສະແດງ ​ແມ່ນ​ປະເພດ​ເຄື່ອງ​ຫັດຖະກຳ ເສື້ອ​ຜ້າ ອັນຍະ​ມະນີ ເຟີ​ນີ​ເຈີ ເຄື່ອງ​ຕົບແຕ່ງ​ເຮືອນ ເຄື່ອງ​ສຳອາງ ຢາ​ປິ່ນປົວ​ພະຍາດ ອາຫານ ການ​ບໍລິການ​ທະນາຄານ ການສຶກ​ສາ ການທ່ອງທ່ຽວ ແລະ ອື່ນໆ ນອກ​ນີ້ ພາຍ​ໃນ​ງານ​ຍັງ​ຈະມີ​ສຳ​ມະ​ນາ​ວິທະຍາສາດ ກອງປະຊຸມ​ພົບ​ປະ​ແລກປ່ຽນ​ດ້ານ​ທຸລະ​ກິດ ການ​ຄ້າ ການ​ລົງທຶນ ແລະ ການສະແດງ​ສິລະ​ປະ-ວັນນະ​ຄະດີ ​ຈາກ​ພາຍໃນ ແລະ ແລະຕ່າງປະເທດ ​ຕື່ມ​ອີກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...